ດີຈີຕອນ ແມ່ນຂະບວນວິວັດທີ່ສຳຄັນໃນຍຸກແຫ່ງການປະຕິວັດອຸດສາຫະກຳ

    ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 5 ພະຈິກ 2021 ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນຜ່ານບົດລາຍງານຂອງລັດຖະບານກ່ຽວກັບວິໄສທັດ 20 ປີ (2021-2040) ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີຮອງປະທານສະພາແຫ່ງຊາດ ແລະ ສສຊ ທຸກເຂດເລືອກຕັ້ງເຂົ້າຮ່ວມ. 

    ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວບາງຕອນວ່າ: ການປະຕິວັດອຸດສາຫະກຳ ຄັ້ງທີ 4 ເປັນກະແສຟອງຄື້ນໃໝ່ພັດຜ່ານໄປທົ່ວໂລກ ເຊິ່ງ ສປປ ລາວ ບໍ່ອາດຫຼີກລ່ຽງໄດ້ ສະນັ້ນ ເພື່ອຮັບຮອງຍຸກອຸດສາຫະກຳ 4.0 ຢ່າງເປັນເຈົ້າການ ແລະ ນຳໃຊ້ຜົນສຳເລັດໃນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການພັດທະນາປະເທດເຮົາໃນໄລຍະໃໝ່ນັ້ນ ມີຄວາມຈຳເປັນຢ່າງພາວະວິໄສ ຈະຕ້ອງຫັນເປັນດີຈີຕອນ ແລະ ສ້າງເສດຖະກິດດີຈີຕອນຢູ່ປະເທດເຮົາ. 

    ການຫັນເປັນດີຈີຕອນ ແມ່ນການຫັນເອົາເຕັກໂນໂລຊີດີຈີຕອນ ເຂົ້າມານໍາໃຊ້ໃນຂົງເຂດຂອງການ ພັດທະນາເສດຖະກິດ-ສັງຄົມ ແລະ ການບໍລິຫານວຽກງານຂອງພັກ ແລະ ລັດ ໃນຂອບເຂດທົ່ວປະເທດ ເຕັກໂນໂລຊີດີຈີຕອນ ແມ່ນເຕັກໂນໂລຊີທີ່ທັນສະໄໝ ແລະ ເປັນນະວັດຕະກຳຂອງຍຸກອຸດສາຫະກຳ 4.0 ການຫັນເປັນດີຈີຕອນ ແມ່ນຂະບວນວິວັດທີ່ສຳຄັນໃນຍຸກແຫ່ງການປະຕິວັດອຸດສາຫະກຳ ຄັ້ງທີ 4 ທີ່ເປັນທ່າອ່ຽງລວມຂອງໂລກ ການນຳໃຊ້ຜົນສຳເລັດດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ກາຍເປັນທາງເລືອກລວມໃນການພັດທະນາຂອງປະເທດຊາດຕ່າງໆ ສະນັ້ນ ການຫັນເປັນດີຈີຕອນຢູ່ປະເທດເຮົາ ຈຶ່ງເປັນພາລະກິດປະຕິວັດທີ່ສຳຄັນໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມແນວທາງປ່ຽນແປງໃໝ່ຂອງພັກເຮົາ ແລະ ເພື່ອບຸກທະລຸການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ໃນສະເພາະໜ້າ ແລະ ຍາວນານ. 

    ຂະບວນການຫັນເປັນດີຈີຕອນຢູ່ປະເທດເຮົາ ຕ້ອງຕິດພັນຢ່າງສະໜິດແໜ້ນກັບການຈັດຕັ້ງຜັນຂະຫຍາຍແຂວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ເພື່ອໃຫ້ຮັບປະກັນຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໂດຍໃຫ້ມີຄວາມສົມດຸນລະຫວ່າງການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຕາມທິດພັດທະນາແບບຍືນຍົງ ແລະ ສີຂຽວ ເພື່ອນຳເອົາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາ. 

    ສຳລັບວິໄສທັດ 20 ປີ (2021-2040) ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດີຈີຕອນແຫ່ງຊາດໄລຍະ 5 ປີ (2021-2025) ສະບັບນີ້ ແມ່ນແຜນເພື່ອຊຸກຍູ້ ສົ່ງເສີມແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໃຫ້ສຳເລັດຕາມຄາດໝາຍ ໃນການປະຕິບັດແຜນດັ່ງກ່າວນີ້ ຈະມີໄລຍະການປະເມີນຄືນກາງສະໄໝ ແລະ ທ້າຍສະໄໝ ເພື່ອຖອດຖອນບົດຮຽນ ແລະ ປັບປຸງບັນດາຍຸດທະສາດ ແລະ ແຜນງານທີ່ຍັງຄົງຄ້າງ ເພື່ອສ້າງແຜນພັດທະນາສະບັບໃໝ່ໃນໄລຍະຕໍ່ໄປ.

# ຂ່າວ & ພາບ :  ຊິລິການດາ  

error: Content is protected !!