ການປັກດໍາເຂົ້ານາປີເມືອງຫາດຊາຍຟອງ ຄາດວ່າຈະໃຫ້ສໍາເລັດໃນທ້າຍເດືອນກໍລະກົດ
ພາຍຫຼັງທີ່ສໍາເລັດການເກັບກູ້ຜົນຜະລິດພືດລະດູແລ້ງ ຊາວກະສິກອນໃນທົ່ວນະຄອນຫຼວງວຽງຈັນ ກໍຄືຊາວກະສິກອນເມືອງຫາດຊາຍຟອງ ໄດ້ພ້ອມກັນຂຸ້ນຂ້ຽວສຸມໃສ່ການຜະລິດພືດລະດູຝົນ ໂດຍສະເພາະແມ່ນການປູກເຂົ້ານາປີໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ແລະ ສາມາດຕອບສະໜອງພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ. ທ່ານ ສຸລິນ ອິນທາທິລາດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ…
ການລະເມີດລະບຽບທາງດ້ານການແພດຖືເປັນການກະທຳຜິດ
ສະພາບສູ່ມື້ນີ້ ການເຈັບເປັນເອັນອຸ່ນ ເຈັບໄຂ້ໄດ້ພະຍາດ ການເຈັບປ່ວຍທາງກາຍທາງໃຈ ຍ້ອນການບໍລິໂພກອາຫານທີ່ບໍ່ເປັນມິດກັບສຸຂະພາບ ກັບຮ່າງກາຍ ກາຍເປັນບັນຫາໃຫຍ່ ທີ່ມີຄົນຈຳນວນຫຼາຍພວມປະສົບພົບພໍ້ ຊຶ່ງໄດ້ສ້າງຜົນກະທົບບໍ່ໜ້ອຍຕໍ່ຄວາມຍືນຍົງ ແລະ ໝັ້ນຄົງຂອງຊີວິດມະນຸດ. ເມື່ອຍາມເຈັບເປັນຄົນສ່ວນຫຼາຍກໍໄດ້ໄປໂຮງໝໍ ໄປຄີຣນິກເພື່ອໃຫ້ແພດໃຫ້ໝໍ ໃຫ້ຜູ້ຊ່ຽວຊານສະເພາະດ້ານເພິ່ນກວດ ເພິ່ນແທກຕັ່ງຊົງ…
ຂຶ້ນທະບຽນເລກໝາຍໂທລະສັບມືຖື ແລະ ຊິມເນັດ
ການນຳໃຊ້ເຄື່ອງມືສື່ສານທີ່ສາມາດພົກຕິດຕົວໄປມາໄດ້ຕະຫຼອດເວລາທັງສາມາດນຳໃຊ້ອິນເຕີເນັດ ເພື່ອເຂົ້າໃຊ້ການບໍລິການຮູບແບບໃໝ່ ເປັນຕົ້ນການດຳເນີນທຸລະກຳທາງດ້ານການເງິນ-ທະນາຄານ ການສັ່ງອາຫານ ການຈອງປີ້ຍົນ-ທີ່ພັກ ການຮັບ-ສົ່ງເອກະສານເອເລັກໂຕຣນິກຜ່ານເຄື່ອງໂທລະສັບມືຖືລຸ້ນໃໝ່ ຫຼື ເອີ້ນວ່າສະມາດໂຟນທີ່ສັງຄົມນັບຕັ້ງແຕ່ເດັກນ້ອຍຊັ້ນອານຸບານຂຶ້ນມາຮອດຮຸ້ນຄົນເຮັດວຽກແມ່ນຮູ້ຈັກກັນດີ ແລະ ໃຊ້ປະຈຳວັນຈົນກາຍເປັນປັດໄຈທີ 5 ທີ່ຂາດບໍ່ໄດ້ໃນຍຸກປັດຈຸບັນ ພ້ອມດຽວກັນນັ້ນ ການພັດທະນາແອບພລີເຄຊັນຕ່າງໆຖືກພັດທະນາຂື້ນຮັບໃຊ້ຄວາມຕ້ອງການຂອງສັງຄົມກໍລ້ວນແລ້ວແຕ່ ປັບໃຫ້ເຂົ້າກັບລະບົບມືຖືນັບມື້ນັບຫຼາກຫຼາຍຂຶ້ນເຊິ່ງເລກໝາຍໂທລະສັບມືຖືໄດ້ກາຍເປັນສິ່ງຢັ້ງຢືນຕົວຕົນຂອງເຮົາໄປແລ້ວບໍ່ວ່າຈະໃຊ້ກັບການບໍລິການປະເພດໃດລະບົບແມ່ນຈະຖາມຫາວ່າໃຊ້ເລກໝາຍໂທລະສັບໃດ…
ເປີດຕະຫຼາດກະສິກຳອິນຊີໜອງໄຮ ອຳນວຍຄວາມສະດວກໃຫ້ຜູ້ບໍລິໂພກ
ໃນວັນທີ 2 ກໍລະກົດ 2020 ກຸ່ມກະສິກຳອິນຊີນະຄອນຫຼວງວຽງຈັນ ໄດ້ເປີດຕະຫຼາດກະສິກຳອິນຊີເປັນແຫ່ງທີ 6 ຢູ່ດ້ານຫຼັງພະແນກກະສິກຳ-ປ່າໄມ້ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ທາງຕັດໄປດົງຄຳຊ້າງ) ເຊິ່ງຕະຫຼາດແຫ່ງນີ້ຈະເປີດຂາຍໃນ 2 ມື້ຄື: ວັນຈັນ…
ຫາລືວຽກງານສ້າງແຜນຮັບບໍລິຈາກເລືອດຮ່ວມກັບ ມຊ
ວັນທີ 1 ກໍລະກົດ 2020 ສູນເລືອດແຫ່ງຊາດ ອົງກາແດງລາວ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບແຜນການຮັບບໍລິຈາກເລືອດຄືນໃໝ່ ແລະ ມີແຜນຈັດກິດຈະກຳບໍລິຈາກເລືອດແບບເປີດກວ້າງ ເພື່ອແກ້ໄຂການຂາດແຄນເລືອດທີ່ມີຢູ່ປັດຈຸບັນ ພາຍຫຼັງທີ່ລັດຖະບານໄດ້ມີມາດຕະການຜ່ອນຜັນກ່ຽວກັບການຕ້ານ ແລະ ສະກັດກັ້ນພະຍາດ Covid-19…
ຮ່ວມເປັນເຈົ້າພາບລະດົມທຶນບູລະນະພະທາດວັດຖິ່ນຊ້ອຍ
ຜ່ານມາ ພັກ-ລັດຖະບານ ກໍຄືອົງການປົກຄອງນະຄອນຫຼວງວຽງຈັນ ຮ່ວມກັບຫຼາຍພາກສ່ວນ ໄດ້ບູລະນະປະຕິສັງຂອນສະຖານທີ່ທ່ອງທ່ຽວວັດທະນະທຳຫຼາຍໂຄງການ ເປັນຕົ້ນ ຫໍພະແກ້ວ ພະທາດຫຼວງວຽງຈັນ ວັດສີສະເກດ ແລະ ອື່ນໆ ອັນໄດ້ເຮັດໃຫ້ສະຖານທີ່ດັ່ງກ່າວມີໂສມໜ້າໃໝ່ທີ່ງົດງາມ ເປັນທີ່ດຶງດູດຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າໄປສັກກາລະບູຊາ ແລະ…
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ອັດລົງດ້ວຍຜົນສໍາເລັດ
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 2 ກໍລະກົດ 2020 ທີ່ສະພາແຫ່ງຊາດ (ຫຼັກ 6) ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ທ່ານ…
ການບໍລິການຄົນເຈັບຢູ່ໂຮງໝໍເມືອງໄຊທານີ ພົບຄວາມຫຍຸ້ງຍາກ
ເມືອງໄຊທານີ ເປັນເມືອງໜຶ່ງຂອງນະຄອນຫຼວງວຽງຈັນ ມີຫຼາຍບ້ານຕັ້ງຢູ່ກະແຈກກະຈາຍ ແລະ ຫ່າງໄກຈາກເທສະບານເມືອງ ເຊິ່ງມີສຸກສາລາປະຈໍາບ້ານໄວ້ບໍລິການປະຊາຊົນ 11 ເຂດ ແລະ ມີໂຮງໝໍເມືອງ 1 ແຫ່ງ ປັດຈຸບັນເຫັນວ່າການບໍລິການຍັງພົບຄວາມຫຍຸ້ງຍາກ ໂດຍສະເພາະໂຮງໝໍເມືອງ ມີຄວາມສາມາດປິ່ນປົວແຕ່ຜູ້ທີ່ປ່ວຍທົ່ວໄປໃນລະດັບທີ່ເບົາບາງ.…
ສສຊ ຮັບຮອງເອົາບົດລາຍງານຂອງຄະນະປະຈຳສະພາ
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 2 ກໍລະກົດ 2020 ທີ່ສະພາແຫ່ງຊາດ (ຫຼັກ 6) ເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ມີທ່ານ…