ໃຫ້ຂໍ້ມູນກ່ຽວກັບພະຍາດໂຄວິດ-19 ໃຫ້ແກ່ສື່ມວນຊົນ

    ກອງປະຊຸມໃຫ້ຂໍ້ມູນກ່ຽວກັບພະຍາດໂຄວິດ-19 ໃຫ້ແກ່ສື່ມວນຊົນ ຈັດຂຶ້ນວັນທີ 5 ພະຈິກ 2021 ທີ່ໂຮງແຮມຄຣາວ ພລາຊາ ເປັນປະທານຂອງທ່ານ ສິດ ຄໍາລືຊາ ຫົວໜ້າສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະສະສຸກ ມີຜູ້ຕາງໜ້າຈາກສື່ມວນຊົນ 15 ພາກສ່ວນ ແລະ ຂະແໜງການກ່ຽວຂ້ອງກະຊວງສາທາລະນະສຸເຂົ້າຮ່ວມ. 

    ຈຸດປະສົງການຈັດກອງປະຊຸມຄັ້ງນີ້ ເພື່ອອັບເດດຂໍ້ມູນແກ່ສື່ມວນຊົນກ່ຽວກັບສະຖານະການຂອງພະຍາດໂຄວິດ-19 ປຶກສາຫສລື ໂອ້ລົມກ່ຽວກັບກຸ່ມເປົ້າໝາຍໃນການສັກວັກຊິນ ແລະ ອັດຕາການສັກວັກຊິນທີ່ຕໍ່າໃນແຕ່ລະແຂວງ ແລະ ວິທີການທີ່ສື່ມວນຊົນຈະຊ່ວຍຫຼຸດຜ່ອນ ຫຼື​ ຢຸດການແຜ່ເຊື້ອດ້ວຍການນໍາໃຊ້ຂໍ້ມູນຂ່າວ ສານ. 

    ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການປັບປ່ຽນມາດຕະການທາງສາທາລະນະສຸກ ແລະ ສັງຄົມ ສະຖານະການໂຄວິດ-19 ໃນ ສປປ ລາວ ຄວາມສ່ຽງຂອງການລະບາດ ແລະ ມາດຕະການປ້ອງກັນ ອັບເດດການສັກວັກຊິນໃນ ສປປ ລາວ ຂໍ້ມູນສໍາຄັນກ່ຽວກັບວັກຊິນກັນພະຍາດໂຄວິດ-19 ແລະ ຄໍາແນະນໍາຈາກອົງການອະນາໄມໂລກ.

# ຂ່າວ & ພາບ :  ຂັນທະວີ  

error: Content is protected !!