ໄຟຟ້າຫົງສາ ສະໜັບສະໜູນລູກປາ 30 ພັນກວ່າໂຕ ໃຫ້ສາມເມືອງ ເພື່ອປ່ອຍຄືນສູ່ທຳມະຊາດ

ເນື່ອງ​ໃນ​ໂອ­ກາດ​ວັນ​ປ່ອຍ​ປາ ວັນ​ອະ­ນຸ​ຮັກ​ສັດ​ນ້ຳ-ສັດ­ປ່າ ແຫ່ງ​ຊາດ​ປະ­ຈຳ​ປີ 2020 ໃນ​ວັນ​ທີ 10 ກໍ­ລະ­ກົດ 2020 ບໍ­ລິ­ສັດ ໄຟ­ຟ້າ ຫົງ​ສາ ຈຳ­ກັດ ໄດ້​ສະ­ໜັບ­ສະ­ໜູນ​ລູກ​ປາ 35.000 ໂຕ ໃຫ້​ແກ່​ການ​ຈັດ​ກິດ­ຈະ­ກຳ​ປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ​ທີ່​ເມືອງ​ຫົງ​ສາ ເມືອງ​ເງິນ ແລະ ເມືອງ​ຊຽງ​ຮ່ອນ ເຂື່ອນ​ນ້ຳ​ແກ່ນ ບ້ານ​ສີ​ມຸງ­ຄຸນ ແຂວງ​ໄຊ​ຍະ​ບູ​ລີ.

ໃນ​ໂອ­ກາດ​ນີ້ ທ່ານ ຄະ­ທາ​ຍຸດ ຊູ​ພູນ ຜູ້­ອຳ­ນວຍ­ການ​ໃຫຍ່ ບໍ­ລິ­ສັດ ໄຟ­ຟ້າ ຫົງ​ສາ ຈຳ­ກັດ ໄດ້​ເຂົ້າ​ຮ່ວມ​ປ່ອຍ​ປາ​ທີ່​ເມືອງ​ຫົງ​ສາ ທ່ານ ມາ​ໂນດ ຈີນ​ໃຈ​ນາມ ຜູ້​ຈັດ­ການ​ພະ​ແນກ​ປະ­ຊາ­ສຳ­ພັນ ຝ່າຍ​ສື່­ສານ​ອົງ​ກອນ ເຂົ້າ​ຮ່ວມ​ປ່ອຍ​ປາ​ທີ່​ເມືອງ​ເງິນ ແລະ ທ່ານ ຄົມ​ເພັດ​ແກ້ວ​ພິ­ລາ ຜູ້​ຈັດ­ການ​ສ່ວນ​ງານ​ຊຸມ​ຊົນ​ສຳ­ພັນ ພະ​ແນກ​ປະ­ຊາ­ສຳ­ພັນ ຝ່າຍ​ສື່­ສານ​ອົງ​ກອນ ບໍ­ລິ­ສັດ ໄຟ­ຟ້າ ຫົງ​ສາ ຈຳ­ກັດ ເຂົ້າ​ຮ່ວມ​ປ່ອບ​ປາ ທີ່​ເມືອງ​ຊຽງ​ຮ່ອນ.

ການ​ສະ­ໜັບ­ສະ­ໜູນ​ລູກ​ປາ 35.000 ໂຕ​ດັ່ງ­ກ່າວ​ນີ້ ໄດ້​ແບ່ງ​ໃຫ້​ເມືອງ​ຫົງ​ສາ 15.000 ໂຕ ເມືອງ​ເງິນ 12.000 ໂຕ ແລະ ເມືອງ​ຊຽງ​ຮ່ອນ 8.000 ໂຕ ທັງ​ນີ້​ກໍ​ເພື່ອ​ເປັນ​ການ​ອະ­ນຸ​ຮັກ​ສັດ​ນ້ຳ-ສັດ­ປ່າ ຮັກ­ສາ​ຄວາມ​ສົມ​ດຸນ​ໃຫ້​ກັບ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ຕະ­ຫຼອດ​ເຖິງ​ການ​ຄືນ​ຄວາມ​ສົມ­ບູນ​ໃຫ້​ກັບ​ແຫຼ່ງ​ນ້ຳ​ຕາມ​ທຳ​ມະ​ຊາດ ໃຫ້​ຄົງ​ຢູ່​ກັບ​ຊຸມ​ຊົນ​ຕໍ່​ໄປ.

error: Content is protected !!