ນາຍົກ ລົງຊຸກຍູ້ການຜະລິດເປັນສິນຄ້າ ຂອງເມືອງໄຊທານີ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ຄະ­ນະ ໄດ້​ລົງ​ເຄື່ອນ​ໄຫວ​ຊຸກ­ຍູ້​ຂະ​ບວນ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ຢູ່​ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຖືກ​ຕ້ອນ­ຮັບ​ຈາກ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ ເຈົ້າ­ເມືອງ​ໄຊ​ທາ­ນີ ຕະ­ຫຼອດ​ຮອດ​ຊາວ​ກະ­ສິ­ກອນ.

ການ​ລົງ​ເຄື່ອນ​ໄຫວ​ຄັ້ງ​ນີ້ ໄດ້​ລົງ​ເບິ່ງ​ວິ­ທີ​ການ​ປູກ​ຜັກ​ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ບ້ານ​ທົ່ງ​ມັ່ງ ເຊິ່ງ​ທ່ານ​ນາງ ຄຳ​ມອນ ຫຼວງ​ລາດ ປະ­ທານ​ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ​ທົ່ງ​ມັ່ງ ໄດ້​ລາຍ​ງານ​ໃຫ້​ຮູ້​ກ່ຽວ​ກັບ​ຂໍ້​ສະ­ດວກ ຂໍ້​ຫຍຸ້ງ­ຍາກ ແລະ ສິ່ງ​ທ້າ​ທາຍ​ວ່າ: ປັດ­ຈຸ­ບັນ ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ​ທົ່ງ​ມັ່ງ ໄດ້​ມີ​ການ​ຂະ­ຫຍາຍ­ຕົວ​ນັບ​ມື້​ເພີ່ມ​ຂຶ້ນ ມີ​ສະ­ມາ­ຊິກ​ທັງ​ໝົດ 48 ຄອບ­ຄົວ ມີ​ເຮືອນ​ຮົ່ມ​ທັງ​ໝົດ 116 ຫຼັງ ຜົນ​ຜະ­ລິດ​ບໍ່​ພຽງ­ພໍ​ຕໍ່​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ໄປ​ຄຽງ​ຄູ່​ກັນ​ນັ້ນ ກຸ່ມ​ຍັງ​ພົບ​ຄວາມ​ຫຍຸ້ງ­ຍາກ ເປັນ­ຕົ້ນ ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ ຂາດ​ພື້ນ​ທີ່​ທຳ​ການ​ຜະ­ລິດ ຍາມ​ແລ້ງ​ນ້ຳ​ບໍ່​ພຽງ­ພໍ ຄ່າ​ໄຟ­ຟ້າ​ທຳ​ການ​ຜະ­ລິດ​ຄິດ­ໄລ່​ເປັນ​ອັດ­ຕາ​ທຸ­ລະ​ກິດ ຄວາມ​ຮູ້​ດ້ານ​ວິ­ຊາ​ການ​ຍັງ​ຢູ່​ໃນ​ຂີດ​ຈຳ­ກັດ ນອກ​ນັ້ນ ຍັງ​ມີ​ດອກ​ເບ້ຍ​ເງິນ​ກູ້​ສູງ ແລະ ອື່ນໆ ພ້ອມ​ນັ້ນ ຄະ­ນະ​ດັ່ງ­ກ່າວ​ຍັງ​ໄດ້​ໄປ​ຢ້ຽມ­ຢາມ ບໍ­ລິ­ສັດ ລາວ​ໂຄ​ຄາ-ໂຄ​ລາ ບ໊ອຕ​ຕລິງ ຈຳ­ກັດ ໂດຍ​ທ່ານ ລີ​ແອນ​ໂດ ມາ​ຕີນ ຄາ​ຊາ​ເຣ​ຕ້າ ຜູ້​ຈັດ­ການ​ທົ່ວ​ໄປ​ບໍ­ລິ­ສັດ ໄດ້​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ສະ­ພາບ​ຄວາມ​ເປັນ​ມາ​ວ່າ: ນັບ​ແຕ່​ປີ 2012 ບໍ­ລິ­ສັດ ລາວ​ໂຄ​ຄາ-ໂຄ​ລາ ບ໊ອຕ​ຕລິງ ຈຳ­ກັດ ໄດ້​ນຳ​ຜະ­ລິດ​ຕະ​ພັນ​ນ້ຳ​ໂຄກ ນ້ຳ­ຫວານ​ໂຄ​ຄາ​ໂຄ​ລາ ເຂົ້າ​ມາ​ຈຳ­ໜ່າຍ​ຢູ່ ສປປ ລາວ ມາ​ຮອດ​ປີ 2014 ໄດ້​ສ້າງ­ຕັ້ງ​ໂຮງ­ງານ​ຜະ­ລິດ ມາ​ຮອດ​ປີ 2015 ໄດ້​ເລີ່ມ​ການ​ຜະ­ລິດ​ຢູ່​ປະ­ເທດ​ລາວ ເຊິ່ງ​ສາ­ມາດ​ຜະ­ລິດ​ໄດ້ 22 ພັນ​ແພັກ​ຕໍ່​ມື້ ໂດຍ​ມີ​ສາງ​ຈຳ­ໜ່າຍ​ຢູ່​ແຂວງ​ສະ­ຫວັນ​ນະ​ເຂດ ຫຼວງ​ພະ​ບາງ ຈຳ­ປາ​ສັກ ແລະ ນວ ມີ​ຕົວ​ແທນ​ຈຳ­ໜ່າຍ 24 ຫົວ­ໜ່ວຍ​ທົ່ວ​ປະ­ເທດ ນອກ​ນີ້ ຍັງ​ໄດ້​ລົງ​ຢ້ຽມ­ຢາມ​ໂຮງ­ງານ​ຜະ­ລິດ​ອາ­ຫານ​ສັດ​ພູ​ຄຳ ຂອງ​ບໍ­ລິ­ສັດ ຊີ​ພີ​ລາວ ຈຳ­ກັດ ຖືກ​ຕ້ອນ­ຮັບ​ຈາກ​ທ່ານ ທຳ­ນອງ ພົນ​ທອງ​ມາກ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ຊີ​ພີ​ລາວ ຈຳ­ກັດ ແລະ ຢ້ຽມ­ຢາມ​ໂຮງ­ງານ​ອຸດ­ສາ­ຫະ­ກຳ​ທໍ່​ໂຕ​ໂຢ​ລາວ ຖືກ​ຕ້ອນ­ຮັບ​ຈາກ​ທ່ານ ລັງ​ກອນ ໄຊ​ຍະ​ວົງ ປະ­ທານ​ໂຮງ­ງານ​ອຸດ­ສາ­ຫະ­ກຳ​ທໍ່​ໂຕ​ໂຢ​ລາວ.

ໂອ­ກາດ​ນີ້ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ມີ​ຄຳ​ເຫັນ​ເຊິ່ງ​ໄດ້​ຍ້ອງ­ຍໍ​ຊົມ­ເຊີຍ​ຜົນ­ສຳ­ເລັດ ເປົ້າ​ໝາຍ​ທີ່​ກຸ່ມ ແລະ ຫົວ­ໜ່ວຍ​ການ​ຜະ­ລິດ ທີ່​ພະ­ຍາ­ຍາມ​ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ປະ­ຊາ­ຊົນ​ມີ​ລາຍ​ໄດ້ ພ້ອມ​ນັ້ນ ຍັງ​ໄດ້​ເນັ້ນ​ໃຫ້​ບໍ­ລິ­ສັດ ຊີ​ພີ​ລາວ ຈຳ­ກັດ ສືບ­ຕໍ່​ຊຸກ­ຍູ້​ສົ່ງ­ເສີມ ສະ­ໜອງ​ແນວ​ພັນ ເຕັກ­ນິກ​ວິ­ຊາ​ການ​ໃຫ້​ປະ­ຊາ­ຊົນ​ປູກ ລ້ຽງ ຖືກ­ຕ້ອງ​ຕາມ​ຫຼັກ​ວິ­ຊາ​ການ ແນ­ໃສ່​ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ປະ­ຊາ­ຊົນ​ມີ​ວຽກ​ເຮັດ​ງານ​ທຳ​ຫຼາຍ​ຂຶ້ນ ສ່ວນ​ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ​ທົ່ງ​ມັ່ງ​ແມ່ນ​ມອບ​ໃຫ້ ນວ ແລະ ອົງ­ການ​ປົກ­ຄອງ​ເມືອງ​ໄຊ​ທາ­ນີ ລົງ​ເລິກ​ຊອກ​ຫາ​ດິນ​ເປົ່າ​ຫວ່າງ​ທີ່​ລັດ​ຄຸ້ມ​ຄອງ​ໃຫ້​ກຸ່ມ​ໄດ້​ທຳ​ການ​ຜະ­ລິດ ເພື່ອ​ຫຼຸດ­ຜ່ອນ​ຕົ້ນ​ທຶນ ແລະ ສະ­ໜອງ​ພືດ​ຜັກ​ໃຫ້​ພຽງ­ພໍ​ຕໍ່​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ພ້ອມ​ນັ້ນ ຍັງ​ໄດ້​ມອບ​ເງິນ​ຊຸກ­ຍູ້​ກຸ່ມ​ຈຳ­ນວນ 20 ລ້ານ​ກີບ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ແລະ ນວ ພາກ­ສ່ວນ​ລະ 10 ລ້ານ​ກີບ ເພື່ອ​ປະ­ກອບ­ສ່ວນ​ສະ­ໜອງ​ທຶນ​ເຂົ້າ​ໃນ​ການ​ຜະ­ລິດ​ຕື່ມ​ອີກ.

error: Content is protected !!