ໂຄງການທາງດ່ວນ ໄລຍະຜ່ານເມືອງນາຊາຍທອງສໍາເລັດ 85%

    ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ຫາບໍ່ເຕັນ ສໍາລັບໄລຍະທີ 1 ນະຄອນຫຼວງວຽງຈັນ ຫາວັງວຽງ ແຂວງວຽງຈັນ ຊ່ວງເສັ້ນທາງຜ່ານເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຄວາມຍາວ 31,02 ກິໂລແມັດ ໂດຍຕັດຜ່ານ 28 ບ້ານ ໄດ້ມອບພື້ນທີ່ໃຫ້ບໍລິສັດກໍ່ສ້າງແລ້ວ 30,90 ກິໂລແມັດ ເທົ່າກັບ 99,61% ເຊິ່ງການກໍ່ສ້າງໂຄງລ່າງທາງດ່ວນຊ່ວງເມືອງນາຊາຍທອງ ມາຮອດປັດຈຸບັນສໍາເລັດແລ້ວ 85% ທຽບໃສ່ແຜນການ ນອກນີ້ຍັງມີດິນຂອງປະຊາຊົນທີ່ຖືກໂຄງການເພື່ອເຮັດທາງເວັ້ນ ຮ່ອງລະບາຍນໍ້າ 39 ຈຸດ ໃນນີ້ມີທາງເວັ້ນ 29 ຈຸດ ຮ່ອງລະບາຍນໍ້າ 10 ຈຸດ ໄດ້ກໍ່ສ້າງສໍາເລັດ 40% ທຽບໃສ່ແຜນການ. 

    ວັນທີ 10 ກໍລະກົດ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນພ້ອມຄະນະ ໄດ້ລົງເຄື່ອນໄຫວກວດກາທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ແຂວງວຽງຈັນ ໄລຍະທີ 1 ແຕ່ຈຸດສາມແຍກບ້ານໄຊມຸງຄຸນ ຫາບ້ານນາດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຖືກຕ້ອນຮັບຈາກທ່ານ ຖານ ຢົ້ງໂຄ້ວ ປະທານບໍລິສັດຮ່ວມທຶນພັດທະນາທາງດ່ວນລາວ-ຈີນ ຈໍາກັດ ທ່ານ ພູວຽງ ເພຍເທບ ຮັກສາການເຈົ້າເມືອງນາຊາຍທອງ ແລະ ພະນັກງານວິຊາການກ່ຽວຂ້ອງ. 

    ການລົງກວດກາຄັ້ງນີ້ ໄດ້ລົງກວດກາຈຸດ Km 2 ຈຸດທີ່ຈະສ້າງເປັນບ່ອນບໍລິການຄົບວົງຈອນ ກ່ອນທີ່ຈະຂຶ້ນທາງດ່ວນ ຈຸດກໍ່ສ້າງຫ້ອງການ ແລະ ຄ່າເກັບເງິນຂຶ້ນທາງດ່ວນ ຈຸດ km 11+800 (ຈຸດກໍ່ສ້າງທາງຂຶ້ນ-ທາງລົງສອດໃສ່ເສັ້ນທາງເລກທີ 13 ເໜືອ ກວດກາຈຸດເຂດບ້ານອີ່ໄລເໜືອ ປະຊາຊົນບໍ່ມີທາງຜ່ານ (ເພາະມີທາງເດີມຜ່ານ ແຕ່ເຮັດເປັນທາງລອດພື້ນ ຍາມຝົນທຽວບໍ່ໄດ້ ນໍ້າໄຫຼລົງທາງໝົດ) ປະຊາຊົນສະເໜີໃຫ້ເຮັດຂົວຂ້າມທາງ ຈຸດບ້ານບົວ ບໍລິສັດກໍ່ສ້າງໄດ້ວາງທໍ່ສູງເກີນໄປ ເຮັດໃຫ້ນໍ້າບໍ່ສາມາດໄຫຼໄດ້ ເຮັດໃຫ້ນໍ້າຖ້ວມນາຂອງປະຊາຊົນຢູ່ເບື້ອງເທິງ ກວດກາຈຸດບ້ານນາດີ ທາງດ່ວນໄດ້ຖົມແລວນໍ້າເດີມຢູ່ຄອງຊົນລະປະທານບ້ານໂພສີ ບ້ານໂພນທອງ ເຮັດໃຫ້ນໍ້າໄຫຼໄປທາງທິດດຽວ ໄຫຼລົງໄປບ້ານນາດີ ເຮັດໃຫ້ນໍ້າຖ້ວມບ້ານນາດີ ນອກນັ້ນຍັງໄດ້ລົງກວດກາຈຸດຕອນດິນທີ່ປະຊາຊົນບໍ່ຮັບຄ່າຊົດເຊີຍຈໍານວນໜຶ່ງຕື່ມອີກ. 

    ຜ່ານການລົງຕິດຕາມກວດກາຄັ້ງນີ້ ທ່ານສິນລະວົງ ຄຸດໄພທູນ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການພັດທະນາທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ແຂວງວຽງຈັນ ທີ່ບໍລິສັດໄດ້ເຮັດຕາມແຜນ ຕາມແບບ ແລະ ຕາມກໍານົດເວລາ ພ້ອມນັ້ນ ເປັນໂຄງການແບບຢ່າງມາດຕະຖານເລີ່ມຕົ້ນ ເພື່ອເປັນຢ່າງໃຫ້ແກ່ໂຄງການອື່ນ ນອກນັ້ນ ໂຄງການດັ່ງກ່າວຍັງມີຂໍ້ຫຍຸ້ງຍາກຈໍານວນໜ້ອຍໜຶ່ງໃນການຊົດເຊີຍແກ້ໄຂທີ່ດິນຜ່ານມາ ນີ້ຖືເປັນບັນຫາທໍາມະດາຂອງການພັດທະນາ ພວກເຮົາຈະພາກັນແກ້ໄຂຢ່າງຕັ້ງໜ້າ ເຮັດໃຫ້ໂຄງການນີ້ສໍາເລັດໂດຍດີ ແລະ ໃນວັນຊາດທີ 2 ທັນວາ 2020 ຈະເຊື້ອເຊີນເອົາຜູ້ນໍາຂັ້ນສູງຂອງລາວ-ຈີນ ເຂົ້າມາເປີດມາທ່ຽວ ພ້ອມທັງເອົາປະຊາຊົນສອງແຂວງມາທຽວເສັ້ນທາງແຫ່ງນີ້ ເພື່ອປຸກລະດົມກໍາລັງໃຈໃຫ້ຮູ້ວ່ານີ້ ແມ່ນທາງດ່ວນ ນີ້ແມ່ນການປົດປ່ອຍຄວາມທຸກຍາກ ຄວາມດ້ອຍພັດທະນາ ຈາກເສັ້ນທາງທີ່ໄປຫຍຸ້ງຍາກ ລະອິດລະອ້ຽວ ໃຊ້ເວລາ 3-4 ຊົ່ວໂມງ ມາໃຊ້ເວລາເປັນຊົ່ວໂມງດຽວ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!