ສສຊ ຮັບຮອງເອົາບົດລາຍງານຂອງຄະນະປະຈຳສະພາ

    ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 2 ກໍລະກົດ 2020 ທີ່ສະພາແຫ່ງຊາດ (ຫຼັກ 6) ເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີສະມາຊິກສະພາແຫ່ງຊາດ (ສສຊ) ເຂົ້າຮ່ວມ.

    ບັນດາ ສສຊ ໄດ້ສືບຕໍ່ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມ ກວດກາການຈັດຕັ້ງປະຕິບັດກົດໝາຍກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາ ກອນທໍາມະຊາດ (ການຊອກຄົ້ນ ສໍາຫຼວດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຫີນຜາ ຫີນແຮ່ ແລະ ຊາຍ) ທີ່ສະເໜີໂດຍທ່ານ ບຸນປອນ ສີສຸລາດ  ປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ.​ 

    ຜ່ານການຄົ້ນຄວ້າ ພິຈາລະນາ ແລະ ປະກອບຄໍາຄິດເຫັນຂອງ ສສຊ ຢ່າງເລິກເຊິ່ງ ກວ້າງຂວາງ ແລະ ຖີ່ຖ້ວນ ຕໍ່ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນການຈັດຕັ້ງປະຕິບັດກົດໝາຍກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ (ການຊອກຄົ້ນ ສໍາຫຼວດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຫີນຜາ ຫີນແຮ່ ແລະ ຊາຍ) ສສຊ ໄດ້ລົງຄະແນນສຽງຮັບຮັບເອົາບົດລາຍງານດັ່ງກ່າວດ້ວຍຄະແນນສຽງສ່ວນຫຼາຍ.

    ເພື່ອຮັບປະກັນໃຫ້ແກ່ການຄຸ້ມຄອງ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີປະສິດທິພາບ ປະສິດທິຜົນສູງ ກອງປະຊຸມໄດ້ສະເໜີໃຫ້ລັດຖະບານເອົາໃຈໃສ່ຊີ້ນໍາກະຊວງກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດບາງບັນຫາຄື: ເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍໃຫ້ເຂັ້ມງວດ ເດັດຂາດ ໄປຄຽງຄູ່ກັບການໂຄສະນາເຜີຍແຜ່ກົດໝາຍທີ່ຕິດພັນກັບການອອກອະນຸຍາດຊອກຄົ້ນ ສໍາຫຼວດ ຂຸດຄົ້ນ ແລະ ປຸງແຕ່ແຮ່ທາດ ຫີນຜາ ຫີນແຮ່-ຊາຍ ໃຫ້ພະນັກງານ-ລັດຖະກອນ ທະຫານ ຕໍາຫຼວດ ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ເຂົ້າໃຈຢ່າງກວ້າງຂວາງ ເຂັ້ມງວດ ຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄຸ້ມຄອງກິດຈະການແຮ່ທາດໃນລາວ ໂດຍສະເພາະໂຈະພິຈາລະນາຊົ່ວຄາວໂຄງການໃໝ່ ກວດກາຄືນ ແລະ ປະເມີນຜົນບັນດາໂຄງການ ກິດຈະການກ່ຽວກັບແຮ່ທາດທີ່ລັດຖະບານໄດ້ອະນຸຍາດຜ່ານມາ ພ້ອມມີນະໂຍບາຍຊຸກຍູ້ສົ່ງເສີມບັນດາໂຄງການ ກິດຈະການທີ່ຈັດຕັ້ງປະຕິບັດໄດ້ດີ ມີປະສິດທິຜົນ ຄຽງຄູ່ກັນນັ້ນ ໃຫ້ມີມາດຕະການເຂັ້ມງວດຕໍ່ໂຄງການ ກິດຈະການທີ່ບໍ່ປະຕິບັດຕາມກົດໝາຍສັນຍາສໍາປະທານ ແລະ ມີຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ ຄົ້ນຄວ້າອອກນິຕິກໍາໃຕ້ກົດໝາຍ ເພື່ອຜັນຂະຫຍາຍບັນດາມາດຕາທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍແຮ່ທາດ ແລະ ມາດຕາອື່ນໆທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ ຄົ້ນຄວ້າອອກນິຕິກໍາກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ທຶນທີ່ໂຄງການໄດ້ປະກອບສ່ວນເຂົ້າໃນການພັດທະນາຊຸມຊົນ ຊັບພະຍາກອນມະນຸດ ຄຸ້ມຄອງໂຄງການ ແລະ ອື່ນໆໃນໂຄງການຕັ້ງຢູ່ໃຫ້ມີປະສິດທິຜົນ  ກວດກາຄືນບັນດານິຕິກໍາທີ່ກ່ຽວຂ້ອງກັບວຽກງານແຮ່ທາດ ຫີນຜາ ຫີນແຮ່-ຊາຍ ດິນດໍາ ແລະ ດິນແດງທີ່ປະກາດໃຊ້ແລ້ວ ພ້ອມທັງຄົ້ນຄວ້າປັບປຸງໃຫ້ມີຄວາມສອດຄ່ອງກັນ ແລະ ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ ກວດຄືນ ປັບປຸງກົນໄກການປະສານງານລະຫວ່າງສູນກາງກັບທ້ອງຖິ່ນ ລະຫວ່າງທ້ອງຖິ່ນດ້ວຍກັນ ໃນການອະນຸຍາດ ການຄຸ້ມຄອງ ການຕິດຕາມກວດກາບັນດາໂຄງການບໍ່ແຮ່ຕ່າງໆໃຫ້ມີຄວາມໂລ່ງລ່ຽນ ກົມກຽວ ເພື່ອຮັບປະກັນຄວາມຖືກຕ້ອງ ສອດຄ່ອງຕາມກົດໝາຍ ມີປະສິດທິພາບ ແລະ ປະສິດທິຜົນ ຮີບຮ້ອນສ້າງແຜນຍຸດທະສາດການພັດທະນາແຮ່ທາດ ໂດຍສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນຂອງຂະແໜງການ ແລະ ທ້ອງຖິ່ນໃຫ້ສໍາເລັດໂດຍໄວ ເພື່ອເປັນບ່ອນອີງໃນການກໍານົດເຂດຍຸດທະສາດ ເຂດສະຫງວນ ແລະ ເຂດພັດທະນາແຮ່ທາດ ຄົ້ນຄວ້າອະນຸຍາດກິດຈະການກ່ຽວກັບແຮ່ທາດໃນຕໍ່ໜ້າ ໃຫ້ປະຕິບັດຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍຢ່າງເຂັ້ມງວດ ເພີ່ມທະວີຄວາມເປັນເຈົ້າການ ເອົາໃຈໃສ່ສໍາຫຼວດ ແລະ ກໍານົດແຜນການຂຸດຄົ້ນໃຫ້ແທດເໝາະກັບແຫຼ່ງຊັບພະຍາກອນທີ່ມີຕົວຈິງ ເພື່ອນໍາໃຊ້ຊັບພະຍາກອນທີ່ມີຢ່າງຈໍາກັດ ສ້າງຖານຂໍ້ມູນຄຸ້ມຄອງກິດຈະການກ່ຽວກັບແຮ່ທາດໃຫ້ເປັນລະບົບ ເອກະພາບໃນຂອບເຂດທົ່ວປະເທດ ສາມາດເຊື່ອມຈອດກັບຖານຂໍ້ມູນຂອງຂະແໜງການອື່ນທີ່ກ່ຽວຂ້ອງ ຮັບປະກັນຄວາມຖືກຕ້ອງ ແລະ ສາມາດເຂົ້າເຖິງໄດ້.

error: Content is protected !!