ເປີດຕະຫຼາດກະສິກຳອິນຊີໜອງໄຮ ອຳນວຍຄວາມສະດວກໃຫ້ຜູ້ບໍລິໂພກ

    ໃນວັນທີ 2 ກໍລະກົດ 2020 ກຸ່ມກະສິກຳອິນຊີນະຄອນຫຼວງວຽງຈັນ ໄດ້ເປີດຕະຫຼາດກະສິກຳອິນຊີເປັນແຫ່ງທີ 6 ຢູ່ດ້ານຫຼັງພະແນກກະສິກຳ-ປ່າໄມ້ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ທາງຕັດໄປດົງຄຳຊ້າງ) ເຊິ່ງຕະຫຼາດແຫ່ງນີ້ຈະເປີດຂາຍໃນ 2 ມື້ຄື: ວັນຈັນ ແລະ ວັນພະຫັດ ນັບແຕ່ 6 ໂມງເຊົ້າ ຫາ 5 ໂມງແລງ.

    ທ່ານ ຄຳພູ ພັນທະບູນ ຫົວໜ້າກຸ່ມກະສິກຳອິນຊີນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ການເປີດຕະຫຼາດແຫ່ງນີ້ ເປັນຕະຫຼາດໜຶ່ງທີ່ພັກ-ລັດໄດ້ຈັດສັນສະຖານທີ່ໃຫ້ ເພື່ອໃຫ້ສະມາຊິກກຸ່ມກະສິກຳອິນຊີນະຄອນຫຼວງວຽງຈັນໄດ້ນຳເອົາຜົນຜະລິດຂອງຕົນມາວາງຈຳໜ່າຍໃຫ້ກັບຜູ້ບໍລິໂພກ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ບໍລິໂພກທີ່ຢູ່ເມືອງຫາດຊາຍຟອງ ກໍຄືຜູ້ບໍລິໂພກໃນ ນວ ໃຫ້ສາມາດຊື້ຜັກກະສິກຳອິນຊີໄປບໍລິໂພກໄດ້ງ່າຍ ແລະ ສະດວກຂຶ້ນ ນອກຈາກນັ້ນ ໄດ້ວາງແຜນສ້າງຕະຫຼາດແຫ່ງນີ້ເປັນຕະຫຼາດຖາວອນໃນການຈຳໜ່າຍພືດ ແລະ ຜະລິດຕະພັນກະສິກຳອິນຊີທຸກປະເພດ ເຊັ່ນ: ພືດຜັກ ໝາກໄມ້ ຊີ້ນ ປາ ແລະ ອື່ນໆ.

    ປັດຈຸບັນ ທົ່ວນະຄອນຫຼວງວຽງຈັນມີຕະຫຼາດກະສິກຳອິນຊີທັງໝົດ 6 ແຫ່ງ ຄື: ຢູ່ສູນການຄ້າລາວ-ໄອເຕັກ ຕະຫຼາດກະສິກຳອິນຊີຫ້ວຍຫົງ ຕະຫຼາດກະສິກຳອິນຊີດົງນາໂຊກ ຕະຫຼາດກະສິກຳອິນຊີບ້ານຊ້າງຄູ້ ແລະ ຮ້ານສົມຫວັງ (ຫຼັກ 8 ແລະ ຕະຫຼາດກະສິກຳໜອງໄຮແຫ່ງນີ້ ປັດຈຸບັນ ປະກອບມີ 11 ກຸ່ມກະສິກຳອິນຊີ ມີສະມາຊິກ 282 ຄອບຄົວ ມີເນື້ອທີ່ຜະລິດ 332 ເຮັກຕາ ໃນນັ້ນລວມທັງພືດຜັກ ແລະ ໝາກໄມ້ ເຊິ່ງໃນອາທິດໜຶ່ງມີຜົນຜະລິດປ້ອນຕະຫຼາດ 7-8 ໂຕນຕໍ່ອາທິດ ການສະໜອງພືດຜັກໃນຈຳນວນດັ່ງກ່າວແມ່ນຍັງບໍ່ພຽງພໍຕາມຄວາມຕ້ອງການຂອງຜູ້ບໍລິໂພກ ນັ້ນກໍຍ້ອນພືດພັກຂອງພວກເຂົາແມ່ນໄດ້ປູກຕາມລະດູການ ໂດຍສະເພາະແມ່ນໄລຍະລະດູຝົນ ພືດຜັກແມ່ນຜະລິດບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ.

# ຂ່າວ & ພາບ: ເພັດສະໝອນ 

error: Content is protected !!