ການນຳໃຊ້ເຄື່ອງມືສື່ສານທີ່ສາມາດພົກຕິດຕົວໄປມາໄດ້ຕະຫຼອດເວລາທັງສາມາດນຳໃຊ້ອິນເຕີເນັດ ເພື່ອເຂົ້າໃຊ້ການບໍລິການຮູບແບບໃໝ່ ເປັນຕົ້ນການດຳເນີນທຸລະກຳທາງດ້ານການເງິນ-ທະນາຄານ ການສັ່ງອາຫານ ການຈອງປີ້ຍົນ-ທີ່ພັກ ການຮັບ-ສົ່ງເອກະສານເອເລັກໂຕຣນິກຜ່ານເຄື່ອງໂທລະສັບມືຖືລຸ້ນໃໝ່ ຫຼື ເອີ້ນວ່າສະມາດໂຟນທີ່ສັງຄົມນັບຕັ້ງແຕ່ເດັກນ້ອຍຊັ້ນອານຸບານຂຶ້ນມາຮອດຮຸ້ນຄົນເຮັດວຽກແມ່ນຮູ້ຈັກກັນດີ ແລະ ໃຊ້ປະຈຳວັນຈົນກາຍເປັນປັດໄຈທີ 5 ທີ່ຂາດບໍ່ໄດ້ໃນຍຸກປັດຈຸບັນ ພ້ອມດຽວກັນນັ້ນ ການພັດທະນາແອບພລີເຄຊັນຕ່າງໆຖືກພັດທະນາຂື້ນຮັບໃຊ້ຄວາມຕ້ອງການຂອງສັງຄົມກໍລ້ວນແລ້ວແຕ່ ປັບໃຫ້ເຂົ້າກັບລະບົບມືຖືນັບມື້ນັບຫຼາກຫຼາຍຂຶ້ນເຊິ່ງເລກໝາຍໂທລະສັບມືຖືໄດ້ກາຍເປັນສິ່ງຢັ້ງຢືນຕົວຕົນຂອງເຮົາໄປແລ້ວບໍ່ວ່າຈະໃຊ້ກັບການບໍລິການປະເພດໃດລະບົບແມ່ນຈະຖາມຫາວ່າໃຊ້ເລກໝາຍໂທລະສັບໃດ ແລະ ຢູ່ໃສ ສະນັ້ນເຈົ້າຂອງຜູ້ນຳໃຊ້ຈຳເປັນຕ້ອງລະບຸຕົວຕົນທີ່ແທ້ຈິງໂດຍຜ່ານເອກະສານທີ່ສຳຄັນເປັນຕົ້ນບັດປະຈຳຕົວ ສຳມະໂນຄົວແລະໜັງສືຜ່ານແດນ (Passport) ການຂຶ້ນທະບຽນເລກໝາຍໂທ ລະສັບນີ້ຫຼາຍປະເທດໃນທົ່ວໂລກໄດ້ເຮັດມາກ່ອນແລ້ວບໍ່ແມ່ນສິ່ງໃໝ່ ແລະ ຖືວ່າການຂຶ້ນທະບຽນເລກໝາຍໂທລະສັບແມ່ນສິ່ງຈຳເປັນທີ່ຕ້ອງໄດ້ມີການຄຸ້ມຄອງຮັບປະກັນທີ່ສຸດເພື່ອຮອງຮັບການເຊື່ອມໂຍງເຂົ້າທຸກລະບົບການໃຫ້ບໍລິການໃນຍຸກເສດຖະກິດດິຈິຕອນແລະຮັບປະກັນຄວາມປອດໄພໃນການນຳໃຊ້ສາມາດລະບຸຕົວຕົນໄດ້ຢ່າງຊັດເຈນເວລາເກີດມີບັນຫາໃດໜຶ່ງເຊິ່ງໄລຍະຜ່ານມາບັນດາຂໍ້ມູນທີ່ມີຢູ່ແມ່ນຍັງບໍ່ທັນຕອບສະໜອງໄດ້ຕໍ່ຄວາມຕ້ອງການໃນໄລຍະໃໝ່ຈຶ່່ງຈຳເປັນຕ້ອງໄດ້ຂຶ້ນທະບຽນຄືນໃໝ່ທັງໝົດທັງເບີ ໂທລະສັບປະເພດ: ລາຍເດືອນ ຕື່ມເງິນ ແລະ ຊິມເນັດ ອັນນີ້ເປັນເຫດຜົນທີ່ສຳຄັນແລະຈຳເປັນທີ່ປະເທດໃນທົ່ວໂລກກໍຄື ສປປ ລາວ ໄດ້ມີຄວາມພະຍາຍາມປັບປຸງຄືນໃຫ້ຖານຂໍ້ມູນເປັນມາດຕະຖານສາກົນ ຫຼືມາດຕະ ຖານ Know Your Costumer-KYC.

ດ້ວຍເຫດຜົນຂ້າງເທິງດັ່ງກ່າວກະຊວງໄປສະນີ ໂທລະຄົມມະນາຄົມແລະການສື່ສານຈຶ່ງໄດ້ເລັ່ງພັດທະນາລະບົບການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ເຊິ່ງເຮົາເອີ້ນວ່າລະບົບ 3 ແກຼັບ ໂດຍຜູ້ຂຶ້ນທະບຽນສາມາດເລືອກເອົາໜຶ່ງໃນສອງວິທີ ຄື: ວິທີທີ 1: ສາມາດຂຶ້ນທະບຽນເລກໝາຍໂທລະສັບຂອງຕົນ (ສຳລັບເບີເກົ່າ ແລະ ເບີໃໝ່) ໄດ້ທີ່ສຳນັກງານໃຫຍ່ ຫ້ອງການສາຂາຂອງຜູ້ໃຫ້ບໍລິການ ແລະ ຕົວແທນຈຳໜ່າຍທີ່ໄດ້ຮັບອະນຸຍາດໃນຂອບເຂດທົ່ວປະເທດບໍ່ວ່າຈະເປັນເບີໂທລາຍເດືອນ ຕື່ມເງິນ ແລະ ຊິມເນັດ ສຳລັບວິທີທີ 2: ການຂຶ້ນທະບຽນເລກໝາຍໂທລະສັບ (ສຳລັບເບີເກົ່າເທົ່ານັ້ນ) ແມ່ນສາມາດດຳເນີນການໄດ້ດ້ວຍຕົນເອງຜ່ານທາງອອນລາຍທັງເບີໂທລາຍເດືອນຕື່ມເງິນ ແລະ ຊິມເນັດສາມາດດາວໂຫຼດແອບພລີເຄຊັນ LaoKYC ມາຕິດຕັ້ງໃນມືຖືແລ້ວເຂົ້າສູ່ບໍລິການເພື່ອຂຶ້ນທະບຽນເລກໝາຍໂທລະສັບຜ່ານ 3 ແກຼັບ ໂດຍວິທີນີ້ຈະເລີ່ມຕົ້ນເປີດໃຫ້ສາມາດຂຶ້ນທະບຽນໄດ້ນັບຈາກວັນທີ 1 ກໍລະກົດ 2020 ເປັນຕົ້ນໄປ ຂັ້ນຕອນການຂຶ້ນທະບຽນກໍສະດວກ ຖ້າທ່ານເລືອກວິທີໄປທີ່ສຳນັກງານໃຫຍ່ ສູນບໍລິການສາຂາຈຳໜ່າຍແລະຕົວແທນຂອງບໍລິສັດໃຫ້ບໍລິການໂທລະຄົມມະນາຄົມພຽງແຕ່ທ່ານຖືເອກະ ສານຢັ້ງຢືນໃດໜຶ່ງທີ່ເປັນຂອງທ່ານເອງເຊັ່ນ: ບັດປະຈຳຕົວ ປື້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ (Passport) ທີ່ຍັງມີອາຍຸການນຳໃຊ້ໄດ້ ແລະ ຕ້ອງເປັນສະບັບແທ້ໄປຫາພະນັກງານບໍລິການເພື່ອຖ່າຍຮູບຕົນເອງ ຖ່າຍຮູບເລກໝາຍ ຖ່າຍເອກະສານເພື່ອຂຶ້ນທະບຽນເລກໝາຍໃຫ້ສຳເລັດພາຍໃນເວລາບໍ່ເກີນ 5 ນາທີ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ ທ່ານຍັງສາມາດຂຶ້ນທະບຽນສະມາຊິກພາຍໃນຄອບຄົວທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໄດ້ຕື່ມອີກສູງສຸດ 4 ເລກໝາຍ ໃນກໍລະນີຕ້ອງການຂຶ້ນທະບຽນເລກໝາຍໂທລະສັບໃນນາມນິຕິບຸກຄົນ ການຈັດຕັ້ງທີ່ມີຈຳນວນພະນັກງານຫລາຍກໍສາມາດດຳເນີນໄດ້ຕາມລະບຽບການຂອງກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານວາງອອກ ລາຍລະອຽດທາງດ້ານການໃຫ້ບໍລິການຂຶ້ນທະບຽນເລກໝາຍໂທລະສັບສາມາດຕິດຕໍ່ສອບຖານເບີໂທສູນບໍລິການ (Call Center) ຂອງບັນດາບໍລິສັດໃຫ້ບໍລິການໂທລະຄົມມະນາຄົມໄດ້ຕະຫຼອດ 24 ຊົ່ວໂມງ ຖ້າໃນກໍລະນີເປັນເລກໝາຍເກົ່າທີ່ໃຊ້ຢູ່ແລ້ວທ່ານຍັງສາມາດເລືອກວິທີການຂຶ້ນທະບຽນໄດ້ດ້ວຍຕົນເອງຜ່ານແອບພລີເຄຊັນ LaoKYC ເຊິ່ງເປັນຊ່ອງທາງໜຶ່ງທີ່ເໝາະກັບແບບແຜນຊີວິດຂອງຄົນຮຸ້ນໃໝ່ທີ່ບໍ່ມີເວລາ ແລະ ປະຢັດຄ່າໃຊ້ຈ່າຍໃນການເດີນ ທາງອີກດ້ວຍ.

ບັນດາຂໍ້ມູນທາງດ້ານນິຕິກຳ ແລະ ຄູ່ມືໃຊ້ງານພ້ອມວິດີໂອ ແລະ ຄູ່ມືແນະນຳຂັ້ນຕອນການຂຶ້ນທະບຽນທັງ 2 ວິທີສາມາດເບິ່ງໄດ້ຈາກເວັບໄຊ www.simreg.gov.la ນອກນັ້ນຍັງມີຂໍ້ມູນລະອຽດໃນເວັບໄຊ Facebook sms ຂອງບັນດາບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຫຼືສາມາດໂທເຂົ້າໄປສອບຖາມຂໍ້ມູນສະເພາະຕາມເບີສູນໃຫ້ບໍລິການ (Call Center) ຂອງບັນດາບໍລິສັດດັ່ງກ່າວໄດ້ໂດຍກົງ.

ນາມປາກກາ: ຄົມໃນຝັກ