ບານເຕະລາວລີກ 1 ຈະເລີ່ມແຂ່ງຂັນໃນວັນເສົານີ້

    ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ຈະເລີ່ມເປີດສະໜາມແຂ່ງຂັນແນ່ນອນໃນວັນທີ 11 ກໍລະກົດນີ້ ພາຍຫຼັງຖືກເລື່ອນເປິດການແຂ່ງຂັນຈາກກຳນົດເດີມໃນວັນທີ 25 ເມສາຜ່ານມາ ຍ້ອນມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. 

    ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃຫ້ຮູ້ວ່າ: ການແຂ່ງຂັນໃນອາທິດທໍາອິດມີ 2 ຄູ່ ຄື: ເວລາ 16:00 ໂມງ ສະໂມສອນ ມາສເຕີ ເຊເວັນ ເອັຟຊີ ພົບກັບ ສະໂມສອນ ລາວໂຕໂຢຕາ ເອັຟຊີ ຢູ່ສະໜາມກີລາແຫ່ງຊາດຫຼັກ 16 (ສະໜາມໃນ) ແລະ ເວລາ 16:00 ໂມງ ສະໂມສອນ ຊ້າງນ້ອຍ ເອັຟຊີ ພົບກັບ ສະໂມສອນ ເອສະຣາ ເອັຟຊີ ຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 (ສະໜາມນອກ). 

    ສໍາລັບວັນທີ 12 ເດືອນກໍລະກົດ 2020 ມີການແຂ່ງຂັນ 1 ຄູ່ ຄື: ເວລາ 16:00 ໂມງ ສະໂມສອນ ປກສ ເອັຟຊີ ພົບ ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ຢູ່ສະໜາມກິລາແຫ່ງຊາດຫຼັກ 16 (ສະໜາມໃນ) ເຊິ່ງທຸກໆນັດການແຂ່ງຂັນ ແມ່ນຢູ່ສະໜາມກີລາແຫ່ງຊາດຫຼັກ 16 ເທົ່ານັ້ນ ໂດຍຈະມີ ການຖ່າຍທອດສົດຜ່ານທາງ Mycujoo. 

    ສ່ວນສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ປະຈໍາປີ 2020 ມີທັງໝົດ 7 ທີມ ປະກອບມີ: ສະໂມສອນ ລາວໂຕໂຢຕາ ເອັຟຊີ ສະໂມສອນ ມາສເຕີ ເຊເວັນ ເອັຟຊີ ສະໂມສອນ ຊ້າງນ້ອຍ ເອັຟຊີ ສະໂມສອນ ປກສ ເອັຟຊີ ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ສະໂມສອນ ວຽງຈັນ ເອັຟທີ ແລະ ສະໂມສອນ ເອສະຣາ ເອັຟຊີ ເຊິ່ງຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນໝົດ 2 ຮອບ ໄປ-ກັບ.

# ພາບ & ຂ່າວ: ລັດເວລາ 

error: Content is protected !!