ນັກທ່ອງທ່ຽວລາວ ໄປມາເລເຊຍເພີ່ມ 24,02% ໃນ 8 ເດືອນ ຂະ​ນະ​ທີ່ ທ່ອງ​ທ່ຽວ​ມາ​ເລ​ເຊຍຫຍາຍ​ປີ​ທ່ອງ​ທ່ຽວ​ຮອດ​ປີ 2027 

ນັກທ່ອງທ່ຽວລາວໄປທ່ຽວມາເລເຊຍມີທ່າອ່ຽງ​ເພີ່ມ​ຂຶ້ນຕໍ່ເນື່ອງ ໂດຍໃນໄລຍະ 8 ເດືອນຕົ້ນປີ 2026 ມີຈຳນວນ 25.220 ຄົນ ທຽບໃສ່ໄລຍະດຽວກັນຂອງປີກ່ອນ. ເພີ່ມຂຶ້ນ 24,02% ການເຕີບໂຕດັ່ງກ່າວສະທ້ອນເຖິງໂອກາດໃນການຂະຫຍາຍຕະຫຼາດທ່ອງທ່ຽວລະຫວ່າງສອງປະເທດ ຂະນະທີ່ມາເລເຊຍເລັ່ງສົ່ງເສີມກິດ​ຈະ​ກຳ Visit Malaysia 2026-2027 ຜ່ານງານທ່ອງທ່ຽວ ແລະ ການສຶກ ສາມາເລເຊຍ 2026 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ.

ອົງການທ່ອງທ່ຽວມາເລເຊຍປະຈຳນະຄອນຫຼວງວຽງຈັນ ຮ່ວມກັບ ສະຖານທູດມາເລເຊຍປະຈຳ ສປປ ລາວ ໄດ້ເປີດງານ Malaysia Travel and Education Fair 2026 ໃນວັນທີ 17 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ. ງານຈັດຂຶ້ນເປັນເວ ລາ 2 ວັນ (17-18 ຕຸ​ລາ) ພາຍໃຕ້ຫົວຂໍ້ “Let’s Discover Malaysia: A Perfect Destination for Everyone” ຫຼື “ມາຄົ້ນພົບມາເລເຊຍນຳກັນ ຈຸດໝາຍປາຍທາງທີ່ຕອບໂຈດທຸກຄົນ” ເພື່ອນຳສະ ເໜີທ່າແຮງດ້ານການທ່ອງທ່ຽວ, ການສຶກສາຂັ້ນສູງ ແລະ ປະສົບການທາງວັດທະນະທຳທີ່ຫຼາກຫຼາຍຂອງມາເລເຊຍ.

ທ່ານ ນາງ ນໍລີ ມວດຊາ ໂມຣາມັດ ນໍ (H.E. Norli Muadza Mohd Noor) ເອກອັກຄະລາຊະທູດມາເລເຊຍປະຈຳ ສປປ ລາວ ກ່າວໃນພິທີເປີດວ່າ: ງານຄັ້ງນີ້ບໍ່ແມ່ນພຽງເວທີສົ່ງເສີມການທ່ອງທ່ຽວ ແຕ່ຍັງເປັນຂົວຕໍ່ສຳຄັນສຳລັບການທູດວັດທະນະທຳ, ການສ້າງຄວາມຜູກພັນລະຫວ່າງປະຊາຊົນ ແລະ ການຮັດແໜ້ນມິດຕະພາບອັນຍືນຍົງລະຫວ່າງມາເລເຊຍ ແລະ ສປປ ລາວ.

ທ່ານ ນາງ ໄບສຸຣີ ບາຣາຣຸມ (Mrs. Baizuri Baharum) ຜູ້ອຳນວຍການອາວຸໂສຂອງພະແນກສົ່ງເສີມສາກົນ ພາກ​ພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງອົງການທ່ອງທ່ຽວມາເລເຊຍ ເນັ້ນວ່າ: ຕະຫຼາດນັກທ່ອງທ່ຽວລາວມີທ່າອ່ຽງເຕີບໂຕຕໍ່ເນື່ອງ. ໃນປີ 2025 ມາເລ ເຊຍໄດ້ຕ້ອນຮັບນັກທ່ອງທ່ຽວຈາກລາວ 31.759 ຄົນ ຂະນະທີ່ໄລຍະມັງກອນຫາສິງຫາ 2026 ມີຈຳນວນ 25.220 ຄົນ ເພີ່ມຂຶ້ນ 24,02% ທຽບ​ໃສ່ໄລຍະດຽວກັນຂອງປີ 2025.

ປັດໄຈສຳຄັນທີ່ໜູນການເຕີບໂຕ​ດັ່ງ​ກ່າວປະກອບມີການເຊື່ອມຕໍ່ທາງອາກາດ ໂດຍສະເພາະຖ້ຽວບິນກົງຂອງສາຍການ ບິນ AirAsia ເສັ້ນທາງວຽງຈັນ-ກົວລາລຳເປີ ທີ່ມີ 3 ຖ້ຽວຕໍ່ອາທິດ ພ້ອມທັງທາງເລືອກການເດີນທາງຜ່ານບາງກອກ ແລະ ສິງກະໂປ. ການເຊື່ອມຕໍ່ທີ່ສະດວກຂຶ້ນຊ່ວຍເພີ່ມທາງເລືອກໃຫ້ແກ່ຜູ້ເດີນທາງຈາກລາວ ທັງເພື່ອພັກຜ່ອນ, ທ່ອງທ່ຽວກັບຄອບຄົວ, ຊື້ເຄື່ອງ, ສຳຜັດວັດ ທະນະທຳ ແລະ ສຶກສາຕໍ່.

ງານ Malaysia Travel and Education Fair 2026 ຍັງເປັນສ່ວນໜຶ່ງໃນການປະຊາສຳພັນໃນ​ກິດ​ຈ​ະ​ກຳ Visit Malaysia 2026 -2027 ເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ແລະ ນຳສະເໜີຈຸດເດັ່ນຂອງມາເລເຊຍໃນຖານະຈຸດໝາຍປາຍທາງທີ່ມີຄວາມຫຼາກຫຼາຍ ທັງທຳມະຊາດ, ມໍລະດົກວັດທະນະທຳ, ອາຫານ, ແຫຼ່ງທ່ອງທ່ຽວໃນເມືອງ ແລະ ກິດຈະກຳສຳລັບຄອບຄົວ.

ຕາມຂໍ້ມູນທີ່ນຳສະເໜີໃນງານ ມາເລເຊຍ ຕັ້ງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວ 31,3 ລ້ານຄົນ ແລະ ສ້າງລາຍຮັບຈາກການທ່ອງ ທ່ຽວ 102,7 ຕື້ຣິງກິດ. ການສົ່ງເສີມແຄມເປນຄັ້ງນີ້ຍັງສະທ້ອນເຖິງຄວາມສຳຄັນຂອງການອະນຸລັກຊີວະນາໆພັນ ໂດຍມີໝີຫມາກມ່ວງມາເລເຊຍ (Malayan Sun Bear) ເປັນສັນຍະລັກຂອງແຄມເປນ ຊຶ່ງຊ່ວຍສື່ເຖິງຄວາມອຸດົມສົມບູນດ້ານທຳມະຊາດ ແລະ ຄວາມມຸ່ງໝັ້ນໃນການທ່ອງທ່ຽວຢ່າງຍືນຍົງ.

ນອກຈາກການທ່ອງທ່ຽວແລ້ວ ງານຄັ້ງນີ້ຍັງມຸ່ງເນັ້ນການສຶກສາຂັ້ນສູງ ໂດຍມີສະຖາບັນໃຫ້ຄຳປຶກສາດ້ານການສຶກສາ 3 ແຫ່ງ ປະ ກອບມີ Expert Education, GSAC (Genius Study Abroad Consultant) ແລະ Global Education Alliance (LS Edu cation) ເຂົ້າຮ່ວມໃຫ້ຂໍ້ມູນ ແລະ ແນະນຳເສັ້ນທາງການສຶກສາຕໍ່ໃນລະດັບອຸດົມສຶກສາຢູ່ມາເລເຊຍ ເພື່ອໃຫ້ນັກຮຽນ ແລະ ນັກສຶກສາລາວໄດ້ຮັບຮູ້ທາງເລືອກດ້ານການຮຽນຕໍ່ ພ້ອມທັງໂອກາດໃນການພັດທະນາຄວາມຮູ້ ແລະ ປະສົບການໃນລະດັບສາກົນ.

ພາຍໃນງານມີບູດວາງສະແດງ 16 ບູດ ລວມທັງບໍລິສັດທ່ອງທ່ຽວລາວ 10 ແຫ່ງ ທີ່ຮ່ວມນຳສະເໜີແພັກເກັດທ່ອງທ່ຽວ ແລະ ຂໍ້ມູນການເດີນທາງໄປມາເລເຊຍ. ນອກນີ້ ຍັງມີກິດຈະກຳສະແດງສິລະປະ-ວັດທະນະທຳມາເລເຊຍ, ເກມເທິງເວທີ ແລະ ການນຳສະເໜີຂໍ້ມູນຫຼາກຫຼາຍ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ສຳຜັດປະສົບການຂອງມາເລເຊຍໃນຫຼາຍມິຕິ.

ການຈັດງານ Malaysia Travel and Education Fair 2026 ຈຶ່ງເປັນອີກໜຶ່ງກິດຈະກຳສຳຄັນໃນການເຊື່ອມໂຍງຂະແໜງການທ່ອງທ່ຽວ ແລະ ການສຶກສາ ພ້ອມທັງເພີ່ມຊ່ອງທາງໃຫ້ປະຊາຊົນລາວເຂົ້າເຖິງຂໍ້ມູນການເດີນທາງ ແລະ ໂອກາດໃໝ່ໆໃນມາເລເຊຍ ຂະນະທີ່ສອງປະເທດສືບຕໍ່ສ້າງຄວາມຮ່ວມມື ແລະ ຄວາມຜູກພັນລະຫວ່າງປະຊາຊົນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

error: Content is protected !!