ການບໍລິການຄົນເຈັບຢູ່ໂຮງໝໍເມືອງໄຊທານີ ພົບຄວາມຫຍຸ້ງຍາກ

    ເມືອງໄຊທານີ ເປັນເມືອງໜຶ່ງຂອງນະຄອນຫຼວງວຽງຈັນ ມີຫຼາຍບ້ານຕັ້ງຢູ່ກະແຈກກະຈາຍ ແລະ ຫ່າງໄກຈາກເທສະບານເມືອງ ເຊິ່ງມີສຸກສາລາປະຈໍາບ້ານໄວ້ບໍລິການປະຊາຊົນ 11 ເຂດ ແລະ ມີໂຮງໝໍເມືອງ 1 ແຫ່ງ ປັດຈຸບັນເຫັນວ່າການບໍລິການຍັງພົບຄວາມຫຍຸ້ງຍາກ ໂດຍສະເພາະໂຮງໝໍເມືອງ ມີຄວາມສາມາດປິ່ນປົວແຕ່ຜູ້ທີ່ປ່ວຍທົ່ວໄປໃນລະດັບທີ່ເບົາບາງ.

    ທ່ານ ບຸນເພັງ ລາດຊະວົງ ຄະນະອໍານວຍການໂຮງໝໍເມືອງໄຊທານີ ໃຫ້ສໍາພາດວັນທີ 29 ມິຖຸນາ 2020 ວ່າ: ໂຮງໝໍເມືອງໄຊທານີໄດ້ສ້າງອາຄານຫຼັງໃໝ່ ເປັນອາຄານ 2 ຊັ້ນ ຊັ້ນເທິງເປັນຫ້ອງການ ແລະ ຊັ້ນລຸ່ມເປັນບ່ອນປິ່ນປົວຄົນເຈັບ ມີ 30 ຕຽງ ປະກອບມີຫ້ອງກວດເຂດນອກ ຫ້ອງສຸກເສີນ ນອກນັ້ນຍັງມີເຄື່ອງກວດເລືອດທົ່ວໄປ ກວດເລືອດເຄມີ  ກວດເລືອດ 18 ປາລາແມັດ ເອໂກ ແລະ ສ່ອງລັງສີ ມີພະນັກງານແພດໝໍທັງໝົດ 48 ຄົນ ປັດຈຸບັນ ຄົນເຈັບທີ່ມາປິ່ນປົວຢູ່ໂຮງໝໍສ່ວນຫຼາຍແມ່ນຄົນເຈັບເປັນພະຍາດໄຂ້ເລືອດອອກ ນອກນີ້ແມ່ນຄົນທີ່ເຈັບເປັນໄຂ້ທົ່ວໄປ ທີ່ມີອາການເບົາບາງ ຖ້າກໍລະນີອາການໜັກ ແມ່ນໄດ້ນໍາສົ່ງໂຮງໝໍໃຫຍ່ທີ່ມີເງື່ອນໄຂ.

    ໂຮງໝໍເມືອງໄຊທານີເປັນໂຮງໝໍນ້ອຍ ທີ່ໃຫ້ບໍລິການປິ່ນປົວຄົນເຈັບພາຍໃນເມືອງ ແລະ ບ້ານໃກ້ຄຽງທີ່ຂຶ້ນກັບແຂວງວຽງຈັນມາໃຊ້ບໍລິການ ສະນັ້ນ ການປິ່ນປົວຈຶ່ງໄດ້ພົບຄວາມຫຍຸ້ງຍາກ ເປັນຕົ້ນ ຫ້ອງສຸກເສີນຄັບແຄບ ແລະ ເກົ່າຫຼາຍ ຮັບຮອງຄົນເຈັບໄດ້ໜ້ອຍ ລົດສຸກເສີນ (ອໍາບູລັງ) ມີ 1 ຄັນ ປັດຈຸບັນເປ່ເພ ແລະ ຢູ່ໃນຂັ້ນຕອນການສ້ອມແປງ ສະນັ້ນ ສະເໜີຂໍງົບປະມານນໍາພາກສ່ວນກ່ຽວຂ້ອງ ຊ່ວຍສະໜັບສະໜູນສ້າງຕຶກມໍລະສຸມ ແລະ ຫ້ອງສຸກເສີນທີ່ທັນສະໄໝ ເພື່ອຮັບໃຊ້ຄົນເຈັບທີ່ມາບໍລິການໃຫ້ວ່ອງໄວ ທັນກັບເວລາ ທັງເປັນການຍົກລະດັບຄວາມສາມາດການປິ່ນປົວຂອງໂຮງເມືອງໃຫ້ສູງຂຶ້ນ ແລະ ອື່ນໆ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!