ລາວ-ອົດສະຕຣາລີ ຫາລືເພີ່ມທະວີການຮ່ວມມື

    ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະທູດອົດສະ ຕຣາລີ ປະຈໍາ ສປປ ລາວ ຈັດກອງປະຊຸມສໍາມະນາທາງໄກ ”ການຮ່ວມມືລາວ-ອົດສະຕຣາລີ ໃນປັດຈຸບັນ ແລະ ອະນາຄົດ” ຂຶ້ນວັນທີ 5 ພະຈິກ 2021 ທີ່ໂຮງແຮມຄຣາວ ພລາຊາ ໂດຍມີທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ເພື່ອປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ແລະ ການສ້າງຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ລະ ຫວ່າງສອງຊາດ ລາວ-ອົດສະຕຣາລີ ໃນຂອບການຮ່ວມມືສອງຝ່າຍ ແລະ ຂອບການຮ່ວມມືຫຼາຍຝ່າຍ ກໍຄື ອາຊຽນ-ອົດສະຕຣາລີ ທ່ານ Paul Kelly ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ ໄດ້ເນັ້ນໃຫ້ເຫັນເຖິງໝາກຜົນຂອງການພົວພັນຮ່ວມມືສອງຝ່າຍ ລາວ-ອົດສະຕຣາລີ ຕະຫຼອດໄລຍະເວລາຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດໃນປີ 1952 ແລະ ຈະສະເຫຼີມສະຫຼອງ ຄົບຮອບ 70 ປີ ໃນປີ 2022 ນອກຈາກນີ້ ບັນດາຜູ້ເຂົ້າຮ່ວມປະຊຸມ ຍັງໄດ້ຮັບຟັງການບັນລະຍາຍຈາກທ່ານ Will Nankervis  ເອກອັກຄະລັດຖະທູດອົດສະຕຣາລີ  ປະຈໍາອາຊຽນ  ທີ່ຈາກາຕາ  ໃນຫົວຂໍ້: ”ການຮ່ວມມືອາຊຽນ-ອົດສະຕຣາລີ ໃນປັດຈຸບັນ ແລະ ອະນາຄົດ” ແລະ ທ່ານ ນາງ ແສງດາວັນ ວົງໄຊ ຮັກສາການຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ໃຫ້ກຽດບັນລະຍາຍກ່ຽວກັບ “ທັດສະນະຂອງ ສປປ ລາວ ຕໍ່ກັບ ອາຊຽນໃນປັດຈຸບັນ ແລະ ອະນາຄົດ”. 

    ກອງປະຊຸມສໍາມະນາຄັ້ງນີ້ ມີຄວາມໝາຍສໍາຄັນ ໃນຖານະທີ່ ສປປ ລາວ ເປັນປະເທດຜູ້ປະສານງານ ອາຊຽນ-ອົດສະຕຣາລີ ຊຶ່ງເລີ່ມແຕ່ປີ 2021-2024 ແລະ ເພື່ອສົ່ງເສີມບົດບາດຂອງ ສປປ ລາວ ໃຫ້ພົ້ນເດັ່ນໃນເວທີສາກົນ. ພ້ອມດຽວກັນນັ້ນ ກໍເພື່ອສືບຕໍ່ປຶກສາຫາລື ສ້າງຄວາມເຂົ້າໃຈກ່ຽວກັບຂອບການຮ່ວມມືໃນດ້ານຕ່າງໆ ແລະ ເສີມຂະຫຍາຍການພົວພັນລະຫວ່າງ ລາວ-ອົດສະຕຣາລີ ນປັດຈຸບັນ ແລະ ອະນາຄົດ ເພື່ອວາງທິດທາງແຜນການເຄື່ອນໄຫວຮ່ວມກັນໃນຕໍ່ໜ້າ ທັງເປັນການຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງ ລາວ-ອົດສະຕຣາລີ ເນື່ອງໃນໂອກາດຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດທີ່ຈະໝູນວຽນມາເຖິງ ໃຫ້ມີຄວາມສໍາຄັນ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ.

error: Content is protected !!