ຮ່ວມເປັນເຈົ້າພາບລະດົມທຶນບູລະນະພະທາດວັດຖິ່ນຊ້ອຍ

    ຜ່ານມາ ພັກ-ລັດຖະບານ ກໍຄືອົງການປົກຄອງນະຄອນຫຼວງວຽງຈັນ ຮ່ວມກັບຫຼາຍພາກສ່ວນ ໄດ້ບູລະນະປະຕິສັງຂອນສະຖານທີ່ທ່ອງທ່ຽວວັດທະນະທຳຫຼາຍໂຄງການ ເປັນຕົ້ນ ຫໍພະແກ້ວ ພະທາດຫຼວງວຽງຈັນ ວັດສີສະເກດ ແລະ ອື່ນໆ ອັນໄດ້ເຮັດໃຫ້ສະຖານທີ່ດັ່ງກ່າວມີໂສມໜ້າໃໝ່ທີ່ງົດງາມ ເປັນທີ່ດຶງດູດຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າໄປສັກກາລະບູຊາ ແລະ ທ່ຽວຊົມສຶກສາຮຽນຮູ້ຕ່າງໆ.

    ນອກຈາກສະຖານທີ່ກ່າວມາຂ້າງນີ້ ພັກ-ລັດຖະບານ ກໍຄືອໍານາດການປົກຄອງນະຄອນຫຼວງວຽງຈັນ ຍັງສືບຕໍ່ປູລະນະປະຕິສັງຂອນພະທາດວັດຖິ່ນຊ້ອຍ ຕັ້ງຢູ່ບ້ານປາກງື່ມ ເມືອງປາກງື່ມ ນະຄອນຫຼວງວຽງຈັນຕື່ມອີກ ເນື່ອງຈາກພະທາດດັ່ງກ່າວຖືກສ້າງຕັ້ງມາຫຼາຍພັນປີ ເຮັດໃຫ້ມີການຊຸດໂຊມ ແລະ ພຸພັງ ດັ່ງນັ້ນ ພາຍໃນມີພະສົງສາມະ ເນນເປັນເຄົ້າ ແລະ ພາຍນອກມີມີອົງການຈັດຕັ້ງຄະນະພັກ ອຳນາດການປົກຄອງເມືອງປາກງື່ມ ຮ່ວມກັບອົງການ ຈັດຕັ້ງຂັ້ນນະຄອນຫຼວງວຽງຈັນ ອົງການຈັດຕັ້ງບ້ານ ແລະ ປະຊາຊົນເມືອງປາກງື່ມເປັນເຄົ້າ ຈະໄດ້ພ້ອມກັນມີໃຈໃສສັດທາ ຈັດພິທີຕັ້ງກອງບຸນລະດົມທຶນເພື່ອສົມທົບໃນການປະຕິສັງຂອນພະທາດວັດຖິ່ນຊ້ອຍຕາມໂຄງການທີ່ໄດ້ກຳນົດໄວ້.

    ສໍາລັບວັນເວລາຈັດກອງບຸນມີດັ່ງນີ້: ວັນທີ 3 ກໍລະກົດ 2020 ເປັນມື້ຫ້າງຫາກະກຽມ ປະດັບປະດາສະຖານທີ່ຕັ້ງກອງບຸນ 9 ກອງ ເວລາ 16:00 ໂມງ ສູດປະລິຕະມຸງຄຸນ ແລະ ຄົບງັນຕາມຮີດຄອງປະເພນີ ວັນທີ 4 ກໍລະກົດ 2020 ເວລາ 7:00 ໂມງ ພິທີໃສ່ບາດຖວາຍສັງຄະທານດ້ວຍພະສົງ 25 ອົງ ແລະ ເຄນກອງຕາມຮີດຄອງປະເພນີ ເວລາ 9-11:00 ໂມງ ພິທີທາງການ ດັ່ງນັ້ນ ຈຶ່ງແຈ້ງມາຍັງການນຳພັກ-ລັດ ພະນັກງານ ທະຫານ ຕຳຫຼວດ ນັກທຸລະກິດ ປະຊາຊົນບັນດາເຜົ່າຜູ້ມີຈິດໃຈໃສສັດທາ ເປັນເຈົ້າພາບເຈົ້າສັດທາ ໂມທະນາທານນຳດ້ວຍ ເຊິ່ງທຶນທີ່ໄດ້ຈາກການຈັດງານກອງບຸນຄັ້ງນີ້ ຈະໄດ້ໄປບູລະນະປະຕິສັງຂອນພະທາດວັດຖິ່ນຊ້ອຍແຫ່ງນີ້ເພື່ອໃຫ້ສວຍງາມເປັນທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.  

error: Content is protected !!