ໄລຍະມື້ອອກພັນສາປີນີ້ ຈົ່ງປະຕິບັດມາດຕະການຕ່າງໆທີ່ທາງຄະນະສະເພາະກິດໄດ້ວາງອອກຢ່າງເຄັ່ງຄັດ ແລະ ເຂັ້ມງວດ

    ມື້ນີ້ປະເທດເຮົາກວດພົບເຊື້ອ 388 ຄົນ ເຖິງວ່າຕົວເລກດັ່ງກ່າວແມ່ນຫຼຸດລົງຈາກຕົວເລກສະເລ່ຍ 500 ຄົນ/ວັນກໍຕາມ ແຕ່ຫຼາຍແຂວງຍັງມີລາຍງານການຕິດເຊື້ອພາຍໃນຍັງສູງຢູ່ເຊັ່ນ: ນະຄອນຫຼວງວຽງຈັນ ຫຼວງພະບາງ ແຂວງວຽງຈັນ ແຂວງຄຳມ່ວນ ແລະ ສະຫວັນນະເຂດ….. ດັ່ງນັ້ນ ພວກເຮົາຍັງຈະຕ້ອງໄດ້ສືບຕໍ່ເຝົ້າລະວັງຢ່າງໃກ້ຊິດຕໍ່ທ່າອ່ຽງດັ່ງກ່າວ…

ອາ​ເມຣິກາ ​ສະໜັບສະໜູນ​ຂະ​ແໜງ​ການ​ສຶກສາ​ຢູ່​ລາວ

     ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານສ້າງຄວາມເຂັ້ມແຂງດ້ານການບໍລິຫານລະຫວ່າງກະຊວງສຶກສາທິການ ແລະ ກີລາ ຕາງໜ້າໂດຍມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນ ອາທີໄອ ອິນເຕີເນຊັນແນວ (RTI International) ສະໜັບສະໜູນໂດຍອົງການພັດທະນາສາກົນສະຫະລັດອາເມຣິກາ ຈັດຂຶ້ນວັນທີ…

ສົ່ງເສີມການມີສ່ວນຮ່ວມໃນສັງຄົມ ກ່ຽວກັບຜົນການນຳສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ

     ວັນທີ 20 ຕຸລາ 2021 ຢູ່ກະຊວງການຕ່າງປະເທດ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ (ກອງເລຂາ ປພຍ ແຫ່ງຊາດ) ຮ່ວມກັບຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ…

ເພີ່ມກຳລັງການຜະລິດໂຮງງານນໍ້າປະປາຈີ່ນາຍໂມ້ ເປັນ 120.000 ແມັດກ້ອນຕໍ່ວັນ

    ພິທີລົງນາມສັນຍາ ໂຄງການກໍ່ສ້າງ ຂະຫຍາຍໂຮງງານນໍ້າປະປາຈີ່ນາຍໂມ້ ແລະ ລະບົບສາຍທໍ່ ດ້ວຍກຳລັງການຜະລິດ 40.000 ແມັດກ້ອນຕໍ່ວັນ ພາຍໃຕ້ເງິນກູ້ຢືມດອກເບ້ຍຕໍ່າຈາກອົງການໄຈກາ ປະເທດຍີ່ປຸ່ນ ຈັດຂຶ້ນວັນທີ 20 ຕຸລາ 2021 ຢູ່ໂຮງແຮມຄຣາວພລາຊາ…

ວັນນີ້ ມີຜູ້ເສຍຊີວິດໃໝ່ຈາກພະຍາດໂຄວິດ-19 ອີກ 2 ຄົນ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໂດຍໄດ້ຮັບການມອບໝາຍ ຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 21 ຕຸລາ ປີ…

ແລກປ່ຽນທາງດ້ານທຸລະກິດລະຫວ່າງແມ່ນໍ້າຂອງ-ຍີ່ປຸ່ນ ໃນຍຸກດິຈິຕອນ

    ກອງປະຊຸມສຳມະນາທາງໄກ ວ່າດ້ວຍ “ການແລກປ່ຽນທາງດ້ານທຸລະກິດ ລະຫວ່າງແມ່ນໍ້າຂອງ-ຍີ່ປຸ່ນ ໃນຍຸກດິຈິຕອນ” ໄດ້ຖືກຈັດຂຶ້ນວັນທີ 20 ຕຸລາ 2021 ຢູ່ສູນເຝິກອົບຮົມ ແລະ ຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການຮ່ວມມືກັນລະຫວ່າງສະຖາບັນການຕ່າງປະເທດຂອງກະຊວງການຕ່າງປະເທດລາວ…

ຫຼາຍພາກສ່ວນປະກອບສ່ວນວຽກງານຕ້ານໂຄວິດ-19 ຢູ່ເມືອງຫາດຊາຍຟອງ

     ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນວຽກງານຄ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ວັນທີ 20 ຕຸລາ 2021 ທີ່ປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ບັນດາຜູ້ປະກອບການໄດ້ນໍານໍ້າດື່ມ ແລະ ອຸປະກອນການແພດຈໍານວນໜຶ່ງ ມອບໃຫ້ເຈົ້າໜ້າທີ່ປ້ອງກັນຕາມບ້ານທີ່ເປັນບ້ານແດງ ເຈົ້າໜ້າທີ່ປະຈັນບານຢູ່ສູນປິ່ນປົວດາວເຮືອງ ຄອບຄົວຜູ້ຕິດເຊື້ອ ແລະ…

ຮຽກຮ້ອງທຸກພາກສ່ວນບໍລິຈາກເລືອດຊ່ວຍເຫຼືອສັງຄົມ

    ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບອົງການກາແດງລາວ ຈັດພິທີບໍລິຈາກເລືອດ ພາຍໃຕ້ຫົວຂໍ້ “ສິນໄຊແຫ່ງຍຸກສະໄໝ ຮ່ວມໃຈບໍລິຈາກເລືອດ” ຈັດຂຶ້ນວັນທີ 18 ຕຸລາ 2021 ທີ່ ສຊປລ ເປັນກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ…

ມສ ມິດຕະພາບລາວ-ຫວຽດນາມ ຫັນມາໃຊ້ການຮຽນ-ການສອນແບບອອນລາຍ

    ການລະບາດຂອງພະຍາດໂຄວິດ-19 ປັດຈຸບັນຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຫຼາຍກິດຈະການກໍໄດ້ໂຈະການໃຫ້ບໍລິການຊົ່ວຄາວ ເພື່ອປ້ອງກັນການແຜ່ລະບາດດັ່ງກ່າວ ໃນນັ້ນ ການຮຽນ-ການສອນກໍຍັງຢູ່ໃນໄລຍະປິດຊົ່ວຄາວ ແລ້ວຫັນມາຮຽນຜ່ານລະບົບອອນລາຍແທນ.      ທ່ານ ພອນປະເສີດ ເສດຖາທິຣາດ ຜູ້ອຳນວຍການໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ໃຫ້ສຳພາດ ວັນທີ…

error: Content is protected !!