ໂຮງຮຽນກ້າວໜ້າ ກ້າວໄກດ້ວຍຄຸນນະພາບການສຶກສາ ສ້າງຄົນຮຸ່ນໃໝ່ສູ່ອະນາຄົດອັນສົດໃສ

    ການສຶກສາເປັນຮາກຖານສໍາຄັນໃນການພັດທະນາຄົນ ສັງຄົມ ແລະ ປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ ການສ້າງຄົນໃຫ້ມີຄວາມຮູ້ ຄວາມສາມາດ ມີຄຸນສົມບັດດີ ແລະ ມີທັກສະທີ່ຈຳເປັນຕໍ່ການດຳລົງຊີວິດໃນຍຸກສະໄໝໃໝ່ ຈຶ່ງເປັນພາລະກິດສຳຄັນທີ່ສະຖານສຶກສາທຸກແຫ່ງຕ້ອງເອົາໃຈໃສ່. ໃນຂະນະທີ່ສັງຄົມມີການປ່ຽນແປງຢ່າງວ່ອງໄວ ໂຮງຮຽນຈຶ່ງຈຳເປັນຕ້ອງປັບປຸງຄຸນນະພາບການຮຽນ-ການສອນ ພັດທະນາຄູອາຈານ ສົ່ງເສີມຄວາມສາມາດຂອງນັກຮຽນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຮຽນຮູ້.

    ທ່ານ ບຸນໄຫວ ຫຼວງຫຼາດ ຜູ້ອໍານວຍການໂຮງຮຽນ ກ້າວໜ້າ ໃຫ້ສໍາພາດເນື່ອງໃນໂອກາດວັນຄູແຫ່ງຊາດ 2026 ເມື່ອບໍ່ດົນຜ່ານມາວ່າ: ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມສົມບູນ ແລະ ມັດທະຍົມສຶກສາສົມບູນ ກ້າວໜ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນສະຖານສຶກສາແຫ່ງໜຶ່ງທີ່ໄດ້ສືບຕໍ່ພັດທະນາວຽກງານການສຶກສາມາຢ່າງຕໍ່ເນື່ອງ ໂດຍຍຶດໝັ້ນໃນການຍົກລະດັບຄຸນນະພາບການຮຽນ-ການສອນ ການສ້າງຄູ ແລະ ນັກຮຽນໃຫ້ມີຄວາມຮູ້ຄວບຄູ່ກັບຄຸນສົມບັດທີ່ດີ ພ້ອມທັງສົ່ງເສີມກິດຈະກຳຕ່າງໆເພື່ອພັດທະນານັກຮຽນຢ່າງຮອບດ້ານ ດ້ວຍຄຳຂວັນປະຈຳໂຮງຮຽນທີ່ວ່າ “ກ້າວໜ້າ ກ້າວໄກ ກ້າວໄປສູ່ອະນາຄົດອັນງົດງາມ ຍາມໄວເຍົາ ໃຫ້ສຸມໃສ່ການສຶກສາ ຍຶດໝັ້ນສາມລັກສະນະ ຫ້າຫຼັກມູນ ຄູນທະວີ” ໂຮງຮຽນຈຶ່ງໄດ້ມຸ່ງໝັ້ນສ້າງພື້ນຖານການສຶກສາທີ່ມີຄຸນນະພາບ ເພື່ອປະກອບສ່ວນສ້າງຄົນຮຸ່ນໃໝ່ໃຫ້ແກ່ສັງຄົມ.

    ໂຮງຮຽນກ້າວໜ້າ ຕັ້ງຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 7.670 ຕາແມັດ ໂຮງຮຽນໄດ້ສ້າງຕັ້ງຂຶ້ນໃນວັນທີ 4 ມີນາ 1991 ແລະ ໄດ້ພັດທະນາການຈັດການສຶກສາມາຢ່າງຕໍ່ເນື່ອງ ຈົນປັດຈຸບັນເປີດສອນຄົບທັງລະດັບອະນຸບານ ປະຖົມສຶກສາ ແລະ ມັດທະຍົມສົມບູນ ການຈັດການສຶກສາຄົບທຸກລະດັບດັ່ງກ່າວ ເປັນການສ້າງໂອກາດໃຫ້ນັກຮຽນສາມາດສືບຕໍ່ການຮຽນຮູ້ຢ່າງເປັນລະບົບ ສຳລັບທີ່ຕັ້ງຂອງໂຮງຮຽນ ມີເຂດຊາຍແດນຕິດກັບສະຖານທີ່ຕ່າງໆ ຄື: ທິດຕາເວັນອອກຕິດກັບໂຮງຮຽນມາລາສິນ ທິດຕາເວັນຕົກຕິດກັບໂຮງຮຽນສົມວະລີ ທິດເໜືອຕິດກັບສູນການຄ້າທົ່ງຂັນຄຳ ແລະ ທິດໃຕ້ຕິດກັບໂຮງແຮມ TSC (ທິຣະ) ດ້ວຍທີ່ຕັ້ງທີ່ຢູ່ໃນເຂດຊຸມຊົນ ໂຮງຮຽນຈຶ່ງມີບົດບາດສຳຄັນໃນການສ້າງແຫຼ່ງຮຽນຮູ້ ແລະ ພັດທະນາເດັກນັກຮຽນໃຫ້ແກ່ຄອບຄົວ ແລະ ສັງຄົມ.

    ໃນສົກຮຽນ 2025–2026 ໂຮງຮຽນກ້າວໜ້າມີຄູອາຈານທັງໝົດ 35 ຄົນ ຍິງ 18 ຄົນ ຄູອາຈານຖືເປັນກຳລັງສຳຄັນໃນການຂັບເຄື່ອນວຽກງານການສຶກສາ ໂດຍຮັບຜິດຊອບທັງການສິດສອນ ການອົບຮົມຄຸນສົມບັດ ການຕິດຕາມຜົນການຮຽນ ແລະ ການພັດທະນານັກຮຽນໃຫ້ມີຄວາມກ້າວໜ້າ ໃນດ້ານນັກຮຽນ ໂຮງຮຽນມີນັກຮຽນທັງໝົດ 601 ຄົນ ໃນນັ້ນເປັນນັກຮຽນຍິງ 298 ຄົນ ແບ່ງຕາມລະດັບການສຶກສາ ມີນັກຮຽນອະນຸບານ ແລະ ປະຖົມສຶກສາ 269 ຄົນ ຍິງ 128 ຄົນ ສ່ວນນັກຮຽນລະດັບມັດທະຍົມມີ 332 ຄົນ ຍິງ 170 ຄົນ ລະດັບປະຖົມມີນັກຮຽນ 222 ຄົນ ແລະ ລະດັບອະນຸບານມີ 47 ຄົນ ສ່ວນລະດັບມັດທະຍົມຕົ້ນມີ 213 ຄົນ ແລະ ມັດທະຍົມປາຍມີ 119 ຄົນ.

    ຕົວເລກດັ່ງກ່າວສະທ້ອນໃຫ້ເຫັນວ່າ ໂຮງຮຽນມີພາລະໜ້າທີ່ໃນການດູແລ ແລະ ພັດທະນານັກຮຽນຈຳນວນຫຼາຍ ຕັ້ງແຕ່ໄວເດັກຈົນເຖິງໄວຮຽນຈົບມັດທະຍົມ ດັ່ງນັ້ນ ການວາງແຜນການສິດສອນ ການຈັດສັນຄູອາຈານ ແລະ ການຕິດຕາມຜົນການຮຽນຈຶ່ງເປັນວຽກງານສຳຄັນທີ່ຕ້ອງດຳເນີນຢ່າງຮອບຄອບ ແລະ ຕໍ່ເນື່ອງ ພາຍໃຕ້ການຊີ້ນຳຂອງພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ພ້ອມດ້ວຍການສະໜັບສະໜູນຈາກຜູ້ປະກອບການໂຮງຮຽນ ຄູອາຈານ ແລະ ນັກຮຽນ ໄດ້ຮ່ວມກັນຊຸກຍູ້ວຽກງານການສຶກສາໃຫ້ມີຄວາມກ້າວໜ້າ ໂຮງຮຽນໄດ້ເອົາໃຈໃສ່ທັງການສິດສອນວິຊາການ ການປູກຝັງແນວຄິດ ການສ້າງລະບຽບວິໄນ ແລະ ການພັດທະນາທັກສະຕ່າງໆໃຫ້ແກ່ນັກຮຽນ.

    ສົກຮຽນ 2025–2026 ນັກຮຽນລະດັບປະຖົມທີ່ເຂົ້າສອບເສັງມີທັງໝົດ 222 ຄົນ ແລະ ສອບເສັງຜ່ານ 213 ຄົນ ເທົ່າກັບ 96% ໃນນັ້ນ ນັກຮຽນຊັ້ນ ປ5 ສອບເສັງຜ່ານ 100% ສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈຂອງຄູອາຈານ ແລະ ຄວາມພະຍາຍາມຂອງນັກຮຽນໃນການຮ່ຳຮຽນ ລະດັບມັດທະຍົມ ມີນັກຮຽນເຂົ້າສອບເສັງ 332 ຄົນ ແລະ ສອບເສັງຜ່ານ 327 ຄົນ ຄິດເປັນ 97% ໂດຍຊັ້ນ ມ4 ແລະ ມ7 ມີຜົນການສອບເສັງຜ່ານ 100% ຜົນງານດັ່ງກ່າວເປັນສິ່ງສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມໃນການຍົກລະດັບການຮຽນ-ການສອນ ແລະ ການກະກຽມນັກຮຽນກ່ອນການສອບເສັງ.

    ເຖິງຢ່າງໃດກໍຕາມ ຜົນການສອບເສັງຍັງຊີ້ໃຫ້ເຫັນວ່າ ນັກຮຽນບາງສ່ວນຍັງຕ້ອງການການຕິດຕາມ ແລະ ສົ່ງເສີມເພີ່ມເຕີມ ດັ່ງນັ້ນ ໂຮງຮຽນຈຶ່ງຄວນສືບຕໍ່ພັດທະນາວິທີການສິດສອນ ຈັດການຮຽນເສີມ ແລະ ຊ່ວຍເຫຼືອນັກຮຽນຕາມລະດັບຄວາມສາມາດ ເພື່ອຍົກສູງຜົນການຮຽນໃຫ້ດີຂຶ້ນຕື່ມ ນອກຈາກການຍົກລະດັບຜົນການຮຽນໂດຍລວມແລ້ວ ໂຮງຮຽນກ້າວໜ້າຍັງໃຫ້ຄວາມສຳຄັນຕໍ່ການຄົ້ນພົບ ແລະ ບຳລຸງນັກ ຮຽນທີ່ມີຄວາມສາມາດໂດດເດັ່ນ ໃນສົກຮຽນດັ່ງກ່າວ ນັກຮຽນຊັ້ນ ປ5 ສາມາດຜ່ານເຂົ້າຮອບການສອບເສັງນັກຮຽນເກັ່ງຂັ້ນນະຄອນຫຼວງໃນວິຊາພາສາລາວ 1 ຄົນ ແລະ ໄດ້ຮັບລາງວັນຊົມເຊີຍ ສ່ວນຊັ້ນ ມ4 ມີນັກຮຽນເກັ່ງວິຊາຄະນິດສາດຜ່ານເຂົ້າຮອບຂັ້ນນະຄອນຫຼວງ 1 ຄົນ ແລະ ໄດ້ຮັບລາງວັນຊົມເຊີຍ ຂະນະທີ່ຊັ້ນ ມ7 ມີນັກຮຽນເກັ່ງວິຊາພາສາລາວຜ່ານເຂົ້າຮອບຂັ້ນເມືອງ 1 ຄົນ.

    ການສອບເສັງຈົບຊັ້ນ ນັກຮຽນຊັ້ນ ປ5 ສອບເສັງຈົບຊັ້ນຜ່ານ 100% ໂດຍມີນັກຮຽນເສັງຮອບດ້ານ 16 ຄົນ ຍິງ 10 ຄົນ ຊັ້ນ ມ4 ມີນັກຮຽນເສັງຮອບດ້ານ 29 ຄົນ ໃນນັ້ນເປັນຍິງ 17 ຄົນ ແລະ ຊັ້ນ ມ7 ມີນັກຮຽນເສັງຮອບດ້ານ 20 ຄົນ ຍິງ 8 ຄົນ ຜົນງານເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງຄູອາຈານ ແລະ ນັກຮຽນໃນການບັນລຸເປົ້າໝາຍທາງການສຶກສາ ໂຮງຮຽນກ້າວໜ້າບໍ່ໄດ້ເນັ້ນພຽງແຕ່ຜົນການຮຽນທາງວິຊາການເທົ່ານັ້ນ ແຕ່ຍັງໃຫ້ຄວາມສຳຄັນຕໍ່ການສຶກສາອົບຮົມແນວຄິດ ແລະ ການປູກຝັງຄຸນສົມບັດໃຫ້ແກ່ຄູອາຈານ ແລະ ນັກຮຽນ ການດຳເນີນວຽກງານດ້ານນີ້ ມຸ່ງໃຫ້ທຸກຄົນມີແນວຄິດທີ່ຖືກຕ້ອງມີຄວາມສາມັກຄີ ເຄົາລົບກົດລະບຽບ ມີຄວາມຮັບຜິດຊອບຕໍ່ໜ້າທີ່ ແລະ ຮູ້ຈັກປະພຶດຕົນເປັນພົນລະເມືອງທີ່ດີ ໂຮງຮຽນຍັງໄດ້ເອົາໃຈໃສ່ການປ້ອງກັນບັນຫາສັງຄົມທີ່ອາດສົ່ງຜົນກະທົບຕໍ່ເດັກ ໂດຍສະເພາະການອົບຮົມໃຫ້ນັກຮຽນຫ່າງໄກຈາກສິ່ງເສບຕິດ ແລະ ປະກົດການທີ່ບໍ່ດີໃນສັງຄົມ ນອກນັ້ນ ຍັງມີການສ້າງຄວາມສາມັກຄີ ແລະ ຄວາມເປັນເອກະພາບລະຫວ່າງຜູ້ບໍລິຫານ ຄູອາຈານ ແລະ ນັກຮຽນ ເພື່ອໃຫ້ການຈັດຕັ້ງປະຕິບັດແຜນງານຂອງໂຮງຮຽນເປັນໄປຢ່າງມີປະສິດທິຜົນ.

    ການພັດທະນາການສຶກສາໃຫ້ມີຄຸນນະພາບ ຈໍາເປັນຕ້ອງດໍາເນີນຄວບຄູ່ກັບການພັດທະນາຄຸນສົມບັດທັກສະຊີວິດ ແລະ ຈິດສຳນຶກສ່ວນລວມ ໂຮງຮຽນກ້າວໜ້າຈຶ່ງໄດ້ສົ່ງເສີມການເຄື່ອນໄຫວຂອງອົງການຈັດຕັ້ງຕ່າງໆ ພາຍໃນໂຮງຮຽນ ປະກອບມີກຳມະບານ ສະຫະພັນແມ່ຍິງ ຊາວໜຸ່ມ ເຍົາວະຊົນ ແລະ ອະນຸຊົນ ອົງການເຫຼົ່ານີ້ມີບົດບາດໃນການປຸກລະດົມຄວາມສາມັກຄີ ສົ່ງເສີມຄວາມຮັບຜິດຊອບ ແລະ ສ້າງໂອກາດໃຫ້ນັກຮຽນໄດ້ຮຽນຮູ້ຜ່ານການປະຕິບັດຕົວຈິງ ໃນສົກຮຽນ 2025–2026 ໂຮງຮຽນໄດ້ຈັດກິດຈະ ກຳຫຼາຍຮູບແບບ ເຊັ່ນ: ການອອກແຮງງານວັນເສົາແດງ ການຮັບສະມາຊິກໃໝ່ຂອງຊາວໜຸ່ມ ເຍົາວະຊົນ ແລະ ອະນຸຊົນ ການເຂົ້າຄ້າຍສຶກສາທຳມະຊາດ ແລະ ການຈັດງານກີລາສີປະຈຳໂຮງຮຽນຄັ້ງທີ 3 ໃນວັນທີ 14–16 ມີນາ 2026 ກິດຈະກຳດັ່ງກ່າວຊ່ວຍສົ່ງເສີມສຸຂະພາບ ນ້ຳໃຈນັກກີລາ ຄວາມສາມັກຄີ ການເຮັດວຽກເປັນທີມ ແລະ ການຮູ້ຈັກເຄົາລົບກົດກະຕິກາ.

    ນອກຈາກນີ້ ໂຮງຮຽນຍັງໄດ້ຈັດຕະຫຼາດນັດແມ່ຍິງໃນວັນທີ 7 ມີນາ 2026 ແລະ ກິດຈະກຳຕອບຄຳຖາມວິທະຍາສາດ ເພື່ອສ້າງບັນຍາກາດການຮຽນຮູ້ທີ່ຫຼາກຫຼາຍ ແລະ ກະຕຸ້ນໃຫ້ນັກຮຽນມີຄວາມສົນໃຈໃນການຄົ້ນຄວ້າ ການເຂົ້າຮ່ວມກິດຈະກຳແບບນີ້ ເປັນສ່ວນໜຶ່ງທີ່ຊ່ວຍໃຫ້ນັກຮຽນຮູ້ຈັກນຳຄວາມຮູ້ໄປປະຍຸກໃຊ້ ກ້າສະແດງອອກ ແລະ ພັດທະນາຄວາມສາມາດຂອງຕົນເອງ ຄູອາຈານເປັນປັດໄຈສຳຄັນທີ່ກຳນົດຄຸນນະພາບຂອງການຮຽນ-ການສອນ ໂຮງຮຽນກ້າວໜ້າຈຶ່ງໄດ້ໃຫ້ຄວາມສຳຄັນຕໍ່ການພັດທະນາຄວາມຮູ້ ແລະ ທັກສະວິຊາຊີບຂອງຄູອາຈານ ຜ່ານການເຂົ້າຮ່ວມກອງປະຊຸມ ການເຝິກອົບຮົມ ແລະ ການແລກປ່ຽນປະສົບການທາງວິຊາການ ທີ່ສຳຄັນ ແມ່ນການທີ່ຜູ້ອຳນວຍການ ແລະ ວິຊາການຂອງໂຮງຮຽນເຂົ້າຮ່ວມການເຝິກອົບຮົມດ້ານການປະເມີນຕົນເອງຕາມມາດຕະຖານຄຸນນະພາບໂຮງຮຽນ ໃນວັນທີ 9–10 ຕຸລາ 2025 ທີ່ສູນ ICT ຂອງກະຊວງ ນອກນັ້ນ ຜູ້ອຳນວຍການໂຮງຮຽນຍັງໄດ້ເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາທົ່ວນະຄອນຫຼວງ ໃນວັນທີ 18 ກັນຍາ 2025 ເພື່ອຮັບຟັງທິດທາງ ແລະ ແນວທາງການພັດທະນາການສຶກສາ ອີກກິດຈະກຳໜຶ່ງທີ່ມີຄວາມໝາຍ ແມ່ນການທີ່ນັກຊ່ຽວຊານຈາກປະເທດຍີ່ປຸ່ນໄດ້ເຂົ້າມາຊ່ວຍສ້າງຂີດຄວາມສາມາດດ້ານສະຖິຕິ ແລະ ການວິເຄາະຂໍ້ມູນດ້ວຍໂປຣແກຣມ Microsoft Excel ໃຫ້ແກ່ຄູອາຈານ ແລະ ນັກຮຽນ ໃນວັນທີ 13 ມີນາ 2026 ການຮ່ວມມືດັ່ງກ່າວຊ່ວຍເປີດໂອກາດໃຫ້ຄູ ແລະ ນັກຮຽນໄດ້ຮຽນຮູ້ການນຳໃຊ້ເຕັກໂນໂລຊີດິຈິຕອນໃນການຈັດການຂໍ້ມູນ ແລະ ສົ່ງເສີມທັກສະທີ່ຈຳເປັນຕໍ່ການຮຽນຮູ້ໃນຍຸກໃໝ່.

    ສິ່ງເຫຼົ່ານີ້ສະທ້ອນໃຫ້ເຫັນວ່າ ໂຮງຮຽນກ້າວໜ້າມີຄວາມພະຍາຍາມປັບປຸງການບໍລິຫານ ແລະ ການສິດສອນໃຫ້ທັນສະໄໝ ໃນຕໍ່ໜ້າ ການຂະຫຍາຍຜົນການຝຶກອົບຮົມໄປສູ່ການສິດສອນປະຈຳວັນ ຈະຊ່ວຍໃຫ້ຄູອາຈານມີເຄື່ອງມື ແລະ ວິທີການສອນທີ່ຫຼາກຫຼາຍຂຶ້ນ ໂຮງຮຽນທີ່ມີຄຸນນະພາບບໍ່ຄວນເບິ່ງພຽງແຕ່ຜົນການຮຽນຂອງນັກຮຽນ ແຕ່ຕ້ອງໃສ່ໃຈເຖິງສະພາບຊີວິດ ແລະ ຄວາມຈຳເປັນຂອງນັກຮຽນແຕ່ລະຄົນ ໃນວັນທີ 3 ເມສາ 2026 ໂຮງຮຽນກ້າວໜ້າໄດ້ຈັດພິທີມອບທຶນການສຶກສາໃຫ້ແກ່ນັກຮຽນທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບໃນວັນທີ 22 ມີນາ 2026 ໂດຍໃຫ້ຮຽນບໍ່ເສຍຄ່າໃນເດືອນເມສາ ພຶດສະພາ ແລະ ມິຖຸນາ ລວມມູນຄ່າ 25.650.000 ກີບ.

    ການຊ່ວຍເຫຼືອນີ້ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ສະຫວັດດີການຂອງນັກຮຽນ ແລະ ການຮັກສາໂອກາດໃນການສຶກສາໃຫ້ແກ່ເດັກທີ່ປະສົບຄວາມຫຍຸ້ງຍາກ ນອກຈາກຈະຊ່ວຍບັນເທົາພາລະຂອງຄອບຄົວແລ້ວ ຍັງເປັນການສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ການຮ່ວມມືເພື່ອບໍ່ໃຫ້ຄວາມຫຍຸ້ງຍາກທາງເສດຖະກິດ ຫຼື ໄພທຳມະຊາດກາຍເປັນອຸປະສັກຕໍ່ການຮຽນຮູ້ຂອງເດັກ.

    ຈາກການສັງລວມຜົນການດຳເນີນງານໃນສົກຮຽນ 2025–2026 ສາມາດເຫັນໄດ້ວ່າ ໂຮງຮຽນກ້າວໜ້າມີຈຸດດີຫຼາຍດ້ານ ປັດໄຈສຳຄັນປະກອບມີການຊີ້ນຳ ແລະ ການຊ່ວຍເຫຼືອຈາກຂັ້ນເທິງ ການສະໜັບສະໜູນຈາກຜູ້ປະກອບການໂຮງຮຽນ ການມີຄູອາຈານທີ່ມີຄວາມຮູ້ ແລະ ຄວາມຫ້າວຫັນ ພ້ອມທັງມີອາຄານສະຖານທີ່ ແລະ ອຸປະກອນອຳນວຍຄວາມສະດວກທີ່ຈຳເປັນ ອີກປັດໄຈໜຶ່ງທີ່ມີຄວາມສຳຄັນ ແມ່ນຄວາມຕັ້ງໃຈຂອງນັກຮຽນສ່ວນຫຼາຍໃນການຮ່ຳຮຽນ ການປະຕິບັດລະບຽບຂອງໂຮງຮຽນ ແລະ ການມີຄວາມສາມັກຄີ ການປຶກສາຫາລືກັບຜູ້ປົກຄອງຍັງມີສ່ວນຊ່ວຍໃຫ້ການແກ້ໄຂບັນຫາຂອງນັກຮຽນເປັນໄປໃນທິດທາງທີ່ດີຂຶ້ນ.

    ເຖິງຢ່າງນັ້ນກໍຕາມ ຍັງມີບາງບັນຫາທີ່ຕ້ອງໄດ້ຮັບການແກ້ໄຂ ເຊັ່ນ ການປະຕິບັດເວລາຂອງຄູອາຈານບາງສ່ວນຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ແລະ ນັກຮຽນບາງຄົນຍັງຂາດຄວາມຕັ້ງໃຈໃນການຄົ້ນ ຄວ້າຮ່ຳຮຽນ ບັນຫາເຫຼົ່ານີ້ຈຳເປັນຕ້ອງອາໄສການຕິດຕາມຢ່າງສະໝ່ຳສະເໝີ ການປັບປຸງວິທີການເຮັດວຽກ ແລະ ການຮ່ວມມືຈາກຄູອາຈານ ນັກຮຽນ ຜູ້ປົກຄອງ ແລະ ສັງຄົມ ບົດຮຽນສຳຄັນທີ່ຖອດຖອນໄດ້ ແມ່ນການສ້າງວິໄນໃນການເຮັດວຽກ ການປັບປຸງວິທີການບໍລິຫານໃຫ້ເປັນລະບົບ ການນຳໃຊ້ຂໍ້ມູນໃນການວາງແຜນ ແລະ ການສຶກສາອົບຮົມນັກຮຽນດ້ວຍຫຼາຍວິທີ ສິ່ງສຳຄັນຄື ຕ້ອງໃຫ້ຄອບຄົວ ແລະ ສັງຄົມມີສ່ວນຮ່ວມຢ່າງແທ້ຈິງ ເພື່ອຊ່ວຍກັນສ້າງສະພາບແວດລ້ອມທີ່ດີຕໍ່ການຮຽນຮູ້ ແລະ ການເຕີບໃຫຍ່ຂອງເດັກ.

    ເພື່ອສືບຕໍ່ຍົກສູງຄຸນນະພາບການສຶກສາ ໂຮງຮຽນກ້າວໜ້າໄດ້ກຳນົດແນວທາງສຳຄັນສຳລັບສົກຮຽນຕໍ່ໄປ ໂດຍເນັ້ນໃສ່ການພັດທະນາທັງຄູອາຈານ ນັກຮຽນ ການບໍລິຫານ ແລະ ກິດຈະກຳຂອງໂຮງຮຽນ ການສືບຕໍ່ປູກຝັງແນວຄິດ ຄຸນສົມບັດ ແລະ ລະບຽບວິໄນໃຫ້ແກ່ຄູອາຈານ ແລະ ນັກຮຽນ ພ້ອມກັນນີ້ ຈະສືບຕໍ່ສ້າງຈິດສຳນຶກໃຫ້ນັກຮຽນມີຄວາມຊື່ສັດ ຮູ້ຈັກປະຢັດ ມີຄວາມອົດທົນ ຮັບຜິດຊອບ ແລະ ສາມາດປັບຕົວເຂົ້າກັບສັງຄົມໄດ້ຢ່າງເໝາະສົມ ການຍົກລະດັບການຮຽນ-ການສອນ ໂດຍສົ່ງເສີມໃຫ້ຄູອາຈານຄົ້ນ ຄວ້າບົດຮຽນໃໝ່ ຂຽນແຜນການສອນ ຜະລິດສື່ການສອນ ແລະ ນຳໃຊ້ວິທີການສິດສອນທີ່ທັນສະໄໝ ຄຽງຄູ່ກັນນັ້ນ ຈະເພີ່ມທະວີການກວດກາແຜນການສອນ ຕິດຕາມການເຂົ້າສອນ ແລະ ຈັດການນິເທດພາຍໃນໂຮງຮຽນຢ່າງສະໝ່ຳສະເໝີ ເພື່ອປັບປຸງຈຸດອ່ອນ ແລະ ຂະຫຍາຍຈຸດດີຂອງຄູອາຈານ ການສົ່ງເສີມນັກຮຽນໃຫ້ຮຽນເກັ່ງຂຶ້ນ ໂດຍຈັດການບຳລຸງນັກຮຽນທີ່ຮຽນອ່ອນ ແລະ ເຝີກຝົນນັກຮຽນທີ່ມີຄວາມສາມາດໂດດເດັ່ນ ເພື່ອເຂົ້າຮ່ວມການສອບເສັງນັກຮຽນເກັ່ງຂັ້ນເມືອງ ແລະ ຂັ້ນນະຄອນຫຼວງ ໂຮງຮຽນຍັງມຸ່ງໝາຍຍົກສູງຜົນການສອບເສັງທ້າຍປີ ໃຫ້ການສອບເສັງຈົບຊັ້ນຜ່ານ 100% ແລະ ການສອບເສັງເລື່ອນຊັ້ນຜ່ານ 95% ຂຶ້ນໄປ ແລະ ການສືບຕໍ່ຈັດກິດຈະກຳສ້າງສັນປະໂຫຍດ ເຊັ່ນ ກີລາສີ ການບໍລິຈາກເລືອດ ການເຂົ້າຄ້າຍສຶກສາ ການຈັດຕະຫຼາດນັດແມ່ຍິງ ແລະ ກິດຈະກຳພັດທະນາທັກສະຕ່າງໆ ການຈັດກິດຈະກຳເຫຼົ່ານີ້ຈະຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ນອກຫ້ອງຮຽນ ສ້າງຄວາມສາມັກຄີ ແລະ ເພີ່ມພູນປະສົບການຊີວິດ.

    ສຸດທ້າຍ ໂຮງຮຽນຈະສືບຕໍ່ປັບປຸງລະບົບຄຸ້ມຄອງ ການຮັກສາຄວາມປອດໄພ ການປະສານງານກັບຜູ້ປົກຄອງ ແລະ ການສ້າງຄວາມຮ່ວມມືກັບສັງຄົມ ການປະສານຄວາມຮ່ວມມືຈາກທຸກຝ່າຍ ຈະເປັນພື້ນຖານສຳຄັນໃນການສ້າງໂຮງຮຽນໃຫ້ມີຄຸນນະພາບ ມີຄວາມປອດໄພ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກສັງຄົມໂດຍລວມແລ້ວ ໂຮງຮຽນກ້າວໜ້າເປັນສະຖານສຶກສາທີ່ໄດ້ສືບຕໍ່ສ້າງຜົນງານໃນຫຼາຍດ້ານ ນັບຕັ້ງແຕ່ການພັດທະນາການຮຽນ-ການສອນ ການສົ່ງເສີມຄູອາຈານ ການອົບຮົມຄຸນສົມບັດນັກຮຽນ ການຈັດກິດຈະກຳພັດທະນາທັກສະ ຈົນເຖິງການຊ່ວຍເຫຼືອນັກຮຽນທີ່ປະສົບຄວາມຫຍຸ້ງຍາກ ຜົນການສອບເສັງເລື່ອນຂັ້ນທີ່ຢູ່ໃນລະດັບສູງ ພ້ອມກັບຜົນງານດ້ານການຈັດຕັ້ງ ແລະ ກິດຈະກຳຕ່າງໆ ເປັນສິ່ງສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງຜູ້ບໍລິຫານ ຄູອາຈານ ນັກຮຽນ ແລະ ຜູ້ປົກຄອງ ທີ່ຮ່ວມແຮງຮ່ວມໃຈກັນພັດທະນາໂຮງຮຽນ.     ແນວໃດກໍຕາມ ການພັດທະນາການສຶກສາໃຫ້ມີຄຸນນະພາບຢ່າງຍືນຍົງ ຍັງຕ້ອງອາໄສການປັບປຸງຢ່າງຕໍ່ເນື່ອງ ໂດຍສະເພາະການຍົກລະດັບຄວາມສາມາດຂອງຄູອາຈານ ການສ້າງວິໄນໃນການຮຽນ-ການສອນ ການຕິດຕາມນັກຮຽນທີ່ຮຽນອ່ອນ ການສົ່ງເສີມນັກຮຽນເກັ່ງ ແລະ ການນຳໃຊ້ເຕັກໂນໂລຊີໃຫ້ເກີດປະໂຫຍດຕໍ່ການຮຽນຮູ້ ດັ່ງນັ້ນ ຖ້າຫາກທຸກຝ່າຍສືບຕໍ່ຮ່ວມມືກັນຢ່າງແຂງແຮງ ມີຄວາມຮັບຜິດຊອບ ແລະ ຍຶດໝັ້ນໃນເປົ້າໝາຍການພັດທະນາການສຶກສາ ໂຮງຮຽນກ້າວໜ້າກໍຈະສາມາດກ້າວໄປສູ່ການເປັນໂຮງ ຮຽນທີ່ມີຄຸນນະພາບ ສ້າງນັກຮຽນໃຫ້ມີຄວາມຮູ້ ຄວາມສາມາດ ຄຸນສົມບັດດີ ແລະ ມີທັກສະທີ່ພ້ອມຮັບມືກັບອະນາຄົດ ນີ້ຄືພາລະກິດອັນມີຄວາມໝາຍຂອງໂຮງຮຽນກ້າວໜ້າ ໃນການກ້າວໜ້າໄປພ້ອມກັບການສຶກສາ ແລະ ຮ່ວມສ້າງອະນາຄົດອັນສົດໃສໃຫ້ແກ່ລູກຫຼານ ແລະ ສັງຄົມ.

error: Content is protected !!