ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ອັດລົງໃນວັນທີ 21 ຕຸລາ 2026 ທີ່ນະຄອນ ຫຼວງວຽງຈັນ ພາຍຫຼັງດຳເນີນມາເປັນເວລາ 13 ວັນ ເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ມີບັນດາທ່ານການນໍາຂັ້ນສູງ ອາດີດການນໍາຂັ້ນສູງຂອງພັກ-ລັດ ສະມາຊິກລັດຖະບານ ສະມາຊິກສະ ພາແຫ່ງຊາດ ແລະ ແຂກຖືກເຊີນ.


ທ່ານ ສອນໄຊ ສີພັນດອນ ກ່າວສູນທອນພົດບາງຕອນວ່າ ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ເລືອກຕັ້ງປະ ທານສະພາແຫ່ງຊາດ ຊຸດທີ X ແລະ ທ່ານ ນາຍົກ ລັດຖະ ມົນຕີ ແຫ່ງ ສປປ ລາວ ຕາມລັດຖະທຳມະນູນ ແລະ ກົດ ໝາຍເຊິ່ງເປັນການເລືອກຕັ້ງບຸກ ຄະລາກອນໃນຕຳແໜ່ງສໍາຄັນຂອງລັດ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ການບູລະນະລະ ບົບອຳນາດລັດປະຊາ ທິປະໄຕ ປະຊາຊົນໃຫ້ໄປຕາມທິດການພັດທະນາໃຫ້ປະ ເທດເຮົາໃຫ້ມີຄວາມໜັກແໜ້ນຕາມທິດປະຊາຊົນຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງ ເຂັ້ມແຂງ ສັງຄົມມີປະຊາທິປະໄຕ ສາມັກຄີເປັນປຶກແຜ່ນ ຍຸຕິທຳ ແລະ ສີວິໄລ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດ ຖະບານກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027.

ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດ ຖະບານໃນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດກ່ຽວ ກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາເຊິ່ງໄດ້ຮັບຜົນສໍາເລັດຫຼາຍດ້ານ ເຮັດໃຫ້ທົ່ວປະ ເທດສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ ສັງຄົມມີຄວາມສະ ຫງົບປອດໄພໂດຍພື້ນຖານ ເສດຖະກິດຂະຫຍາຍຕົວສະເລ່ຍໝົດປີໃນລະດັບ 5,1% (ມະຕິສະພາແຫ່ງຊາດ 5,5%) ຊີວິດການເປັນຢູ່ຂອງປະ ຊາຊົນໄດ້ຮັບການປັບປຸງດີຂຶ້ນ ບົດບາດອິດທິພົນຂອງປະເທດເຮົາໃນພາກພື້ນ ແລະ ສາກົນໄດ້ຮັບການຍົກສູງ ຂຶ້ນ ສະເໜີໃຫ້ລັດ ຖະບານເອົາໃຈໃສ່ຊີ້ນໍາການເກັບລາຍຮັບໂດຍນໍາໃຊ້ລະບົບທັນສະໄໝໃຫ້ໄດ້ຢ່າງຄົບຖ້ວນໂດຍສະ ເພາະເກັບລາຍຮັບຈາກທີ່ດິນ ຄ່າເຊົ່າ ສໍາປະທານຊັບສິນ ແລະ ຄ່າ ຊັບພະຍາ ກອນທຳມະຊາດແກ້ໄຂບັນຫາການຍົກເວັ້ນການປະຕິບັດກົດໝາຍທີ່ສົ່ງຜົນກະທົບຕໍ່ການເກັບລາຍຮັບເຂົ້າງົບປະ ມານ ແກ້ໄຂໜີ້ສິນສາທາລະນະ ໜີ້ສິນໂຄງການລົງທຶນຂອງລັດໃຫ້ມີຄວາມຄືບໜ້າ ກວດກາຄືນບັນດາສັນຍາສໍາປະທານຂຸດຄົ້ນແຮ່ທາດໃຫ້ມີຄວາມຮັດກຸມ ຮັບປະກັນການຈັດເກັບພັນທະຕ່າງໆໃຫ້ມີຄວາມໂປ່ງໃສ ແລະ ຄົບ ຖ້ວນ ເພີ່ມທະວີມາດຕະການປ້ອງກັນຜົນກະທົບຕໍ່ສິ່ງ ແວດລ້ອມ ປ່າໄມ້ ແລະ ສັງຄົມຢ່າງເຂັ້ມງວດ ແລະ ມີມາດຕະການຢ່າງເດັດຂາດຕໍ່ບັນດາໂຄງການທີ່ຖືກປະເມີນ ແລະ ຈັດຢູ່ໃນປະເພດ C ແລະ C+ ຕິດພັນກັບປະເມີນຄືນການຈັດຕັ້ງປະຕິບັດຍຸດທະສາດແຮ່ທາດ ຮອດປີ 2030 ສືບຕໍ່ຄວບຄຸມ ແລະ ແກ້ໄຂບັນຫາເງິນເຟີ້ ອັດຕາແລກປ່ຽນ ການເໜັງຕີງຂອງລາຄາສິນຄ້າດ້ວຍການນໍາໃຊ້ມາດຕະການທາງກົດໝາຍ ແລະ ມາດຕະການທາງເສດຖະກິດຢ່າງເຂັ້ມງວດ ແລະ ເດັດຂາດ ຊຸກຍູ້ສົ່ງ ເສີມການຜະລິດກະສິ ກຳເປັນສີນຄ້າ ຫຼຸດຜ່ອນການນໍາເຂົ້າ ແລະ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນໂດຍຕິດພັນກັບຕ່ອງໂສ້ການຜະລິດຮັບປະກັນການເຂົ້າ ເຖິງຕະຫຼາດ ເອົາ ໃຈໃສ່ຄຸ້ມຄອງລົດບັນທຸກນໍ້າໜັກເກີນ ແລະ ບໍ່ຖືກຕາມມາດຕະຖານເຕັກນິກ ມີມາດຕະການທີ່ເຂັ້ມງວດຕໍ່ຜູ້ລະ ເມີດ ການສ້າງຟື້ນຟູ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງ ຊາດ ເສັ້ນທາງທ້ອງຖິ່ນ ເສັ້ນທາງຊາຍ ແດນ ເສັ້ນທາງໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໃຫ້ໄດ້ຮັບການປັບປຸງດີຂຶ້ນ ສະເໜີໃຫ້ລັດຖະບານເພີ່ມການລົງທຶນຂອງລັດເຂົ້າໃສ່ການພັດທະນາຂົງເຂດສຶກສາ ແລະ ກິລາ ສາທາລະນະສຸກໃຫ້ບັນລຸຕາມຄາດ ໝາຍທີ່ກຳນົດໃນກົດ ໝາຍ ພັດທະນາຫຼັກສູດການຮຽນ-ການສອນໃຫ້ມີຄຸນ ນະພາບຂຶ້ນຕື່ມ ສົ່ງເສີມການພັດທະ ນາສີມືແຮງງານໃຫ້ມີຄຸນນະພາບສູງຂຶ້ນ ສະເໜີໃຫ້ຄົ້ນຄວ້າມີແຜນຮັບມືແຕ່ຫົວທີ ມີນິຕິກຳຄຸ້ມຄອງ ແລະ ວິທີການແກ້ໄຂການຮັບມືກັບໄພພິບັດທຳມະຊາດ ແລະ ຟື້ນຟູເນື້ອທີ່ການຜະລິດຂອງປະຊາຊົນທີ່ຖືກຜົນກະທົບຈາກໄພພິ ບັດກັບເຂົ້າສູ່ສະພາບປົກກະຕິ ປະຕິບັດນະໂຍບາຍຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ.

ເອົາໃຈໃສ່ຄຸ້ມຄອງແຫຼ່ງທ່ອງທ່ຽວທີ່ເປັນມໍລະດົກໂລກ ມໍ ລະດົກແຫ່ງຊາດ ແລະ ທ້ອງຖິ່ນໃຫ້ມີ ຄວາມຍືນຍົງ ພິຈາ ລະນາ ແລະ ຮັບຮອງເອົາບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ ສານເຄມີທີ່ຖືກຄວບຄຸມການນໍາໃຊ້ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍ ມາດຕາ 2 ຂອງກົດ ໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ສະບັບປີ 2021 ອອກເປັນມະຕິຂອງສະພາແຫ່ງຊາດເພື່ອເປັນບ່ອນອີງໃຫ້ແກ່ການຄວບຄຸມ ປ້ອງກັນ ສະກັດກັ້ນ ແລະ ຕ້ານຢາເສບຕິດໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວແນໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃຫ້ດີຂຶ້ນ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2027 ແລະ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2025 ຂອງອົງການກວດສອບແຫ່ງລັດ ແລະ ບົດລາຍ ງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ເຊິ່ງກອງປະຊຸມສະເໜີໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່ປັບປຸງແກ້ໄຂກົນໄກປະສານງານກັບເປົ້າໝາຍທີ່ຖືກກວດສອບໃຫ້ເປັນເຈົ້າການ ແລະ ຮ່ວມມືແກ້ໄຂຜົນຂອງການກວດສອບ-ກວດກາໃຫ້ທັນການ ໃຫ້ມີການແບ່ງຂັ້ນຄຸ້ມຄອງຢ່າງຊັດ ເຈນລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ເພີ່ມການເຝິກອົບຮົມນັກກວດສອບ-ກວດກາຢູ່ຂັ້ນສູນກາງ ແລະ ທ້ອງ ຖິ່ນທາງດ້ານເຕັກນິກ ວິຊາສະເພາະນໍາໃຊ້ເຄື່ອງມືທີ່ທັນ ສະໄໝໃຫ້ມີຄວາມເຂັ້ມແຂງ ແລະ ເປັນມືອາຊີບ ພິຈາລະ ນາ ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາ ຊົນສູງສຸດ ແລະ ສານປະຊາຊົນສູງສຸດກ່ຽວກັບການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະ ຈຳປີ 2027 ກອງປະຊຸມຕີລາຄາສູງຕໍ່ສອງອົງການດັ່ງກ່າວ ທີ່ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນໃນການຍົກສູງຄຸນນະພາບ ການດໍາເນີນຄະດີຕາມຂະບວນຍຸຕິທໍາໃຫ້ມີຄວາມຖືກຕ້ອງຕາມກົດໝາຍ ສອດຄ່ອງກັບຕົວຈິງ ແລະ ມີຄວາມຍຸຕິທໍາ ໄດ້ເອົາໃຈໃສ່ຜັນຂະຫຍາຍມະຕິ ຄໍາສັ່ງຂອງສູນກາງພັກ ແລະ ມະຕິສະພາແຫ່ງຊາດເຂົ້າໃນປັບປຸງຂະບວນການຍຸຕິທຳໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.
ສະເໜີໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໂດຍຖືສໍາຄັນດ້ານຄຸນທາດການເມືອງ ມີຈັນຍາບັນ ຈັນຍາທຳທີ່ໜັກແໜ້ນ ບຳລຸງສ້າງ ຍົກລະດັບຄວາມຮູ້ ຄວາມສາ ມາດ ສ້າງໃຫ້ມີຄວາມຊຳນານງານກາຍເປັນມືອາຊີບ ຕິດ ຕາມກວດກາ ການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຕ່ລະຂັ້ນໃຫ້ເຂັ້ມງວດ ເອົາ ໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍໃນສະຖານ ທີ່ກັກຕົວ ສະຖານທີກັກຂັງ ຄ້າຍດັດສ້າງ ແລະ ຄ້າຍຄຸມ ຂັງ ການກັກຕົວ ຈັບຕົວ ການກັກຂັງພາງໃຫ້ຮັບປະກັນການດໍາເນີນຄະດີຖືກຕ້ອງຕາມກົດໝາຍ ມີຄວາມໂປ່ງໃສ ແລະ ຍຸຕິທຳ ແກ້ໄຂບັນຫານັກໂທດຖືກກັກຂັງທີ່ບໍ່ມີຄໍາຕັດສິນໃຫ້ໄວ ເອົາໃຈໃສ່ປະເມີນການປະຕິບັດໜ້າທີ່ ແລະ ການປະພຶດຂອງຜູ້ພິພາກສາ ພິຈາລະນາ ຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ເຊິ່ງກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດ ສະພາປະຊາຊົນຂັ້ນແຂວງໃນຕະຫຼອດໄລຍະເກືອບໜຶ່ງປີໃນການປະຕິບັດສາມພາລະບົດບາດຂອງຕົນໄດ້ມີຜົນສໍາເລັດຫຼາຍດ້ານ ສະແດງເຖິງຄຸນນະພາບໃນການເຄື່ອນໄຫວວຽກງານຂອງສະມາຊິກສະພາໄດ້ຮັບການຍົກສູງຂຶ້ນ ປະຊາຊົນມີຄວາມສົນໃຈ ແລະ ຕິດຕາມການເຄື່ອນໄຫວຂອງສະພາແຫ່ງ ຊາດ ແລະ ສະ ພາປະຊາຊົນຂັ້ນແຂວງຫຼາຍຂຶ້ນ.
ນອກຈາກນີ້ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ 8 ສະບັບດ້ວຍ ຄະແນນສຽງແຕ່ 90,96% ຂຶ້ນໄປ ໃນນີ້ ກົດໝາຍສ້າງໃໝ່ 1 ສະບັບຄື ຮ່າງກົດໝາຍວ່າດ້ວຍ ການປົກປ້ອງເງິນຝາກ ກົດໝາຍປັບປຸງ 7 ສະບັບຄື ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ ກົດໝາຍວ່າດ້ວຍການຄວບ ຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ກົດໝາຍວ່າດ້ວຍ ການບິນພົນ ລະເຮືອນ ກົດໝາຍວ່າດ້ວຍ ລັດຖະບານ ພ້ອມນັ້ນ ກອງປະຊຸມໄດ້ຮັບຟັງການຂຶ້ນຊີ້ແຈງຕໍ່ຄໍາຊັກຖາມຂອງທ່ານນາຍົກລັດຖະມົນຕີ ບັນດາທ່ານໃນຄະນະລັດຖະບານເຊິ່ງສະແດງເຖິງຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງຕໍ່ກອງປະຊຸມສະພາແຫ່ງຊາດ ເພື່ອສ້າງຄວາມເຂົ້າໃຈ ຄວາມຮັບຮູ້ເຖິງສະພາບຕົວຈິງທີ່ລັດຖະບານພວມສຸມໃສ່ແກ້ໄຂໃນປັດຈຸບັນ.