ບໍລິສັດ ບຸນສົງ ປະກອບສ່ວນຊຸກຍູ້ວຽກງານຕ້ານການລະບາດພະຍາດໂຄວິດ-19

    ວັນທີ 4 ພະຈິກ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ບໍລິສັດ ບຸນສົງ ຂາເຂົ້າ-ຂາອອກ ຈໍາກັດ ຜູ້ດຽວ ໄດ້ນໍາເຈວລ້າງມື ເພື່ອນໍາໃຊ້ເຂົ້າໃນວຽກຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ໂດຍການມອບຂອງທ່ານ ບຸນສົງ ສະຫວັນວາລີ ປະທານ ບໍລິສັດ ບຸນສົງ ຂາເຂົ້າ-ຂາອອກ ຈໍາກັດ ແລະ ຕາງໜ້າຮັບຂອງທ່ານ ໂພຄໍາ ໄຊຍະສອນ ຫົວໜ້າຫ້ອງວ່າການນະຄະຄອນຫຼວງວຽງຈັນ ທັງເປັນຫົວໜ້າພະແນກການຕ່າງປະເທດນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ໂດຍອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງລະບາດເປັນວົງກວ້າງຢູ່ໃນປະເທດເຮົາ ເຊິ່ງຈໍານວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນໃນແຕ່ລະວັນ ດັ່ງນັ້ນ ບໍລິສັດ ບຸນສົງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ເຫັນເຖິງຄວາມສໍາຄັນທີ່ພັກ ແລະ ລັດຖະບານ ກໍຄືຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດເຊື້ອພະຍາດໂຄວິດ-19 ພ້ອມດ້ວຍຄອບຄົວ ໄດ້ປະກອບສ່ວນເຈວລ້າງມືຕ້ານການລະບາດພະຍາດໂຄວິດ-19 ໃຫ້ກັບນະຄອນຫຼວງວຽງຈັນ ຈໍານວນ 480 ຕູກ ມູນຄ່າ 12 ລ້ານກີບ ແລະ ຊຸກຍູ້ພາກສ່ວນຕ່າງໆຕື່ມອີກ ເຊິ່ງວັນທີ 3 ພະຈິກ ຜ່ານມາ ໄດ້ມອບເຈວລ້າງມືໃຫ້ຄະນະພົວພັນຕ່າງປະເທດສູນກາງພັກ 480 ຕຸກ ມູນຄ່າ 12 ລ້ານກີບ ມສ ຫຼຽວໂຕ່ວ 240 ຕຸກ ມູນຄ່າ 6 ລ້ານກີບ ໜ່ວຍກູ້ໄພມູນນິທິຈີນ 1628 ປະຈໍານະຄອນຫຼວງວຽງຈັນ 240 ຕຸກ ມູນຄ່າ 6 ລ້ານກີບ ໂທລະພາບແຫ່ງຊາດ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ 240 ຕຸກ ມູນຄ່າ 6 ລ້ານກີບ ນອກນີ້ ຍັງຈະສືບຕໍ່ມອບໃຫ້ສະພາແຫ່ງຊາດ 1.200 ຕຸກ ມູນຄ່າ 30 ລ້ານກີບ ຫ້ອງວ່າການແຂວງສະຫວັນນະເຂດ 480 ຕຸກ ມູນຄ່າ 12 ລ້ານກີບ ແລະ ໂຮງຮຽນຈຸງເຕັກ ແຂວງສະຫວັນນະເຂດ 240 ຕຸກ ມູນຄ່າ 6 ລ້ານກີບ ລວມທັງໝົດເຈວລ້າງມືທີ່ມອບຄັ້ງນີ້ ມີ 3.840 ຕຸກ ມູນຄ່າ 96 ລ້ານກີບ.

# ຂ່າວ & ພາບ :  ຂັນທະວີ  

error: Content is protected !!