ແຂວງສະຫວັນນະເຂດ ໄດ້ຮັບການຊ່ວຍເຫຼືອເຄື່ອງອຸປະກອນການແພດ

    ພີທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດ ມູນຄ່າ 1 ຕື້ກວ່າກີບ ຈັດຂື້ນວັນທີ 6 ພະຈິກ 2021 ທີ່ຫໍປະຊຸມສະພາແຫ່ງຊາດ ກ່າວມອບໂດຍພຣະອາຈານ ພົງສະຫວັນ ອານຸສິນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ ແລະ ກ່າວຮັບໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ມີທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ ເຂົ້າຮ່ວມ. 

    ເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນດ້ວຍຄວາມເປັນຫ່ວງເປັນໄຍຂອງຄະນະປະຈຳສະພາແຫ່ງຊາດ ທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໂດຍກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ ໄດ້ລະດົມຂົນຂວາຍວັດຖຸອຸປະກອນການແພດຢູພາຍໃນ ແລະ ຕ່າງປະເທດ ໂດຍຜ່ານພະອາຈານ ພົງສະຫວັນ ອານຸສິນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ ເພື່ອມາປະກອບສ່ວນເຂົ້າໃນການປິ່ນປົວ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເຫັນວ່າມີການແຜ່ລະບາດໝັກໃນທົ່ວປະເທດ ເວົ້າລວມ ເວົ້າສະເພາະຢູ່ແຂວງສະຫວັນນະເຂດ ກໍມີຈຳນວນຜູ້ຕິດເຊື້ອຫຼາຍເຊັ່ນກັນ.

.# ຂ່າວ – ພາບ : ຊິລິການດາ

error: Content is protected !!