
ທ່ານ ປອ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ສພຊ) ຊຸດທີ X ມາຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 20 ຕຸລາ 2026 ທີ່ ສພຊ ກ່ຽວກັບການພິຈາລະນາ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027 ເພື່ອເປັນຂໍ້ມູນໃນການເຜີຍແຜ່ຢ່າງກວ້າງຂວາງ ໃຫ້ແກ່ບັນດາທ່ານຜູ້ຊົມທາງບ້ານຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໄດ້ຮັບຊາບທົ່ວເຖິງກັນ.
ພາຍຫຼັງທີ່ ສພຊ ໄດ້ຮັບຟັງການລາຍງານຈາກລັດຖະບານແລ້ວ ຄະນະປະຈຳ ສພຊ ແລະ ບັນດາ ສສຊ ໄດ້ຊ່ວຍກັນສຸມສະຕິປັນຍາລົງເລິກຄົ້ນຄວ້າ ວິເຄາະ–ວິໄຈ ລວມທັງນຳເອົາຄຳຄິດຄຳເຫັນຂອງພໍ່ແມ່ປະຊາຊົນ ມາເປັນການຕີລາຄາ ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ–ສັງ ຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແຜນເງິນຕາ ປະຈຳປີ 2026 ແລະ ທິດ ທາງແຜນການ ປີ 2027 ທີ່ລັດຖະບານໄດ້ສະເໜີຕໍ່ກອງປະຊຸມໃນຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ ມີຈຸດສຸມ ແລະ ຟົດຟື້ນ ເຊິ່ງສາ ມາດເຫັນໄດ້ບັນຫາຕ່າງໆ ເປັນຕົ້ນ: ບັນຫາການຮົ່ວໄຫຼການຈັດເກັບລາຍຮັບງົບປະມານ ບັນຫາການຄຸ້ມຄອງລົດບັນທຸກເກີນຂອບ ເຂດ ທີ່ເປັນສາຍເຫດເຮັດໃຫ້ເສັ້ນທາງເປເພ ບັນຫາການເຊົ່າ ແລະ ສໍາປະທານ, ບັນຫາການຂຸດຄົ້ນແຮ່ທາດ ແລະ ອື່ນໆ ເຊິ່ງລ້ວນແລ້ວແຕ່ແມ່ນບັນຫາທີ່ ສັງຄົມ ແລະ ປະຊາຊົນ ກຳລັງໃຫ້ຄວາມສົນໃຈຢ່າງສູງ.
ຕໍ່ບັນຫາດັ່່ງກ່າວ ບັນດາສະມາຊິກ ສພຊ ໄດ້ສະເໜີໃຫ້ລັດຖະບານ ນໍາໄປປັບປຸງແກ້ໄຂໂດຍປະ ຕິບັດໃຫ້ຖືກຕ້ອງ ສອດຄ່ອງກັບກົດ ໝາຍ ມະຕິຂອງ ສພຊ ແລະ ສະພາບເງື່ອນໄຂຄວາມເປັນຈິງຂອງປະເທດເຮົາ ເພື່ອແກ້ໄຂບັນຫາໃຫ້ຖືກຈຸດ ຖືກກັບເນື້ອໃນຈິດໃຈຂອງພໍ່ແມ່ປະຊາຊົນ ທີ່ໄດ້ປະສົບພົບພໍ້ໃນຂອບເຂດທົ່ວປະເທດ ເຊິ່ງທ່ານນາຍົກລັດຖະມົນຕີ ກໍໄດ້ອະທິບາຍ ຊີ້ແຈງຕໍ່ຄໍາຊັກຖາມ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ ສະມາຊິກ ສພຊ ພ້ອມທັງ ໃຫ້ຄຳໝັ້ນສັນຍາຕໍ່ກອງປະຊຸມ ຈະສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາຕ່າງໆໃຫ້ດີ ແລະ ຖືກຕ້ອງຕາມກົດໝາຍ ເພື່ອສ້າງຄວາມເຂົ້າໃຈ ຄວາມເຊື່ອໝັ້ນໃຫ້ພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນລາວບັນ ດາເຜົ່າ ຕໍ່ການບໍລິຫານຂອງລັດຖະບານ ໃນຕໍ່ໜ້າ.
ຕະຫຼອດໄລຍະຂອງກອງປະຊຸມເກືອບ 2 ອາທິດ ຂ້າພະເຈົ້າ ຂໍສັງລວມບາງເນື້ອໃນ ດັ່ງນີ້:ຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2026: ກອງປະຊຸມ ສພຊ ຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມພະຍາຍາມສູ້ຊົນຂອງລັດຖະບານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026 ທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມຜັນແປສັບສົນ ສົງຄາມຢູ່ຕາເວັນອອກກາງ ການແຂ່ງຂັນທາງການຄ້າ ການເພີ່ມຂຶ້ນຂອງລາຄານ້ຳມັນເຊື້ອໄຟ ແລະ ໄພພິບັດທາງທຳມະຊາດ.
ພາຍໃຕ້ການຕິດຕາມກວດກາຂອງ ສພຊ ແລະ ການຮ່ວມມືຂອງທຸກພາກສ່ວນ ປະເທດເຮົາຍັງສືບຕໍ່ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງການເຕີບໂຕທາງເສດຖະ ກິດ (GDP) ສາມາດບັນລຸໄດ້ 5,1% ສາ ມາດຮັກສາໄດ້ສະຖຽນລະພາບດ້ານເງິນຕາ ແລະ ສາມາດປະຕິບັດໄດ້ບາງຄາດໝາຍດ້ານວັດທະນະທໍາ-ສັງຄົມ ແຕ່ເຖິງຢ່າງໃດກໍຕາມ ສພຊ ກໍໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາການຂົນສົ່ງລົດບັນທຸກນ້ຳໜັກເກີນທີ່ເຮັດໃຫ້ເສັ້ນທາງເປເພ ການຄຸ້ມຄອງການລົງທຶນຂອງລັດ-ເອກະຊົນ ການເຊົ່າ-ສຳປະ ທານທີ່ດິນ ແລະ ການຂຸດຄົ້ນແຮ່ທາດ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ທ່ວງທັນກັບຄວາມຕ້ອງການຂອງສັງຄົມ.
ຕໍ່ກັບແຜນງົບປະມານແຫ່ງລັດ ປີ 2026: ກອງປະຊຸມ ສພຊ ໄດ້ຕີລາຄາສູງຕໍ່ການຈັດເກັບລາຍຮັບງົບປະມານ ປະຈຳປີ 2026 ທີ່ສາ ມາດປະຕິບັດໄດ້ເຖິງ 110% ຂອງແຜນການ ເຊິ່ງລື່ນຄາດໝາຍທີ່ວາງໄວ້ ຜົນສຳເລັດດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມພະຍາ ຍາມຂອງລັດຖະບານ ແລະ ເຈົ້າໜ້າທີ່ຂະແໜງການເງິນ ໃນການສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ພ້ອມກັນນັ້ນ ສພ ຊ ກໍໄດ້ເນັ້ນໃຫ້ລັດຖະ ບານ ເອົາໃຈໃສ່ເພີ່ມທະວີ ວິໄນການເງິນ-ງົບປະມານ ຢ່າງເຂັ້ມງວດ ສະກັດກັ້ນການຮົ່ວໄຫຼຂອງລາຍຮັບ ການຄຸ້ມຄອງລາຍຈ່າຍງົບປະມານໃຫ້ມີປະສິດທິຜົນສູງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເງິນ-ງົບປະມານຂອງປະເທດໃນໄລຍະຍາວ.
ຕໍ່ກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2027: ກອງປະຊຸມ ເຫັນດີຕໍ່ການສະເໜີແຜນວຽກຈຸດສຸມ ແລະ ມາດຕະການ ຂອງລັດຖະບານ ໃນປີ 2027 ທີ່ລັດຖະບານໄດ້ສະເໜີໃນກອງປະຊຸມໃນຄັ້ງນີ້ ສະນັ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການດັ່ງກ່າວ ມີຜົນສໍາເລັດ ກອງປະຊຸມ ສພຊ ໄດ້ສະເໜີ ບາງມາດຕະການເພີ່ມເຕີມ ຄື:ການກຳນົດແຜນວຽກຈຸດສຸມ ໂດຍສະເພາະອັດຕາການເຕີບໂຕເສດຖະກິດມະຫາພາກ ປີ 2027 ໂດຍລວມຜູ້ແທນເຫັນດີເປັນເອກະພາບ ແຕ່ຍັງມີຄວາມເປັນຫວ່ງ ຕໍ່ກັບຫຼາຍຄາດ ໝາຍ ໃນປີ 2026 ທີ່ອາດຈະຍັງບໍ່ສາມາດບັນລຸແຜນທີ່ວາງໄວ້ ສະນັ້ນ ເພື່ອຮັບປະກັນໃຫ້ມີຜົນສໍາເລັດ ຈຶ່ງສະເໜີໃຫ້ມີການວິເຄາະ–ວິໄຈ ຢ່າງລະອຽດຂຶ້ນຕື່ມ ສືບຕໍ່ເອົາໃຈໃສ່ຂະຫຍາຍການຫັນເປັນລະບົບທັນສະໄໝ ເຂົ້າໃນການຈັດເກັບລາຍຮັບໃຫ້ໄດ້ຫຼາຍຂຶ້ນ ແລະ ທົ່ວເຖິງ ໂດຍສະເພາະຢູ່ບັນດາຫົວໜ່ວຍທຸລະກິດ ສະໜອງງົບປະມານຢ່າງພຽງພໍ ເພື່ອສຸມໃສ່ການຫັນເປັນທັນສະໄໝ ຄວບຄູ່ກັບການເພີ່ມທະວີຄວາມເຂັ້ມງວດໃນການກວດກາ ເຈົ້າໜ້າທີ່ ແລະ ໜ່ວຍງານທີ່ມີສິດອະນຸມັດ ທີ່ປະຈຳຢູ່ດ່ານສາກົນ.
ເອົາໃຈໃສ່ປັບປຸງ ແລະ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ການຈັດສັນງົບປະມານ ການລົງທຶນຂອງລັດ ໂດຍສະເພາະບັນດາໂຄງການໃຫ້ສຳເລັດ 100% ປະເມີນ ແລະ ທົບທວນຄືນບັນດາໂຄງການທີ່ໄດ້ຮັບອະນຸມັດແລ້ວແຕ່ການຈັດຕັ້ງປະຕິບັດຊັກຊ້າ ຫຼື ບໍ່ມີຄວາມຄືບໜ້າ (ໂດຍສະເພາະໂຄງ ການລະດັບຊາດ) ເພື່ອແກ້ໄຂບັນຫາການເອົາໂຄງການໄປຂາຍ/ໂອນຕໍ່ ໂດຍບໍ່ຜ່ານລັດຖະ ບານ ພ້ອມທັງກວດກາຄືນການດັດແກ້ມູນຄ່າໂຄງການ ທີ່ຫົວໜວ່ຍລາຄາສູງເກີນ ການດຶງດູດການລົງທຶນ ການສ້າງສູນບໍລິການປະຕູດຽວ ເຫັນວ່າຫຼາຍບ່ອນ ການເຄື່ອນໄຫວບໍ່ມີປະສິດທິຜົນຍ້ອນງົບປະມານຍັງມີຈໍາກັດ ຫຼາຍຂະແໜງການບໍ່ໄດ້ສົ່ງພະນັກງານຂອງຕົນລົງປະຈຳເພື່ອອຳນວຍຄວາມສະດວກໃຫ້ນັກລົງທຶນ ນະໂຍບາຍ ແລະ ການກຳນົດເຂດລົງທຶນຍັງບໍ່ມີຄວາມຊັດເຈນ ການກຳນົດຂັ້ນຄຸ້ມຄອງຕ້ອງມີຄວາມຊັດເຈນຕື່ມ.
ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດກະສິກໍາເປັນສີນຄ້າ ຫຼຸດຜ່ອນການນໍາເຂົ້າ ແລະ ຜະລິດເປັນສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນ ພ້ອມທັງໃຫ້ຕິດພັນກັບຕ່ອງໂສ້ການຜະລິດ ປັບປຸງພື້ນຖານໂຄງລ່າງໃຫ້ເຊື່ອມຈອດກັນ ເພື່ອເປັນການຊຸກຍູ້ການຄ້າຂາຍຜົນຜະລິດກະສິກໍາຂອງປະຊາຊົນ ແລະ ຮັບປະກັນການເຂົ້າເຖິງຕະຫຼາດໃຫ້ທ່ວງທັນຕາມອາຍຸຂອງຜະລິດຕະພັນ ນອກຈາກນັ້ນ ກໍໃຫ້ມີການຊຸກຍູ້ດ້ານປັດໃຈການຜະລິດ ເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ກວດກາຄືນບັນດາໂຄງການເຊົ່າ–ສຳປະທານທີ່ດິນ ທີ່ໄດ້ຮັບອະ ນຸມັດຈາກສູນກາງ ແລະ ທ້ອງຖິ່ນ ທີ່ບໍ່ມີການພັດທະນາ ການນຳໃຊ້ບໍ່ຖືກເປົ້າໝາຍ ການອະນຸມັດທັບຊ້ອນ ໂຄງການທີ່ສົ່ງຜົນກະ ທົບຕໍ່ທີ່ດິນ ແລະ ຊັບສິນ ຂອງປະຊາຊົນ.
ຈັດສັນງົບປະມານເຂົ້າໃນການຈັດຕັ້ງປະຕິບັດວຽກງານການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ພ້ອມທັງມີມາດຕະການເດັດຂາດ ຕໍ່ກັບຜູ້ບຸກລຸກ ຈັບຈອງ ແລະ ນໍາໃຊ້ທີ່ດິນປ່າໄມ້ ໂດຍບໍ່ໄດ້ຮັບອະນຸ ຍາດ ປະເມີນຄືນການຈັດຕັ້ງປະຕິບັດຍຸດທະສາດແຮ່ທາດ ຮອດປີ 2030 ໂດຍສະເພາະການກໍານົດປະເພດ ແຮ່ທາດທີ່ຄວນສົ່ງເສີມໃຫ້ມີການຂຸດຄົ້ນ ແຮ່ທາດທີ່ຄວນຫວງຫ້າມ ຫຼື ສະຫງວນ ເພີ່ມມາດຕະການໃນການຄຸ້ມຄອງ ລົດບັນທຸກນໍ້າໜັກເກີນ ການດັດແປງ ເຕັກນິກລົດ ເພື່ອບັນທຸກໃຫ້ໄດ້ຫຼາຍ ແລະ ຊິງຊັ່ງນໍ້າໜັກ ສຸມໃສ່ການກໍ່ສ້າງ ແລະ ບູລະນະສ້ອມແປງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຍຸດທະສາດ ທາງຫຼວງແຫ່ງຊາດ ບັນດາເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວ ທີ່ເປ່ເພຢ່າງໜັກໜ່ວງ ແລະ ບັນດາເສັ້ນ ທາງທີ່ມີຄວາມສໍາຄັນ ແລະ ຈໍາເປັນ ຕາມຊາຍແດນ ທີ່ມີການຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານດ່ານສາກົນຕ່າງໆ.
ຄົ້ນຄວ້າສ້າງໂຮງຮຽນກິນນອນ ຫໍພັກນັກຮຽນ ເພື່ອແກ້ໄຂບັນຫາການປະລະການຮຽນ ຢູ່ເຂດຊົນນະ ບົດຫ່າງໄກສອກຫຼີກ ປະຕິບັດນະໂຍບາຍໃຫ້ຄູສອນຢູ່ເຂດພູດອຍ ພ້ອມທັງປັບປຸງຫຼັກສູດການຮຽນ-ການສອນໃຫ້ແທດເໝາະກັບທ້ອງຖິ່ນ ສຸມໃສ່ຈັດສັນງົບປະມານໃຫ້ຂະແໜງສຶກສາໃຫ້ໄດ້ 18% ຕາມກົດໝາຍກຳນົດ ໂດຍສະເພາະຮ່ວງສົ່ງເສີມວິຊາການໃຫ້ຫຼາຍຂຶ້ນ ເພື່ອໃຫ້ເດັກໃນໄວຮຽນໄດ້ຮັບການສຶກສາ ແລະ ການສຶກສາສາຍວິຊາຊີບໂດຍບໍ່ເສຍຄ່າ ເພື່ອຫຼຸດຜ່ອນການປະລະການຮຽນ ເພີ່ມອັດຕາເບ້ຍລ້ຽງໃຫ້ແກ່ນັກຮຽນຊົນເຜົ່າ ເພື່ອສົ່ງເສີມການເຂົ້າເຖິງການສຶກສາ ຮັບປະກັນງົບປະມານໃຫ້ບັນດາໂຄງການທີ່ໄດ້ຮັບການອະນຸມັດແລ້ວໃຫ້ສາມາດຈັດຕັ້ງປະຕິບັດໄດ້.
ຈັດສັນງົບປະມານໃຫ້ຂະແໜງ ສາທາລະນະສຸກ ໃຫ້ໄດ້ 9% ຕາມທີ່ກົດໝາຍກຳນົດ ເອົາໃຈໃສ່ຕໍ່ວຽກງານແມ່-ເດັກ ແລະ ໂພຊະນາການ ທີ່ຕິດພັນກັບ 7 ຄາດໝາຍ ໃນແຜນພັດທະນາເສດຖະກິດສັງຄົມ ແລະ ເປັນຄາດໝາຍທີ່ມີຄວາມສ່ຽງຈະບໍ່ບັນລຸ ຈັດສັນງົບປະມານສະເພາະ ໃຫ້ວຽກງານເກັບກູ້ລະເບີດບໍ່ທັນແຕກ ພ້ອມທັງເປັນເຈົ້າການລະດົມທຶນຊ່ວຍເຫຼືອຈາກຫຼາຍພາກສ່ວນ ດ້ວຍຫຼາຍຮູບການທີ່ເໝາະສົມເພີ່ມທະວີການໂຄສະນາເຜີຍແຜ່ ຢ່າງກວ້າງຂວາງ ລວມທັງການປະເມີນຜົນການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ ກ່ຽວກັບການນຳໃຊ້ເຄມີທີ່ຖືກຄວບຄຸມການນຳໃຊ້ ໂດຍສະເພາະການນຳໃຊ້ເຄມີຢູ່ໂຮງ ງານຜະລິດຢາ ການປຸງແຕ່ງຕ່າງໆ ເພື່ອເຮັດໃຫ້ການນໍາໃຊ້ການຜະລິດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.
ທີ່ກ່າວມານັ້ນ ແມ່ນຈິດໃຈຄວາມເປັນຫ່ວງເປັນໄຍຂອງ ສພຊ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ທີ່ໄດ້ມອບໃຫ້ລັດຖະບານ ນຳເອົາຄຳຄິດຄຳເຫັນດັ່ງກ່າວ ໄປຄົ້ນຄວ້າເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ເກີດໝາກຜົນສູງສຸດ ແກ່ປະເທດຊາດ ກໍຄືແກ່ປະຊາຊົນລາວບັນດາເຜົ່າ ເຊິ່ງ ສພຊ ຈະໄດ້ລົງຄະແນນສຽງຮັບຮອງເອົາວຽກງານດັ່ງກ່າວ ອອກເປັນມະຕິກອງປະຊຸມ ສພຊ.