ກອງທຶນທະນາຄານໂລກປະກາດໃຫ້ທຶນ 9 ຕື້ກວ່າກີບໃຫ້ ສປປ ລາວ ເພື່ອປ້ອງກັນ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19

    ພິທີຖະແຫຼງຂ່າວກ່ຽວກັບເງິນຊ່ວຍເຫຼືອລ້າ ເພື່ອການປ້ອງກັນ ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ພາຍໃຕ້ກອງທຶນສຸກເສີນຈາກທະນາຄານໂລກ ໄດ້ຈັດຂຶ້ນວັນທີ 10 ກໍລະກົດ 2020 ທີ່ ກະຊວງສາທາລະນະສຸກ ເປັນກຽດຖະແຫຼງຂ່າວໂດຍທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ນິໂຄລາ ພົນທະລາ (Nicola Pontara) ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ ພ້ອມທ່ານເອກອັກຄະລັດຖະທູດອົດສຕຣາລີ ເຢຍລະມັນ ແລະ ຍີ່ປຸ່ນ ປະຈໍາລາວ ໄດ້ປະກາດໃຫ້ທຶນຊ່ວຍເຫຼືອລ້າຈຳນວນ 1 ລ້ານໂດລາສະຫະລັດ ຫຼືປະມານ 9 ຕື້ກວ່າກີບ ຈາກກອງທຶນເພື່ອການລະບາດສຸກເສີນທີ່ສ້າງຕັ້ງໂດຍກຸ່ມທະນາຄານໂລກ (PEF) ເພື່ອຊ່ວຍເຫຼືອ ສປປ ລາວ ໃນການປ້ອງກັນ ຄວມຄຸມ ແລະ ຕອບໂຕ້ ການລະບາດຂອງພະຍາດໂຄວິດ-19 (COVID-19).  

  ໃນຈຳນວນທຶນຊ່ວຍເຫຼືອລ້າດັ່ງກ່າວ ກະຊວງສາທາລະນະສຸກ ຈະມອບໃຫ້ອົງການສະຫະປະຊາຊາດ ກອງທຶນສໍາລັບເດັກ ຫຼືວ່າ ອຸຍນີເຊັບ (UNICEF) 80% ເພື່ອນຳໃຊ້ເຂົ້າໃນວຽກງານຈັດຊື້ ແລະ ສະໜອງຢາວັກຊີນເພື່ອໃຫ້ສາມາດສືບຕໍ່ໃຫ້ບໍລິການດ້ານສຸຂະພາບທີ່ສຳຄັນ ສ່ວນອີກ 20% ແມ່ນຈະມອບໃຫ້ອົງການອະນາໄມໂລກ (WHO) ເພື່ອນໍາໃຊ້ເຂົ້າໃນວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນແພດລາວ ໃນການຕອບໂຕ້ກັບພະຍາດໂຄວິດ-19 ຢູ່ລະດັບສູນກາງ ແລະ ທ້ອງຖິ່ນ. 

    ທຶນຊ່ວຍເຫຼືອລ້າດັ່ງກ່າວ ຈະສະໜັບສະໜູນບັນດາກິດຈະກຳທີ່ເປັນບູລິມະສິດຂອງແຜນປ້ອງກັນ ແລະ ຕອບໂຕ້ພະຍາດລະບາດແຫ່ງຊາດ ຂອງ ສປປ ລາວ ແລະ ຈະຖືເປັນພາກສ່ວນໜຶ່ງ ໃນການຈັດຕັ້ງປະຕິບັດວຽກງານການຊ່ວຍເຫຼືອແບບຮີບດ່ວນຕໍ່ກັບການລະບາດຂອງພະຍາດໂຄວິດ-19 ຂອງກຸ່ມທະນາຄານໂລກ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!