ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການພັດທະນາການຊໍາລະພາສີ-ອາກອນ ຄ່າທຳນຽມ-ຄ່າບໍລິການ ເບີກຈ່າຍງົບປະມານແຫ່ງລັດ ຜ່ານບໍລິການການເງິນດີຈີຕອນ M Money ແລະ ການນໍາໃຊ້ບໍລິການລະບົບພື້ນຖານໂຄງລ່າງໂທລະຄົມ ຈັດຂຶ້ນວັນທີ 5 ພະຈິກ 2021 ຢູ່ກະຊວງການເງິນ ລະຫວ່າງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ທ່ານ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະຜູ້ບໍລິຫານທັງສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ເພື່ອຈັດຕັ້ງປະຕິບັດການຮ່ວມມືໃນໂຄງການ “ການນໍາໃຊ້ບໍລິການ ລະບົບພື້ນຖານໂຄງລ່າງເຄືອຂ່າຍໂທລະຄົມມະນາຄົມ ແລະ ລະບົບກະເປົາເງິນເທິງມືຖື M-Money ຂອງກຸ່ມບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ເຂົ້າໃນການເກັບລາຍຮັບພາສີອາກອນ ແລະ ລາຍຈ່າຍຂະແໜງການເງິນແຫ່ງລັດ ຂອງກະຊວງການເງິນ” ໃນຂົງເຂດການຮ່ວມມືທີ່ສອງຝ່າຍກໍານົດໄວ້ ທັງເປັນການຫັນແຜນວຽກຈຸດສຸມ ແລະ ແຜນດຳເນີນງານ 5 ປີ (2021-2025) ຂອງຂະແໜງການເງິນ ຫັນເຂົ້າສູ່ລະບົບຈັດເກັບ ແລະ ຊຳລະພັນທະທາງດີຈີຕອນ (Fintech) ເຊິ່ງເປັນຊ່ອງທາງ ແລະ ເຄື່ອງມືທາງດ້ານການເງິນອັນໜຶ່ງ ທີ່ຈະເພີ່ມທະວີຄວາມເຂັ້ມແຂງ ແລະ ຄວາມໂປ່ງໃສໃຫ້ລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ບັນລຸຕາມແຜນການ ລວມເຖິງການເບີກຈ່າຍງົບປະມານແຫ່ງລັດຕ່າໆໃຫ້ມີຄວາມວ່ອງໄວ ທັນສະໄໝ ແລະ ກວດສອບໄດ້ ໂຄງການດັ່ງກ່າວ ມີຄວາມໝາຍຄວາມສຳຄັນ ເພາະເປັນອີກໂຄງການໜຶ່ງທີ່ສົ່ງເສີມ ສະໜອງທາງເລືອກ ອຳນວຍຄວາມສະດວກໃຫ້ຜູ້ຊົມໃຊ້ ຫົວໜ້າທຸລະກິດ ເຂົ້າເຖິງການບໍລິການຂອງພາກລັດ ໃນການປະຕິບັດການຊຳລະພັນທະໃຫ້ລັດ ແລະ ເບີກຈ່າຍງົບປະມານຕ່າງໆຢ່າງມີປະສິດຜົນ.

ການຮ່ວມມືຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສຳຄັນໃນການຫັນການຊຳລະພັນທະຂະແໜງການເງິນໃນຮູບແບບໃໝ່ ຜ່ານ M Money ກະເປົາເງິນເທິງມືຖື ເຂົ້າໃນຫົວໜ່ວຍວຽກງານຂອງລັດ ແລະ ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນທົ່ວປະເທດ ເປັນສ່ວນໜຶ່ງໃນການສ້າງທ່າແຮງ ຊຸກຍູ້ ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດີຈີຕອນ ຫຼຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດີຈີຕອນຂອງພັກ-ລັດ ໃຫ້ປາກົດຜົນເປັນຈິງ ຕາມວິໄສທັດຂອງບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການການເງິນດີຈີ ໃນ ສປປ ລາວ ອີກດ້ວຍ.
.# ຂ່າວ – ພາບ : ສະບາໄພ