ການສັກວັກຊິນ ມີຄວາມສຳຄັນຕໍ່ການກຽມຄວາມພ້ອມສູ່ການເປີດປະເທດ

    ສະພາບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ໄດ້ມີການແຜ່ກະຈາຍເປັນວົງກວ້າງ ເຊິ່ງໄດ້​ກາຍ​ເປັນ​ສິ່ງ​ທ້າ​ທາຍໃນ​ກາ​ນ​ກຽມ​ສູ່​ການ​ເປີດ​ປະ​ເທດໃນ​ທ້າຍ​ປີນີ້ ລວມທັງການເປີດເສັ້ນທາງລົດໄຟລາວ-ຈີນ ​ເພື່ອ​ຕ້ອນ​ຮັບ​ນັ​ກທ່ອງ​ທ່ຽວ ທັງກະ​ຕຸ້ນ​ເສດ​ຖະ​ກິດ​ໃຫ້​ເຕີບ​ໂຕ​ ໄປຄຽງຄູ່ກັບການຮັກສາສຸຂະພາບ ແລະ ປົກປ້ອງຊີວິດຂອງປະຊາຊົນ ພາຍ​ໃຕ້ວິຖີຊີວິດປົກກະຕິແບບໃໝ່ ໃນສະພາບການລະບາດຂອງພະຍາດໂຄວິດ-19.

    ທ່ານ ພັນຄຳ ວິພາວັນ ນາຍົກ​ລັດ​ຖະ​ມົນ​ຕີ ກ່າວໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຍົກໃຫ້ເຫັນການແກ້ໄຂບັນຫາໂຄວິດ-19 ໂດຍອີງຕາມການຕີລາຄາຂອງອົງການອະນາໄມໂລກ ຂອງບັນດານັກວິທະຍາສາດດ້ານການແພດສາກົນ ແລະ ຂອງຫຼາຍປະເທດໃນໂລກ ເຫັນວ່າ ໂຄວິດ-19 ຍັງສືບຕໍ່ແຜ່ລະບາດຢູ່ໃນວົງກວ້າງໃນໂລກ ແລະ ມີທ່າອ່ຽງກາຍພັນຮຸນແຮງສູງຂຶ້ນ ຄາດຄະເນໄດ້ຍາກ ດັ່ງນັ້ນ ການມີວັກຊິນ ແລະ ອັດຕາການຮັບວັກຊິນ ຈະຊ່ວຍສະກັດກັ້ນການຕິດເຊື້ອ ແລະ ການເສຍຊີວິດຈາກພະຍາດໂຄວິດ-19 ຈາກບົດຮຽນ ຄວາມສາມາດຕົວຈິງໃນການປະຕິບັດບັນດາມາດຕະການຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາໃນໄລຍະທີ່ຜ່ານມາ ພວກເຮົາຕ້ອງໄດ້ຄົ້ນຄວ້າ ແລະ ກຳນົດແຜນຍຸດທະສາດໃນຕໍ່ໜ້າໃຫ້ແທດເໝາະກັບສະພາບຕົວຈິງ ໂດຍສະເພາະແມ່ນການກຽມຄວາມພ້ອມແຕ່ລະດ້ານໃນການເປີດປະເທດ ການສັກວັກຊິນມີຄວາມສຳຄັນຕໍ່ການກຽມຄວາມພ້ອມສູ່ການເປີດປະເທດ ລວມທັງການເປີດເສັ້ນທາງລົດໄຟລາວ-ຈີນ ໄປຄຽງຄູ່ກັບການຮັກສາສຸຂະພາບ ແລະ ປົກປ້ອງຊີວິດຂອງປະຊາຊົນ ໂດຍສຸມໃສ່ຊອກຫາວັກຊິນ ແລະ ສັກວັກຊິນໃຫ້ປະຊາຊົນລາວເພື່ອໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ຫຼາຍກວ່າ 50% ຂອງພົນລະເມືອງ ຕ້ອງໄດ້ສ້າງທຸກເງື່ອນໄຂເພື່ອໃຫ້ປະຊາຊົນໄດ້ທຳມາຫາກິນຕາມວິຖີປົກກະຕິແບບໃໝ່ ດ້ວຍການຮຽນຮູ້ຂອງປະເທດເພື່ອນມິດໃນໂລກ ກ່ຽວກັບການດຳລົງຊີິວິດໃນເງື່ອນໄຂພະຍາດໂຄວິດ-19 ຖືເອົາການແກ້ໄຂເສດຖະກິດເປັນບັນຫາໃຈກາງ ແລະ ການແກ້ໄຂບັນຫາໂຄວິດເປັນບັນຫາສຳຄັນ ເຊິ່ງມາດຕະການທີ່ຈະຕ້ອງໄດ້ປະຕິບັດໃນຕໍ່ໜ້ານີ້ ແມ່ນສອດຄ່ອງກັບມາດຕະການທີ່ສາກົນໄດ້ວາງອອກ ສຳລັບປະເທດເຮົາ ຄວນເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນເຂົ້າໃຈ ແລະ ຫັນປ່ຽນຈິນຕະນາການທີ່ມີຄວາມມຸ່ງຫວັງ ຢາກເຮັດໃຫ້ທົ່ວປະເທດປອດພະຍາດໂຄວິດ-19 ພຶດຕິກຳຕົວຈິງໃນ 2 ປີຜ່ານມາ ບໍ່ທັນມີປະເທດໃດໃນໂລກນີ້ສາມາດເຮັດໄດ້ ຍ້ອນແນວນັ້ນ ຈຶ່ງພ້ອມກັນຫັນປ່ຽນແນວຄິດເກົ່າໄປສູ່ແນວຄິດໃໝ່ ນັ້ນແມ່ນຕ້ອງຮຽນຮູ້ພະຍາດນີ້ ແລະ ຕ້ອງຢູ່ກັບພະຍາດນີ້ໃຫ້ໄດ້ໂດຍໃຫ້ມີຄວາມປອດໄພ ນັ້ນເອີ້ນວ່າ: ວິຖີຊີວິດປົກກະຕິແບບໃໝ່ ໃນນັ້ນ ຕ້ອງເພີ່ມທະວີການຈັດຫາ ແລະ ສັກຢາວັກຊິນ ຈັດຫາອຸປະກອນການແພດ ແລະ ຢາປົວທີ່ມີຄຸນນະພາບໃຫ້ແກ່ປະຊາຊົນເຂົ້າເຖິງຢ່າງສະເໝີພາບກັນ ຮູ້ວິທີປິ່ນປົວດ້ວຍໂຕເອງ ສິ່ງສຳຄັນ ຕ້ອງປ່ຽນແປງແນວຄິດລັງກຽດຕໍ່ຜູ້ຕິດເຊື້ອ ໃຫ້ຖືເອົາພະຍາດນີ້ເປັນພະຍາດທ້ອງຖິ່ນ ບໍ່ອາດປິດປະຕູຂັງໂຕເອງຢູ່ໃນເຮືອນໂດຍບໍ່ທຳມາຫາກິນ ບໍ່ທຳການຜະລິດເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ ໝາຍຄວາມວ່າ ສະກັດກັ້ນຕ້ານກັບໂຄວິດກໍຕ້ອງເຮັດ ທຳມາຫາກິນກໍຕ້ອງເຮັດ ສຳລັບການເປີດປະເທດ ສປປ ລາວ ຕ້ອງຮຽນຮູ້ຈາກປະເທດເພື່ອນມິດ ພ້ອມທັງມີມາດຕະການຮອງຮັບຕ່າງໆ.

# ຂ່າວ & ພາບ :  ບຸນມີ ສີວິໄລ  

error: Content is protected !!