ໄຊເສດຖາ ສັ່ງປິດບໍລິການຊົ່ວຄາວ ຮ້ານປີ້ງເປັດເອວັນ

ຮ້ານ​ປີ້ງ​ເປັດ​ເອວັນ (AONE) ມີ​ສະ­ຖານ­ທີ່​ຕັ້ງ​ຢູ່​ບ້ານ​ຫົວ​ຂົວ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເປີດ​ບໍ­ລິ­ການ​ວັນ​ທີ 3 ກໍ­ລະ­ກົດ 2020 ປັດ­ຈຸ­ບັນ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເມືອງ​ໄຊ​ເສດ​ຖາ ໄດ້​ສັ່ງ​ປິດ​ບໍ­ລິ­ການ​ຊົ່ວ­ຄາວ ເນື່ອງ​ຈາກ​ເອ­ກະ­ສານ​ດຳ­ເນີນ​ທຸ­ລະ​ກິດ​ບໍ່​ຄົບ​ຖ້ວນ ນອກ​ນີ້ ການ​ບໍ­ລິ­ການ​ເສີບ​ອາ­ຫານ ແລະ ເຄື່ອງ​ດື່ມ​ຂອງ​ສາວ​ບໍ­ລິ­ການ​ກໍ​ນຸ່ງ​ເຄື່ອງ​ແບບ​ບໍ່​ຖືກ​ຕາມ​ຮີດ­ຄອງ​ປະ­ເພ­ນີ ແລະ ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດ​ລາວ​ເຮົາ.

ທ່ານ ພຸດ​ທະ​ສອນ ໄຊ​ສົງ­ຄາມ ຫົວ­ໜ້າ​ຫ້ອງ­ການ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ວັນ​ທີ 8 ກໍ­ລະ­ກົດ 2020 ວ່າ: ຮ້ານ​ປີ້ງ​ເປັດ​ເອວັນ​ໄດ້​ລົງ​ໂຄ­ສະ­ນາ​ທາງ​ອອນ​ລາຍ (ເຟ​ສ​ບຸກ) ໃນ​ການ​ເປີດ​ບໍ­ລິ­ການ ອັນ​ໄດ້​ເຮັດ​ໃຫ້​ສັງ­ຄົມ​ຕຳ​ນິ​ສົ່ງ​ຂ່າວ​ທີ່​ບໍ່​ເໝາະ​ສົມ ທີ່​ທາງ​ຮ້ານ​ໄດ້​ລົງ​ໂຄ­ສະ­ນາ​ໃຊ້​ນາງ​ສາວ​ບໍ­ລິ­ການ​ເສີບ​ອາ­ຫານ ແລະ ເຄື່ອງ​ດື່ມ​ທີ່​ນຸ່ງ​ເຄື່ອງ​ບໍ່​ຖືກ​ຕາມ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ ແລະ ອີກ​ດ້ານ​ໜຶ່ງ ປະ­ຊາ­ຊົນ​ກໍ​ຕຳ​ນິ ມີ​ສະ­ພາບ​ລົດ​ແອ​ອັດ​ຍ້ອນ​ລູກ​ຄ້າ​ຂອງ​ຮ້ານ​ຈອດ​ລົດ​ຊະ­ຊາຍ​ຕາມ​ແຄມ​ທາງ ສ້າງ​ຄວາມ​ບໍ່​ສະ­ດວກ​ໃນ​ການ​ສັນ­ຈອນ ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະ​ແນກ ຖວ​ທ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ອົງ­ການ​ປົກ­ຄອງ​ເມືອງ​ໄຊ​ເສດ​ຖາ ດັ່ງ­ນັ້ນ ຫ້ອງ­ການ ຖວ​ທ ເມືອງ​ໄຊ​ເສດ​ຖາ ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ​ບ້ານ​ຫົວ​ຂົວ ຈຶ່ງ​ໄດ້​ລົງ​ກວດ­ກາ​ດ້ານ​ເອ­ກະ­ສານ​ຂໍ­ອະ­ນຸ­ຍາດ​ດຳ­ເນີນ​ທຸ­ລະ​ກິດ​ຄັ້ງ​ທີ 1 ວັນ​ທີ 4 ກໍ­ລະ­ກົດ 2020 ພົບ​ວ່າ​ມີ​ແຕ່​ເອ­ກະ­ສານ​ປຸກ​ສ້າງ​ຈາກ​ຫ້ອງ­ການ ຍທຂ ເມືອງ​ໄຊ​ເສດ​ຖາ ແລະ ໃບ​ທະ­ບຽນ​ວິ​ສາ​ຫະ​ກິດ​ການ​ຄ້າ­ຂາຍ​ຈາກ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ແຕ່​ບໍ່​ມີ​ໃບ​ອະ­ນຸ­ຍາດ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ ໂດຍ​ສະ­ເພາະ​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ​ຫ້ອງ­ການ ຖວ​ທ ເມືອງ​ໄຊ​ເສດ​ຖາ ເມື່ອ​ເອ­ກະ­ສານ​ບໍ່​ຄົບ​ຖ້ວນ ຈຶ່ງ​ໄດ້​ແຈ້ງ​ໃຫ້​ເຈົ້າ​ຂອງ​ຮ້ານ​ປະ­ກອບ​ເອ­ກະ­ສານ ແລະ ປັບ­ປຸງ​ຂອດ​ບໍ­ລິ­ການ​ທີ່​ບໍ່​ເໝາະ​ສົມ ແຕ່​ເຈົ້າ​ຂອງ​ຍັງ​ດື້​ດ້ານ​ບໍ່​ປະ­ຕິ­ບັດ​ເປີດ​ບໍ­ລິ­ການ​ອີກ ແລະ ວັນ​ທີ 7 ກໍ­ລະ­ກົດ 2020 ໄດ້​ລົງ​ໄປ​ກວດ­ກາ​ອີກ​ເປັນ​ຄັ້ງ​ທີ 2 ຕື່ມ​ອີກ ແຕ່​ເຈົ້າ​ຂອງ​ຮ້ານ​ກໍ​ຍັງ​ບໍ່​ປະ­ຕິ­ບັດ​ຕາມ​ການ​ແນະ­ນຳ ດັ່ງ­ນັ້ນ ຫ້ອງ­ການ ຖວ​ທ ເມືອງ​ໄຊ​ເສດ​ຖາ ຈຶ່ງ​ໄດ້​ໃຫ້​ຮ້ານ​ປີ້ງ​ເປັດ ເອວັນ ປິດ​ບໍ­ລິ­ການ​ຊົ່ວ­ຄາວ ຈົນ​ກວ່າ​ຈະ​ປະ­ກອບ​ເອ­ກະ­ສານ​ຄົບ​ຖ້ວນ ຕາມ​ເງື່ອນ­ໄຂ​ຕ່າງໆ ຈຶ່ງ​ຈະ​ອະ­ນຸ­ຍາດ​ໃຫ້​ເປີດ​ບໍ­ລິ­ການ​ອີກ​ຄັ້ງ.

error: Content is protected !!