ເມືອງສີໂຄດຕະບອງ ປ່ອຍປາລົງລົງສູ່ທຳມະຊາດ 30 ພັນໂຕ

ເພື່ອ​ເປັນ​ການ​ປູກ​ຈິດ​ສຳ­ນຶກ ສະ­ຕິ​ຮັກ​ທຳ​ມະ​ຊາດ ໃຫ້​ແກ່​ຮຸ່ນ​ລູກຮຸ່ນ​ຫຼານ​ສືບ­ຕໍ່​ໄປ ພ້ອມ​ທັງ​ເຮັດ​ໃຫ້​ທຳ​ມະ​ຊາດ​ນັບ​ມື້​ນັບ​ມີ​ຄວາມ​ສົມ­ບູນ​ຂຶ້ນ​ເລື້ອຍໆ ໂດຍ​ບໍ່​ມີ​ມື້​ເຫືອດ​ຫາຍ ແລະ ດັບ​ສູນ​ໄປ​ຈາກ​ພວກ​ເຮົາ ໃນ​ວັນ​ທີ 10 ກໍ­ລະ­ກົດ 2020 ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ​ສີ​ໂຄດ​ຕະ­ບອງ ສົມ­ທົບ​ກັບ​ອົງ­ການ​ປົກ­ຄອງ​ເມືອງ​ສີ​ໂຄດ​ຕະ­ບອງ ແລະ ບ້ານ​ອ່າງ​ໃຫຍ່ ຈັດ​ພິ­ທີ​ປ່ອຍ​ປາ​ລົງ​ສູ່​ນ້ຳ­ຂອງ ທີ່​ວັງ​ສະ­ຫງວນ​ທ່າ​ວັດ​ບ້ານ​ອ່າງ​ໃຫຍ່ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໂດຍ​ມີ​ທ່ານ ວິ­ລະ​ສັກ ນາມ​ມຸນ­ຕີ ເຈົ້າ­ເມືອງ​ສີ​ໂຄດ​ຕະ­ບອງ ທ່ານ ຫຼ້າ​ສາຍ ນວນ​ທາ​ສິງ ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ພ້ອມ​ດ້ວຍ​ຄະ­ນະ​ການ​ນຳ​ຂັ້ນ​ເມືອງ ບັນ­ດາ​ຫ້ອງ­ການ​ອ້ອມ​ຂ້າງ ຜູ້​ປະ­ກອບ​ກິດ­ຈະ­ການ​ຕ່າງ ອຳ­ນາດ​ການ​ປົກ­ຄອງ​ບ້ານ ແລະ ປະ­ຊາ­ຊົນ​ເຂົ້າ​ຮ່ວມ.

ທ່ານ ສົມ​ສະ­ເຫວີຍ ທຳ​ມະ​ໂຄດ ຫົວ­ໜ້າ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ​ສີ​ໂຄດ​ຕະ­ບອງ ກ່າວ​ວ່າ: ເມືອງ​ສີ​ໂຄດ​ຕະ­ບອງ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ປ່ອຍ​ປາ​ມາ​ແຕ່​ປີ 1994 ຈົນ​ເຖິງ​ປັດ­ຈຸ­ບັນ​ນີ້ ປ່ອຍ​ປາ​ລົງ​ຫ້ວຍ­ຮ່ອງ​ໜອງ​ທຳ​ມະ​ຊາດ​ແລ້ວ ຈຳ­ນວນ 3.420.000 ໂຕ ສຳ­ລັບ​ປີ 2020 ກໍ​ຄື​ພິ­ທີ​ໃນ​ມື້­ນີ້ ຄາດ​ຄະ­ເນ​ຈະ​ປ່ອຍ​ປາ​ຈຳ­ນວນ 30.000 ໂຕ ໃນ​ມີປາ­ປາກ ປາ​ແກັດ​ແລບ ປາ​ນິນ ປາ​ອິນ​ເດຍ ປາ​ນວນ​ຈັນ ແລະ ປ່າ​ຊະ­ນິດ​ອື່ນໆ​ຈຳ­ນວນ​ໜຶ່ງ.

error: Content is protected !!