ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ອັດລົງດ້ວຍຜົນສໍາເລັດ

    ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII  ໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 2 ກໍລະກົດ 2020 ທີ່ສະພາແຫ່ງຊາດ (ຫຼັກ 6) ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍການນໍາພັກ-ລັດ ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນ.​

    ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໄດ້ກ່າວບົດສູນທອນພົດວ່າ:ຕະຫຼອດໄລຍະເວລາ 6 ວັນເຄິ່ງຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງ ເອົາ 4 ມະຕິຄື: ມະຕິວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ເດືອນ ຄາດຄະເນ 6 ເດືອນຕົ້ນປີ 2020 ແລະ ແຜນດັດແກ້ບັນດາຄາດໝາຍເສດຖະກິດມະຫາພາກ ການຄ້າ ການລົງທຶນ ງົບປະມານ ແລະ ເງິນຕາໃນ 6 ເດືອນທ້າຍປີ 2020 ກອງປະຊຸມສະແດງຄວາມຊົມເຊີຍມາຍັງລັດຖະບານທີ່ໄດ້ເອົາໃຈໃສ່ຊີ້ນໍາ  ແລະ ຈັດຕັ້ງຜັນຂະຫຍາຍບັນດາມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດໄດ້ຢ່າງທັນການ ແລະ ມີປະສິດທິຜົນ ກອງປະຊຸມສະເໜີມາຍັງລັດຖະບານຈົ່ງໄດ້ຮີບຮ້ອນວາງແຜນຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍ ນະໂຍບາຍ ແລະ ມາດຕະການທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມສະພາຄັ້ງນີ້ລົງສູ່ຂະແໜງການ ແລະ ທ້ອງຖິ່ນຮາກຖານໂດຍໄວ ສຸມໃສ່ເຮັດໃຫ້ເສດຖະກິດມະຫາພາກ ສືບຕໍ່ມີສະຖຽນລະພາບ ແລະ ມີຄວາມສະຫງົບ ຄວບຄຸມອັດຕາແລກປ່ຽນ ອັດຕາເງິນເຟີ້ ການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດຶງດູດການລົງທຶນ ແລະ ສືບຕໍ່ຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວ ໃນການສົ່ງເສີມການລົງທຶນ ໃຫ້ມີຄວາມເປັນເອກະພາບສູງລະຫວ່າງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນຕາມກົດໝາຍກໍານົດໄວ້ ເອົາໃຈໃສ່ໂຄສະນາຢ່າງກວ້າງຂວາງ ເພື່ອສ້າງຈິດສໍານຶກຮັກຊາດ ແລະ ພັດທະນາ ຫັນວິກິດການໃຫ້ເປັນໂອກາດໃນເງື່ອນໄຂທີ່ເສດຖະກິດ-ສັງຄົມມີຄວາມຫຍຸ້ງຍາກ ສືບຕໍ່ຂຸດຄົ້ນ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນພາຍໃນປະເທດ

ເພື່ອຍູ້ແຮງການຜະລິດທຸລະກິດ ແລະ ສົ່ງເສີມໃຫ້ຄົນລາວຫັນມາຊົມໃຊ້ຜະລິດຕະພັນລາວຢ່າງແຂງແຮງ ກະກຽມຄວາມພ້ອມຮອບດ້ານ ເພື່ອຈັດຕັ້ງປະຕິບັດແຜນຊຸກຍູ້ການຜະລິດລະດູຝົນໃນປີ 2020 ໃຫ້ທັນລະດູການ ແນໃສ່ຄໍ້າປະກັນທາງດ້ານສະບຽງອາຫານໃຫ້ພຽງພໍກັບການບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກ ກະກຽມແຜນຮັບມືກັບໄພພິບັດທໍາມະຊາດທີ່ອາດຈະເກີດຂຶ້ນໃນລະດູຝົນນີ້ ລວມທັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດຕາມລະດູການ ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ສັງຄົມມີຄວາມສະຫງົບໂດຍພື້ນຖານ ມີຄວາມຍຸຕິທໍາ ເສດຖະກິດ-ສັງຄົມ ສືບຕໍ່ມີການຂະຫຍາຍຕົວ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງດີຂຶ້ນເປັນກ້າວໆ ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາ ກອນນໍ້າ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ການປັບປຸງບາງມາດຕາຂອງບັນດາກົດໝາຍດັ່ງກ່າວ ຈະປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດຄຸ້ມຄອງເສດຖະກິດ-ສັງຄົມໃນຂົງເຂດວຽກງານດັ່ງກ່າວ ມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ການປົກປັກຮັກສາສິ່ງແວດລ້ອມໃນໄລຍະໃໝ່ ເປັນການປັບປຸງກົງຈັກ ການບໍລິຫານລັດຕາມກົດໝາຍໃຫ້ມີປະສິດທິຜົນ ມະຕິວ່າດ້ວຍຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ (ການສໍາຫຼວດ ແລະ ການຂຸດຄົ້ນແຮ່ທາດ ຫີນແຮ່ ຫີນຜາ ແລະ ຊາຍ) ກອງປະຊຸມສະແດງຄວາມຊົມເຊີຍມາຍັງລັດຖະບານທີ່ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດາກົດໝາຍທີ່ກ່ຽວຂ້ອງ ເປັນນິຕິກໍາອັນລະອຽດຂອງຂະແໜງການຕົນ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນດັັ່ງກ່າວ ແຕ່ກອງປະຊຸມກໍສະແດງຄວາມເປັນຫ່ວງ ແລະ ສະເໜີມາຍັງລັດຖະບານຈົ່ງໄດ້ເພີ່ມທະວີຊີ້ນໍາຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເອົາໃຈໃສ່ຕິດຕາມກວດກາການສໍາຫຼວດ ການຂຸດຄົ້ນແຮ່ທາດ ຫີນແຮ່ ຫີນຜາ ແລະ ຊາຍ ທີ່ໄດ້ຮັບການອະນຸຍາດໄປແລ້ວນັ້ນໃຫ້ດໍາເນີນການຖືກຕ້ອງຕາມກົດໝາຍທີ່ກ່ຽວຂ້ອງວ່າງອອກ ແນໃສ່ຮັບປະກັນນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງຍືນຍົງ ມີປະສິດທິຜົນ ປະຍັດ ​ຈໍາກັດການສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ-ສັງຄົມ ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ປົກປັກຮັກສາໄດ້ເຂດນໍ້າແດນດິນຂອງປະເທດໄວ້ໄດ້ຢ່າງຄົບຖ້ວນ ແລະ ໝັ້ນຄົງ ພ້ອມທັງເອົາໃຈໃສ່ປຸກລະດົມ ໃຫ້ພາກສ່ວນທຸລະກິດ ແລະ ປະຊາຊົນລາວບັນດາເຜົ່າ ຕັ້ງໜ້າປະຕິບັດ ພັນ ທະຂອງຕົນ ໃນການເຄົາລົບ ແລະ ປະຕິບັດກົດໝາຍທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ ມະຕິວ່າດ້ວຍຮັບ ຮອງທ່ານ ລີເບີ ລີບົວປາວ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ເປັນກໍາມະການຄະນະປະຈໍາສະພາແຫ່ງຊາດ ປະທານກໍາມາທິການແຜນການ ການເງິນ ແລະ ການກວດສອບ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ.

    ເຖິງວ່າກອງປະຊຸມຄັ້ງນີ້ດໍາເນີນໃນໄລຍະສັ້ນກໍຕາມ ແຕ່ຍັງໄດ້ຈັດສັນເວລາຮັບຟັງການຕອບຄໍາຊັກຖາມ ການຊີ້ແຈງຈາກທ່ານນາຍົກລັດຖະມົນຕີ ລັດຖະມົນຕີຈາກ 4 ກະຊວງ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່ຽວກັບການກໍານົດນະໂຍບາຍ ມາດຕະການສົ່ງເສີມການລົງທຶນ ການຈັດເກັບລາຍຮັບ ການຄຸ້ມຄອງອັດຕາແລກປ່ຽນ ການສົ່ງເສີມການຜະລິດສະບຽງອາຫານ ການແກ້ໄຂບັນຫາແຮງງານ ການກໍານົດລາຄາກະແສໄຟຟ້າ ແລະ ບັນຫາອື່ນໆ ແນໃສ່ເຮັດໃຫ້ບັນດານະໂຍບາຍ ແລະ ມາດຕະການຂອງລັດຖະບານວາງອອກໄດ້ຮັບການຈັດຕັ້ງປະຕິບັດລົງສູ່ທ້ອງຖິ່ນຮາກຖານຢ່າງກວ້າງຂວາງ ແລະ ທັນເວລາ ກອງປະຊຸມຍັງໄດ້ພິຈາລະນາການເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາແຫ່ງຊາດໄລຍະ 6 ເດືອນຕົ້ນປີ ທິດທາງແຜນການ 6 ເດືອນທ້າຍປີ 2020 ແລະ ແຜນການຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ກອງປະຊຸມ ສະເໜີມາຍັງຄະນະປະຈໍາສະພາແຫ່ງຊາດ ເອົາໃຈໃສ່ຊີ້ນໍາກົງຈັກເສນາທິການກະກຽມເນື້ອໃນທີ່ຈະນໍາມາພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ມີຄວາມເໝາະສົມ ແລະ ທັນຕາມກໍານົດເວລາ ເອົາໃຈໃສ່ຊີ້ນໍາ ແລະ ປະສານສົມທົບແຕ່ຫົວທີກັບພາກສ່ວນທີ່ກ່ຽວຂ້ອງໃນການກະກຽມເອກະສານ ງົບປະມານຮັບໃຊ້ໃຫ້ແກ່ການເລືອກຕັ້ງ ການຄັດເລືອກບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II ໃຫ້ຮັບປະກັນທາງດ້ານມາດຖານເງື່ອນໄຂ ເອົາໃຈໃສ່ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃຫ້ມີຄຸນນະພາບ ແລະ ຮັບປະກັນການປະຕິບັດໜ້າທີ່ໃຫ້ໄດ້ດີ. 

    ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ແມ່ນໝາກຜົນລວມຍອດແຫ່ງການເສີມຂະຫຍາຍສະຕິປັນຍາລວມໝູ່ການປະສານສົມທົບແໜ້ນແຕ່ຫົວທີລະຫວ່າງສະພາແຫ່ງຊາດກັບລັດຖະບານ ລະຫວ່າງບັນດາກໍາມາທິການຂອງສະພາແຫ່ງຊາດກັບບັນດາກະຊວງອົງການທີ່ກ່ຽວຂ້ອງກໍຄືການມີສ່ວນຮ່ວມທີ່ສຳຄັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດທີ່ໄດ້ສຸມສະຕິປັນຍາ ເຊີດຊູຄວາມຮັບຜິດຊອບໃນການຄົ້ນຄວ້າ ປະກອບຄໍາເຫັນທີ່ມີລັກສະນະສ້າງສັນ ມີເຫດຜົນ ມີເນື້ອໃນເລິກເຊິ່ງຕໍ່ບັນດາເນື້ອໃນທີ່ນໍາມາພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມຄັ້ງນີ້.

error: Content is protected !!