ສະເຫຼີມສະຫຼອງວັນປະຊາກອນໂລກ ຄົບຮອບ 33 ປີ

ພິທີສະເຫຼີມສະຫຼອງວັນປະຊາກອນໂລກ  ປີ 2020  ຈັດຂຶ້ນວັນທີ 10 ກໍລະກົດ 2020 ທີ່ໂຮງແຮມຄຣາວພລາ ຊາ ພາຍໃຕ້ຫົວຂໍ້ “ຢຸດການລະບາດຂອງພະຍາດໂຄວິດ-19’’ ເພື່ອຮັບປະກັນດ້ານສຸຂະພາບ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງຢ່າງເຕັມສ່ວນ ມີທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍບັນດາຮອງລັດຖະມົນ ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ ວັນທີ 11 ກໍລະກົດຂອງທຸກໆປີ ທົ່ວທຸກຫົນແຫ່ງຂອງໂລກ ກໍຄື ສປປ ລາວ ໄດ້ພ້ອມກັນຈັດຕັ້ງຂະບວນການສະເຫຼີມສະຫຼອງວັນປະຊາກອນໂລກ ເຊິ່ງປີນີ້ຄົບຮອບ 33 ປີ ເພື່ອລະນຶກເຖິງວັນທີ່ສໍາຄັນດັ່ງກ່າວ ແລະ ເພື່ອເປັນການສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດໄນໂຣບີ ແລະ ຄໍາໝາຍໝັ້ນຕໍ່ການຈັດຕັ້ງປະຕິບັດແຜນດຳເນີນງານ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາໃຫ້ບັນລຸເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030 ສໍາລັບປີນີ້ເປັນປີທີ່ບັນດາປະເທດໃນທົ່ວໂລກ ລວມທັງ ສປປ ລາວ ໄດ້ປະເຊີນກັບຜົນກະທົບຫຼາຍດ້ານ ແລະ ໜັກໜ່ວງ ທີ່ເກີດຈາກການແຜ່ລະບາດຂອງໂຄວິດ-19 ດ້ານເສດຖະກິດ ແລະ ສັງຄົມ ໃນນັ້ນ ແມ່ຍິງ ແລະ ເດັກນ້ອຍເເມ່ນກຸ່ມທີ່ຍັງມີຄວາມສ່ຽງສູງ ນອກຈາກນີ້ ການບໍລິການວາງແຜນຄອບຄົວ ຍັງບໍ່ສາມາດຕອບສະໜອງໄດ້ຢ່າງເຕັມສ່ວນ ເນື່ອງຈາກມີການຫ້າມການເດີນທາງ ເຮັດໃຫ້ຂາດຢາຄຸມກໍາເນີດຢູ່ຫຼາຍບ່ອນ ເຊິ່ງເປັນສາເຫດເຮັດໃຫ້ເກີດຄວາມສ່ຽງໃນການຖືພາແບບບໍ່ຕັ້ງໃຈ ໃນໄລຍະລະບາດຂອງພະຍາດໂຄວິດ-19 ໂດຍສະເພາະຕໍ່ກັບແຮງງານເຄື່ອນຍ້າຍ.

error: Content is protected !!