ການລະເມີດລະບຽບທາງດ້ານການແພດຖືເປັນການກະທຳຜິດ

    ສະພາບສູ່ມື້ນີ້ ການເຈັບເປັນເອັນອຸ່ນ ເຈັບໄຂ້ໄດ້ພະຍາດ ການເຈັບປ່ວຍທາງກາຍທາງໃຈ ຍ້ອນການບໍລິໂພກອາຫານທີ່ບໍ່ເປັນມິດກັບສຸຂະພາບ ກັບຮ່າງກາຍ ກາຍເປັນບັນຫາໃຫຍ່ ທີ່ມີຄົນຈຳນວນຫຼາຍພວມປະສົບພົບພໍ້ ຊຶ່ງໄດ້ສ້າງຜົນກະທົບບໍ່ໜ້ອຍຕໍ່ຄວາມຍືນຍົງ ແລະ ໝັ້ນຄົງຂອງຊີວິດມະນຸດ. ເມື່ອຍາມເຈັບເປັນຄົນສ່ວນຫຼາຍກໍໄດ້ໄປໂຮງໝໍ ໄປຄີຣນິກເພື່ອໃຫ້ແພດໃຫ້ໝໍ ໃຫ້ຜູ້ຊ່ຽວຊານສະເພາະດ້ານເພິ່ນກວດ ເພິ່ນແທກຕັ່ງຊົງ ແທກໄຂມັນ ກວດເລືອດ ກວດປັດສະວະ ເວົ້າລວມ ແມ່ນກວດເພື່ອໃຫ້ເຫັນບ່ອນມັນເຈັບ ຮູ້ບ່ອນມັນເປັນສາເຫດທີ່ພາໃຫ້ເຈັບໄຂ້ໄດ້ປ່ວຍ ສາເຫດທີ່ພາໃຫ້ຫງ່ວມໆເຫງົາໆ ຫຼື ເຈັບເກົ້າເມົາຫົວ ກິນບໍ່ແຊບນອນບໍ່ຫຼັບ ແຂນຊາຂາຫຼ່ອຍ ອຳມະພຶກອຳມະພາດອື່ນ ແລ້ວກໍວາງຢຸກຢາທານັງເພື່ອໃຫ້ຄົນເຈັບຄົນປ່ວຍໄວ້ກິນ ໄວ້ທາ ເພື່ອອາບເພື່ອຮົມເປັນການຂ້າພະຍາດບາດເຍົາ ເຈັບໃນໃຫ້ຖອນອອກເຈັບນອກກໍຖອນຖິ້ມ .

    ຄົນເຮົາສ່ວນຫຼາຍກໍບໍ່ຄ່ອຍໃສ່ໃຈເລື່ອງແພດໝໍ  ໂດຍສະເພາະຜູ້ກວດ ຜູ້ສັ່ງຢາວ່າຈະຈົບວິຊາສະເພາະດ້ານໃດ ມີຄວາມຊຳນານກ່ຽວກັບການປິ່ນປົວພະຍາດຫຍັງ ມີປະສົບການໜ້ອຍຫຼາຍປານກ່ຽວກັບວຽກງານທີ່ເຮັດຢູ່ກະທຳຢູ່ ຍິ່ງໄປກວ່ານັ້ນກໍຍັງບໍ່ທັນເວົ້າເຖິງເລື່ອງຢາມັນມີຜົນກະທົບມີຜົນຂ້າງຄຽງຫັຍງແດ່ຫາກຫາກິນລົງໄປໃນທ້ອງໃນໄສ້ ມີພໍ່ແມ່ບາງຄົນ ມີຄົນເຈັບບາງຄົນ ມີພີ່ນ້ອງຄົນເຈັບບາງຄົນເມື່ອຮູ້ວ່າເຈັບທ້ອງ ກໍໄປຊື້ຢາແກ້ປວດມາກິນ ໂດຍທີ່ບໍ່ໄດ້ໄປໃຫ້ແພດໝໍກວດກາສາກ່ອນ ຫຼື ບາງກໍລະນີໄປຊື້ຢາຜູ້ທີ່ຂາຍຢາກໍບໍ່ໄດ້ຖາມວ່າມີໃບສັ່ງຢາຂອງແພດໝໍ ຫຼື ບໍ່? ເປັນພະພະຍາດຫຍັງ? ເຮັດໃຫ້ຢາທີ່ຊື້ໄປກິນໄປໃຊ້ ບໍ່ສາມາດປິ່ນປົວພະຍາດໃຫ້ຫາຍດີໄດ້ ຍິ່ງໄປກວ່ານັ້ນຍັງເກີດຜົນກະທົບຕາມມາ ເຮັດໃຫ້ເກີດໂລກແຊກຊ້ອນໃໝ່ຂຶ້ນ ໜັກກວ່ານັ້ນບາງຄົນເກີດຊອກ ເກີດແພ້ ເກີດຫັນໃຈຕີບຕັນເຂົ້າໃນທັນທີທັນໃດ ພາໃຫ້ເສຍຊີວິດ ເສຍສະຕິ ແລະ ອື່ນໆ.

   ດັ່ງນັ້ນ  ເພື່ອຮັບປະກັນໃຫ້ການປິ່ນປົວໄດ້ດຳເນີນໄປຕາມລະບຽບການ ຂອງພາກສ່ວນທີ່ກ່ຽວຂ້ອງວາງອອກຢ່າງເຂັ້ມງວດນັ້ນ ໃນປະມວນກົດໝາຍອາຍາເພິ່ນຈຶ່ງນຳເອົາບັນຫານີ້ ແລະ ຜູ້ກະທຳຜິດໃນກໍລະນີນີ້ ກຳນົດເປັນມາດຕະການທາງອາຍາເພື່ອລົງໂທດໃສ່ຜູ້ກ່ຽວຂ້ອງ ຊຶ່ງໄດ້ມີການລະເມີດລະບຽບການກ່ຽວກັບການປິ່ນປົວ ແລະ ການບໍລິການດ້ານການແພດໄວ້ໃນມາດຕາ 181 ດັ່ງນີ້: ບຸກຄົນຜູ້ໃດຫາກໄດ້ລະເມີດລະບຽບການກ່ຽວກັບການປິ່ນປົວ ແລະ ການກວດກາສຸຂະພາບ ການຜະລິດຢາ ການຈ່າຍຢາ ແລະ ການບໍລິການດ້ານການແພດ ທີ່ສ້າງຄວາມເສຍຫາຍຕໍ່ສຸຂະພາບຂອງບຸກຄົນອື່ນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 1.000.000 ກີບຫາ 10.000.000  ກີບ.

    ໃນກໍລະນີມີການກະທຳຜິດ ຫາກພາໃຫ້ມີຄົນບາດເຈັບສາຫັດ ເສຍອົງຄະ ຫຼື ພິການ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບຫາ 20.000.000  ກີບ.

    ໃນກໍລະນີມີການກະທຳຜິດ ຫາກພາໃຫ້ມີຄົນເສຍຊີວິດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 4.000.000 ກີບຫາ 35.000.000  ກີບ.

   ໃນກໍລະນີມີການກະທຳຜິດ ຫາກພາໃຫ້ມີຄົນເສຍຊີວິດ ແຕ່ສອງຄົນຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບຫາ 50.000.000  ກີບ.

    ສະນັ້ນ ຮຶດເວລາແລ້ວທີ່ພວກເຮົາຈະຫັນມາເອົາໃຈໃສ່ຕໍ່ລະບຽບການຕ່າງໆທີ່ພາກສ່ວນກ່ຽວຂ້ອງເພິ່ນວາງອອກ ໂດຍສະເພາະເວົ້າເລື່ອການກວດ ການບົ່ງມະຕິພະຍາດ ການປິ່ນປົວ ການສັ່ງການຊື້ຢາເພື່ອຮັບປິກັນຄວາມຜິດພາດທີ່ອາດຈະເກີດຂຶ້ນຕາມມາພາຍຫລັງ ຊຶ່ງທີ່ຜ່ານມາພວກເຮົາຮູ້ເຫັນນຳກັນແລ້ວ. ເວົ້າເລື່ອງນີ້ ປະເທດອື່ນເພິ່ນເຂັ້ມງວດກວດຂັນກັນແທ້ໆ ຍ້ອນມັນຕິດພັນກັບຄວາມຮັບຜິດຊອບຂອງຜູ້ເປັນແພດ ເປັນໝໍກັບການເປັນການຕາຍຂອງຄົນເຈັບຄົນເປັນ.

error: Content is protected !!