ຫຼາຍພາກສ່ວນປະກອບວັດຖຸສິ່ງຂອງຕ້ານກັບການແຜ່ລະບາດພະຍາດໂຄວິດ-19 ໃຫ້ອົງການກາແດງລາວ

    ວັນທີ 4 ພະຈິກ 2021 ທີ່ອົງການກາແດງລາວ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ໄດ້ໃຫ້ກຽດຮັບເງິນຊ່ວຍເຫຼືອຈາກທ່ານ ນາງ ELSA H. DONOHUE ຫົວໜ້າໂຮງຮຽນນາໆຊາດ ໂຄງການຄວາມຫ່ວງໄຍຈາກໃຈ VIS ຈຳນວນ 14 000 000 ກີບ ເຄື່ອງກະຕຸ້ນຫົວໃຈ ມູນຄ່າ 29.750.000 ກີບ ແລະ ເງິນ 1.000.000 ກີບ ຈາກທ່ານ ນາງ ໄພພະນອມ ຫຍຸຍວານີຊະວົງ ແລະ ຄອບຄົວທ່ານບຸນລ້ອມ ຫຼວງໂຄດ ມອບເງິນ 2.000.000 ກີບ ຄອບຄົວທ່ານ ແຝງຄຳມອບເງິນ 1.000.000ກີບ ເຊິ່ງວັດຖຸປັດໄຈດັ່ງກ່າວ ແມ່ນມອບໃຫ້ອົງການກາແດງລາວເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. 

    ໂອກາດດັ່ງກ່າວ ທ່ານປະທານອົງການກາແດງລາວ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ໃນການປະກອບສ່ວນວັດຖຸປັດໄຈຈຳນວນດັ່ງກ່າວ ແລະ ໄດ້ມອບໃບຂອບໃຈເພື່ອເປັນທີ່ລະລຶກໃຫ້ແກ່ຜູ້ທີ່ມາປະກອບສ່ວນໃນຄັ້ງນີ້ ແລະ ຈະໄດ້ນຳເອົາວັດຖຸປັດໄຈເຫຼົ່ານີ້ນຳໃຊ້ເຂົ້າໃນວຽກງານດັ່ງກ່າວຕາມຈຸດປະສົງຂອງຜູ້ບໍລິຈາກໃຫ້ເກີດດອກອອກຜົນຢ່າງສູງ.

# ຂ່າວ & ພາບ :  ວຽງມາ  

error: Content is protected !!