ຫາລືວຽກງານສ້າງແຜນຮັບບໍລິຈາກເລືອດຮ່ວມກັບ ມຊ

    ວັນທີ 1 ກໍລະກົດ 2020 ສູນເລືອດແຫ່ງຊາດ ອົງກາແດງລາວ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບແຜນການຮັບບໍລິຈາກເລືອດຄືນໃໝ່ ແລະ ມີແຜນຈັດກິດຈະກຳບໍລິຈາກເລືອດແບບເປີດກວ້າງ ເພື່ອແກ້ໄຂການຂາດແຄນເລືອດທີ່ມີຢູ່ປັດຈຸບັນ ພາຍຫຼັງທີ່ລັດຖະບານໄດ້ມີມາດຕະການຜ່ອນຜັນກ່ຽວກັບການຕ້ານ ແລະ ສະກັດກັ້ນພະຍາດ Covid-19 ເປັນປະທານຂອງທ່ານ ໂພສີ ທິບດາວັນ ຮອງອະທິການບໍດີ ມຊ ມີຄະນະບໍດີ ແລະ ຄູ-ອາຈານທີ່ຮັບຜິດຊອບກິດຈະກຳປຸກລະດົມບໍລິຈາກເລືອດເຂົ້າຮ່ວມ.

    ກອງປະຊຸມໄດ້ປຶກສາຫາລື ແລະ ຍົກຫຼາຍບັນຫາກ່ຽວກັບວຽກງານການຮັບບໍລິຈາກເລືອດໃນໄລຍະຜ່ານມາ ຕີລາຄາຜົນການຮັບບໍລິຈາກເລືອດຂອງ ມຊ ໂດຍສະເພາະ ການປະກອບສ່ວນຮັບບໍລີຈາກເລືອດແບບສະໝັກໃຈ ບໍ່ຮຽກຄ່າຕອບແທນ ເຊິ່ງໄລຍະຜ່ານມາ ມຊ ເປັນສະຖາບັນການສຶກສາທີ່ໃຫ້ການປະກອບສ່ວນບໍລິຈາກເລືອດຢ່າງຕໍ່ເນື່ອງໃນແຕ່ລະປີ ນອກຈາກຈະຈັດກິດຈະກຳຮັບບໍລິຈາກເລືອດຕາມແຜນການຮ່ວມແລ້ວ ຍັງເຂົ້າຮ່ວມການບໍລິຈາກເລືອດເນື່ອງໃນໂອກາດວັນສຳຄັນຂອງພັກ ຂອງຊາດນຳອີກ ແຕ່ລະປີມີພະນັກງານ ຄູ-ອາຈານ ແລະ ນັກສຶກສາ ໃຫ້ການປະກອບສ່ວນບໍລິຈາກເລືອດຫຼາຍຮ້ອຍຄົນ ແລະ ໄດ້ຮັບການຍ້ອງຍໍກ່ຽວກັບວຽກງານການບໍລິຈາກເລືອດຫຼາຍຂັ້ນ ທັງສ່ວນບຸກຄົນ ແລະ ກົມກອງ.

    ເພື່ອສືບຕໍ່ຜົນງານດັ່ງກ່າວ ພ້ອມທັງເປັນການປະກອບສ່ວນປະຕິບັດໜ້າທີ່ພັນທະ ແລະ ປະກອບສ່ວນວຽກງານມະນຸດສະທຳ ເພື່ອຊ່ວຍເຫຼືອສັງຄົມ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັນຂຶ້ນ ເຊິ່ງກອງປະຊຸມໄດ້ເປັນເອກະພາບປັບປ່ຽນແຜນການຮັບບໍລິຈາກເລືອດຄືນໃໝ່ ເຫັນດີຈັດກິດຈະກຳຮັບບໍລິຈາກເລືອດແບບເປີດກວ້າງຮ່ວມກັບຄະນະຕ່າງໆພາຍໃນ ມຊ ໃນວັນທີ 15 ກໍລະກົດ 2020.

error: Content is protected !!