ໃນວັນທີ 15 ຕຸລາ 2026 ທີ່ໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໂຮງຮຽນຄຸນນະພາບທີ່ສອນເປັນພາສາຝຣັ່ງ LabelFranceEducation ເປັນຄັ້ງທີ 4 ຄວບຄູ່ກັບການຈັດກອງປະຊຸມຜູ້ປົກຄອງນັກຮຽນຫ້ອງສອງພາສາ ລາວ-ຝຣັ່ງ ເພື່ອສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມໃນການຍົກລະດັບຄຸນນະພາບການສຶກສາ ສົ່ງເສີມການຮຽນຮູ້ພາສາຝຣັ່ງ ແລະ ສ້າງໂອກາດ ໃໝ່ໆໃຫ້ແກ່ນັກຮຽນລາວ.

ພິທີດັ່ງກ່າວມີ ທ່ານນາງ Bénédicte DESCHAMPS ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ທ່ານ ພົນມະນີ ສິລິພົງ ຮອງຫົວໜ້າກົມປະກັນຄຸນະພາບການສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານຫົວໜ້າພະແນກກົມອົງການຈັດຕັ້ງລະຫວ່າງລັດຖະບານ ກະຊວງການຕ່າງປະເທດ ຮອງຫົວໜ້າຫ້ອງການເມືອງຈັນທະບູລີ ທ່ານນາງ Céline ROUQUET ຜູ້ອຳນວຍການໂຮງຮຽນນານາຊາດຝຣັ່ງ ວຽງຈັນ ທ່ານຜູ້ອໍານວຍການຖຮງຮຽນ ມສ ວຽງຈັນ ຄະນະອໍານວຍການ ນອກນີ້ ຍັງມີຜູ້ປົກຄອງນັກຮຽນຫ້ອງສອງພາສາ ລາວ-ຝຣັ່ງ ຊັ້ນ ມ1 ມ4 ແລະ ມ7 ຄູສອນ ແລະ ຕົວແທນຈາກ 4 ໜ່ວຍງານ ແລະ 3 ອົງການຈັດຕັ້ງ ແລະ ນັກຮຽນທີ່ໄດ້ຮັບໃບປະກາດວັດລະດັບພາສາຝຣັ່ງ DELF A2 ແລະ B1 ຈຳນວນ 9 ຄົນ ເຂົ້າຮ່ວມ.

ທ່ານ ນາງ ສຸກັນດາ ສາລິນທະວົງ ຮອງຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ລາຍງານໃຫ້ຮູ້ວ່າ:ຫ້ອງສອງພາສາ ລາວ-ຝຣັ່ງ ໄດ້ເລີ່ມກໍ່ຕັ້ງໃນປີ 1995 ໂດຍເລີ່ມສອນແຕ່ຊັ້ນ ປ3 ຕໍ່ມາ ໃນປີ 1998 ໂຮງຮຽນ ມສ ວຽງຈັນ ໄດ້ເປີດການຮຽນ-ການສອນຫ້ອງສອງພາສາຢ່າງເປັນຮູບປະທຳ ໂດຍມີການຮຽນພາສາຝຣັ່ງ 6 ຊົ່ວໂມງຕໍ່ອາທິດ ແລະ ນຳໃຊ້ພາສາຝຣັ່ງໃນການຮຽນການສອນບາງວິຊາ ເຊັ່ນ: ຄະນິດສາດ ຟີຊິກສາດ ເຄມີສາດ ແລະ ຊີວະສາດ.



ປັດຈຸບັນ ຫ້ອງສອງພາສາ ລາວ-ຝຣັ່ງ ມີທັງໝົດ 14 ຫ້ອງ ນັກຮຽນ 412 ຄົນ ແລະ ຄູສອນ 16 ຄົນ ຜ່ານມາ ໂຮງຮຽນໄດ້ຮັບການຢັ້ງຢືນຄຸນນະພາບ LabelFranceEducation ມາແລ້ວ 4 ຄັ້ງ ຄື ປີ 2015 2019 2023 ແລະ 2026 ໂດຍມີການປະເມີນຜົນການຈັດການຮຽນ-ການສອນ ແລະ ລະດັບພາສາຝຣັ່ງຕາມໄລຍະເວລາທີ່ກຳນົດ ຜົນງານດັ່ງກ່າວສະທ້ອນເຖິງຄວາມຕັ້ງໃຈໃນການຮັກສາມາດຕະ ຖານການສຶກສາ ພັດທະນາຄວາມຮູ້ພາສາຝຣັ່ງ ແລະ ສ້າງພື້ນຖານທາງວິຊາການໃຫ້ແກ່ນັກຮຽນ ເພື່ອກ້າວສູ່ການສຶກສາຂັ້ນສູງ ແລະ ໂອກາດໃນອະນາຄົດ.



ສໍາລັບສົກຮຽນ 2026-2027 ນັກຮຽນຫ້ອງສອງພາສາ ລາວ-ຝຣັ່ງ ຍັງສາມາດສ້າງຜົນງານດ້ານການຮຽນໄດ້ຢ່າງໜ້າສົນໃຈ ໃນຊັ້ນ ມ4 ມີນັກຮຽນໄດ້ຮັບໃບປະກາດແດງ 2 ຄົນ ແລະ ໃບຍ້ອງຍໍຜົນການຮຽນທີ່ມີຄະແນນບໍ່ຫຼຸດ 7 ຈຳນວນ 31 ຄົນ ສ່ວນຊັ້ນ ມ7 ມີນັກຮຽນໄດ້ຮັບໃບປະກາດແດງ 1 ຄົນ ແລະ ໃບຍ້ອງຍໍຜົນການຮຽນທີ່ມີຄະແນນບໍ່ຫຼຸດ 7 ຈຳນວນ 34 ຄົນ ຄຽງຄູ່ກັບການຮຽນໃນຫ້ອງ ນັກຮຽນຍັງໄດ້ຮັບການສົ່ງເສີມໃຫ້ເຂົ້າຮ່ວມກິດຈະກຳທາງວິຊາການ ວັດທະນະທຳ ສິ່ງແວດລ້ອມ ແລະ ການແລກປ່ຽນປະສົບການກັບສາກົນ.

ການຮ່ວມມືກັບສະຖາບັນພາສາຝຣັ່ງ ໄດ້ເປີດໂອກາດໃຫ້ນັກຮຽນເຂົ້າຮ່ວມກິດຈະກໍາດ້ານວັດທະນະ ທຳ ຂະນະທີ່ການຮ່ວມມືກັບໂຮງຮຽນນານາຊາດຝຣັ່ງ ວຽງຈັນ ໄດ້ຈັດກິດຈະກຳຮ່ວມກັນລະຫວ່າງນັກຮຽນ ຝຣັ່ງຊັ້ນ ມ3 ແລະ ນັກຮຽນຫ້ອງສອງພາສາຊັ້ນ ມ6 ໃນຫົວຂໍ້ຄະນິດສາດ ແລະ ການປະດິດຈະຫຼວດນ້ຳ ເພື່ອສົ່ງເສີມການຮຽນຮູ້ຜ່ານການລົງມືປະຕິບັດ ນອກນີ້ ສະພາການຄ້າຝຣັ່ງ-ລາວ ຍັງໄດ້ຮ່ວມສົ່ງເສີມໂຄງການເຝິກງານໃຫ້ນັກຮຽນຊັ້ນ ມ6 ຕາມຄວາມສົນໃຈ ໃນສົກຮຽນຜ່ານມາ ມີນັກຮຽນ 10 ຄົນ ໄດ້ເຂົ້າຝຶກງານຢູ່ 5 ບໍລິສັດ ເປັນເວລາ 1 ອາທິດ ເພື່ອສຳຜັດປະສົບການໃນໂລກການເຮັດວຽກຈິງ ແລະ ນຳຄວາມຮູ້ໄປປັບໃຊ້ໃນອະນາຄົດ.


ສໍາລັບກິດຈະກໍານອກຫຼັກສູດ ນັກຮຽນໄດ້ມີສ່ວນຮ່ວມໃນການຈັດງານບຸນໂນແອນ ແລະ ບຸນຝຣັ່ງໂກໂຟນີ ໂດຍມີນັກຮຽນຊັ້ນ ມ7 ເປັນຜູ້ຮັບຜິດຊອບຫຼັກ ສ່ວນ Go Green Club ເຊິ່ງກໍ່ຕັ້ງໃນປີ 2024 ແມ່ນທີມກິດຈະກຳດ້ານສິ່ງແວດລ້ອມທີ່ນັກຮຽນເປັນຜູ້ຈັດການ ແລະ ບໍລິຫານທີມ ພາຍໃຕ້ການນຳພາຂອງທ່ານນາງ ສຸກັນດາ ສາລິນທະວົງ ຮອງຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ນັກຮຽນຫ້ອງສອງພາສາ ລາວ-ຝຣັ່ງ ຍັງມີໂອກາດເຂົ້າຮ່ວມທັດສະນະສຶກສາທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ກຳປູເຈຍ ຫວຽດນາມ ຈີນ ຍີ່ປຸ່ນ ແລະ ໄທ ພ້ອມກັນນັ້ນ ຍັງມີການຈັດຮຽນເຂັ້ມ ເພື່ອກຽມຄວາມພ້ອມໃຫ້ນັກຮຽນທີ່ສົນໃຈເຂົ້າສອບເສັງວັດລະດັບພາສາຝຣັ່ງ DELF ໃນແຕ່ລະປີ.


ການຈັດກອງປະຊຸມຜູ້ປົກຄອງຄັ້ງນີ້ ມີເປົ້າໝາຍສໍາຄັນໃນການສ້າງຄວາມເຂົ້າໃຈກ່ຽວກັບການຈັດການຮຽນ-ການສອນ ການດຳເນີນກິດຈະກຳ ແລະ ທິດທາງການພັດທະນາຫ້ອງສອງພາສາ ລາວ-ຝຣັ່ງ ໃຫ້ຜູ້ປົກຄອງຮັບຊາບຢ່າງຊັດເຈນ ພ້ອມກັນນັ້ນ ຍັງເປັນເວທີເຜີຍແຜ່ຄວາມສຳຄັນຂອງພາສາຝຣັ່ງ ໃນຖານະພາສາທີ່ຊ່ວຍເພີ່ມພູນຄວາມຮູ້ ຂະຫຍາຍໂອກາດດ້ານການສຶກສາ ແລະ ເປີດປະຕູສູ່ໂອກາດການເຮັດວຽກໃນອະນາຄົດ ການປະສານຄວາມຮ່ວມມືລະຫວ່າງໂຮງຮຽນ ຄູອາຈານ ແລະ ຜູ້ປົກຄອງ ຈຶ່ງເປັນປັດໄຈສຳຄັນໃນການສ້າງສະພາບແວດລ້ອມທີ່ເໝາະສົມຕໍ່ການຮຽນຮູ້ ແລະ ການພັດທະນາຂອງນັກຮຽນການສືບຕໍ່ຮັກສາມາດຕະຖານ LabelFranceEducation ຄວບຄູ່ກັບການພັດທະນາທັກສະດ້ານພາສາ ວິຊາການ ແລະ ກິດຈະກຳຮອບດ້ານ ຈຶ່ງເປັນອີກກ້າວສຳຄັນຂອງໂຮງຮຽນ ມສ ວຽງຈັນ ໃນການຍົກລະດັບຄຸນນະພາບການສຶກສາ ແລະ ຮ່ວມສ້າງຊັບພະຍາກອນມະນຸດທີ່ມີຄວາມຮູ້ ຄວາມສາມາດ ແລະ ພ້ອມກ້າວສູ່ອະນາຄົດ.
