ວັນທີ 5 ພະຈິກ 2021 ການນໍານະຄອນຫຼວງວຽງຈັນ (ນວ) ໄດ້ນຳເອົາເຄື່ອງບໍລິໂພກ ໂຄງການຖົງປັນນໍ້າໃຈ ທີ່ເປັນໂຄງການຂອງສະຫະພັນແມ່ຍິງ ນວ ໄປມອບໃຫ້ອົງການປົກຄອງເມືອງໄຊເສດຖາ ແລະ ເມືອງຫາດຊາຍຟອງ ເພື່ອໃຫ້ອົງການປົກຄອງເມືອງ ສົມທົບກັບສະຫະພັນແມ່ຍິງ ນວ ແລະ ສະຫະພັນແມ່ຍິງເມືອງ ນຳໄປແຈກຢາຍຕໍ່ໃຫ້ຄອບຄົວຜູ້ທີ່ຖືກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ສະເພາະເມືອງໄຊເສດຖາ ຈັດພິທີມອບຢູ່ສຳນັກງານປົກຄອງເມືອງ ກ່າວມອບໂດຍທ່ານ ຊົງເລົາ ຢົງນູ ຄະນະປະຈຳພັກ ຫົວໜ້າຄະນະໂຄສະນາອົບຮົມ ນວ ແລະ ທ່ານ ນາງ ຫຼຽນຄຳ ວິລະພັນ ປະທານສະຫະພັນແມ່ຍິງ ນວ ແລະ ກ່າວຮັບໂດຍທ່ານ ຄຳມາ ແສງມີໄຊ ເຈົ້າເມືອງໄຊເສດຖາ ມີຄະນະສະຫະພັນແມ່ຍິງ ນວ ຄະນະສະຫະພັນແມ່ຍິງເມືອງໄຊເສດຖາ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ສ່ວນເມືອງ ແລະ ຄອບຄົວທີ່ຈະໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ປະກອບມີເມືອງໄຊເສດຖາ ມີຄອບຄົວຫຍຸ້ງຍາກທີ່ຈະໄດ້ຮັບການຊ່ວຍເຫຼືອຈາກໂຄງການຖົງປັນນໍ້າຄັ້ງນີ້ທັງໝົດ 30 ບ້ານ 538 ຄອບຄົວ ມູນຄ່າທັງໝົດ 103 ລ້ານກີບ ແລະ ເມືອງຫາດຊາຍຟອງຈັດພິທີມອບຢູ່ປົກຄອງເມືອງ ກ່າວມອບໂດຍທ່ານ ຖະໜອມ ທຳທອງ ຄະນະປະຈຳພັກ ປະທານແນວລາວສ້າງຊາດ ນວ ແລະ ກ່າວຮັບໂດຍທ່ານເຈົ້າເມືອງຫາດຊາຍຟອງ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ ເຊິ່ງເມືອງຫາດຊາຍຟອງ ມີທັງໝົດ 8 ບ້ານ 109 ຄອບຄົວ ລວມມູນຄ່າ 21.037.000 ກີບ.
ຈຸດປະສົງຂອງໂຄງການ ເພື່ອຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບຈາກການລະບາດພະຍາດໂຄວິດໃນ ນວ ໃຫ້ 2.915 ຄອບຄົວ ໃນ 162 ບ້ານ ໃນ 7 ເມືອງເປົ້າໝາຍຄື: ເມືອງໄຊທານີ 16 ບ້ານ 30 ຄອບຄົວ ໄຊເສດຖາ ເມືອງສີສັດຕະນາກ 33 ບ້ານ 517 ຄອບຄົວ ເມືອງຈັນທະບູລີ 12 ບ້ານ 191 ຄອບຄົວ ເມືອງຫາດຊາຍຟອງ 8 ບ້ານ 109 ຄອບຄົວ ເມືອງສີໂຄດຕະບອງ 28 ບ້ານ 638 ຄອບຄົວ ແລະ ເມືອງນາຊາຍທອງ 35 ບ້ານ 892 ຄອບຄົວ ເພື່ອເປັນການຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນ (ຄອບຄົວຫຍຸ້ງຍາກ) ໃນກຸ່ມເປົ້າໝາຍໃຫ້ມີກໍາລັງໃຈຕໍ່ສູ້ ແລະ ສາມາດຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ ແລະ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ເຫັນໄດ້ເຖິງຄວາມສໍາຄັນໃນການປະກອບສ່ວນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາທີ່ມີຄວາມຫຍຸ້ງຍາກລໍາບາກ.
# ຂ່າວ & ພາບ : ສົມສະຫວັນ



