ສະຖານເອກອັກຄະລັດຖະທູດ ອາເມຣິກາ ປະຈຳ ສປປ ລາວ ງົດການອອກວີຊາບາງປະເພດໃຫ້ແກ່ພົນລະເມືອງລາວ
ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາພໍ່ແມ່ ພີ່ນ້ອງປະຊາຊົນລາວທຸກທົ່ວໜ້າ ໂດຍອີງຕາມຈົດໝາຍແຈ້ງຈາກສະຖານເອກອັກຄະລັດຖະທູດແຫ່ງສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ສະບັບເລກທີ 20-334/CONS ລົງວັນທີ 6 ເມສາ 2020 ຊາບວ່າ:…
ມູນນິທິເຊມາອຸນ ສະໜັບສະໜູນປະຊາຊົນ 3 ບ້ານເມືອງປາກງື່ມຜະລິດກະສິກໍາເພື່ອເພີ່ມລາຍຮັບ
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໂຄງການ ປະຈໍາປີ 2019 ໃນ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2020 ຂອງມູນນິທິເຊມາອຸນ ປະຈໍາລາວ ຈັດຂຶ້ນວັນທີ 19 ມິຖຸນາ…
ມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທຫລ
ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດພິທີມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຂຶ້ນວັນທີ 18 ມິຖຸນາ 2020 ຢູ່ ທຫລ ລະຫວ່າງທ່ານ ສົມດີ…
ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າໄລຍະການລະບາດຂອງໂຄວິດ
ໃນວັນທີ 18 ມິຖຸນາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ພ້ອມດ້ວຍທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການອຳນວຍການລັດວິສາຫະກິດໄຟຟ້າລາວ…
ຫາລືການຮັບມືຕ້ານການແຜ່ລະບາດຂອງພະຍາດໂຄວິດ
ວັນທີ 18 ມິຖຸນາ 2020 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ: ການຮ່ວມມືກັນ ໃນການຮັບມືຕ້ານການແຜ່ລະບາດພະຍາດໂຄວິດ-19 ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ…
ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການນະຄອນຫຼວງ
ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນຜູ້ເກົ່າ ແລະ ທ່ານ ນາງ ບົວວອນ ສຸກລາແສງ ວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 18 ມິຖຸນາ 2020 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ…
ຮ່ອງແກ ມີອ່າງລ້ຽງປາຫາງນົກຍູງຫຼາຍກວ່າ 300 ອ່າງ
ປັດຈຸບັນ ກ້າວເຂົ້າສູ່ລະດູຝົນແຕ່ລະບ້ານທົ່ວນະຄອນຫຼວງວຽງຈັນ ໄດ້ພ້ອມກັນເອົາໃຈໃສ່ເພີ່ມທະວີການເຝົ້າລະວັງພະຍາດຕາມລະດູການ ໂດຍສະເພາະພະຍາດໄຂ້ຍຸງລາຍ ເຊິ່ງບ້ານຮ່ອງແກ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເປັນບ້ານໜຶ່ງທີ່ໄດ້ເອົາໃຈໃສ່ແນະນຳ ເນັ້ນໜັກໃຫ້ປະຊາຊົນພາຍໃນບ້ານຮັກສາຄວາມສະອາດ ປະຕິບັດຫຼັກການ 5ປ ທີ່ກະຊວງສາທາລະນະສຸກວາງອອກ ພ້ອມທັງຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າລ້ຽງປາຫາງນົກຍູງ ເພື່ອກິນໜອນນ້ຳຍຸງລາຍ. ທ່ານ ສິງສຸພົມ…
ສາທາບໍ່ແກ້ວ ເຂັ້ມງວດຕໍ່ມາດຕະການຕ້ານ COVID-19
ເຖິງບໍ່ພົບກໍລະນີຕິດເຊື້ອ ແລະ ສະພາບການລະບາດ COVID-19 ສາທາລະນະສຸກແຂວງບໍ່ແກ້ວຍັງ ບໍ່ລະເຫຼີງໃຈ ໂດຍສືບຕໍ່ປະຕິບັດບັນດາມາດຕະການ ເພື່ອບໍ່ໃຫ້ເກີດການລະບາດພາຍໃນແຂວງ. ທ່ານ ດຣ ຄຳພະຫຍາ ພົມປັນຍາ ຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ ໃຫ້ສຳພາດໃນ ໂອກາດທີ່ຄະນະສື່ມວນຊົນເດີນທາງໄປເກັບກຳຂໍ້ມູນເພື່ອຂຽນຂ່າວວ່າ: ເຖິງສະພາບການລະບາດຂອງ…
ໂຮງແຮມພອນທິບ ພລາຊາ ຖືກເລືອກເປັນສະຖານທີ່ກັກຕົວປ້ອງກັນພະຍາດໂຄວິດ
ໂຮງແຮມພອນທິບ ພລາຊາ ເປັນໜຶ່ງໃນ 19 ໂຮງແຮມທີ່ທາງການເຮົາ ກໍຄືຄະນະສະເພາະກິດຕ້ານພະຍາດໂຄວິດ-19 ໄດ້ເລືອກເອົາເປັນສະຖານທີ່ກັກຕົວ 14 ວັນ ຜູ້ທີ່ເຂົ້າມາແຕ່ຕ່າງປະເທດ ບໍ່ວ່າຈະເປັນຄົນລາວ ແລະ ຄົນຕ່າງປະເທດ ຕາມມາດຕະການທີ່ລັດຖະບານລາວເຮົາວາງອອກຢ່າງເຂັ້ມງວດ. ທ່ານ ນາງ…