ພະແນກກະສິກຳ ແລະ ປ່າໄມ້ ຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາຊາຍທອງ ຈັດພິທີເປີດຂະບວນປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ທີ່ບ້ານຫຸມແບ່ງ ໃນວັນທີ 9 ກໍລະກົດ 2020 ເຂົ້າຮ່ວມຂອງທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງນາຊາຍທອງ ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ພ້ອມດ້ວຍຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊາຍທອງ ອຳນາດການປົກຄອງບ້ານ ຕາງໜ້າຈາກບໍລິສັດ ອິນຊີທອງຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຊາວນາບ້ານຫຸມແບ່ງ.

ທ່ານ ວາດສະໜາ ສີຈະເລີນ ກ່າວວ່າ: ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ນຳເອົານະໂຍບາຍຂອງນະຄອນຫຼວງວຽງຈັນ ມາຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໂດຍຫັນມາເປັນໂຄງການຊຸກຍູ້ການປູກເຂົ້າ ຕາມທິດຫັນເປັນອຸດສາຫະກຳທັນສະໄໝ ແລະ ຜະລິດເຂົ້າເປັນສິນຄ້າ ພ້ອມທັງເປັນການກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກ ນວ ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ນວ ໂດຍສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ນະໂຍບາຍການຜະລິດສະບຽງອາຫານ ແລະ ເປັນສິນຄ້າຂອງກະຊວງກະສິກຳ-ປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ນວ ຈຶ່ງໄດ້ວາງແຜນຄາດໝາຍສູ້ຊົນຮອດປີ 2020 ຈະສະໜອງເຂົ້າກິນໃຫ້ສັງຄົມໃຫ້ໄດ້ສະເລ່ຍ 250 ກິໂລຕໍ່ຄົນຕໍ່ປີ ພືດຜັກ 90 ກິໂລຕໍ່ຄົນຕໍ່ປີ ໝາກໄມ້ສົດ 50 ກິໂລຕໍ່ຄົນຕໍ່ປີ ແລະ ສະເພາະໃນປີ 2020 ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 309.900 ໂຕນຕໍ່ປີ ພືດຜັກໃຫ້ໄດ້ 110.271 ໂຕນ ໝາກໄມ້ 13.945 ໂຕນ ຕາມຄາດໝາຍຕົ້ນຕໍຂອງແຜນພັດທະນາກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດປະຈຳປີ 2020 ຂອງພະແນກກະສິກຳ ແລະ ປ່າໄມ້ ນວ ໂດຍການຫັນໄປນຳໃຊ້ກົນຈັກ ແລະ ເຕັກນິກອື່ນໆທີ່ຫຼຸດຜ່ອນແຮງງານຊາວກະສິກອນ ເຊັ່ນ: ເຮັດນາດຳດ້ວຍກົນຈັກ ນາຫວ່ານ ນາຢອດ ແລະ ນາໂຍນ ແລະ ນຳໃຊ້ແນວພັນປັບປຸງທີ່ມີຄຸນນະພາບ ການນຳໃຊ້ປັດໃຈການຜະລິດ ເປັນຕົ້ນ ຝຸ່ນຊີວະພາບ ຝຸ່ນວິທະຍາສາດ ເພື່ອຍົກສູງຜະລິດຕະພາບ.
ສຳລັບການຊຸກຍູ້ການປູກເຂົ້ານາແຊງປີ 2020 ແຜນການທັງໝົດ 14.300 ເຮັກຕາ ປັກດຳ 14.089 ເຮັກຕາ ເກັບກ່ຽວໄດ້ 14.074 ເຮັກຕາ ຜົນຜະລິດ 66.492 ໂຕນ ໃນນັ້ນ ມີນາທີ່ດຳດ້ວຍກົນຈັກ 650 ເຮັກຕາ ນາຫວ່ານ 6.783 ເຮັກຕາ ສາມາດປະຕິບັດໄດ້ລື່ນແຜນການ 1,82 ເຮັກຕາ ໃນເນື້ອທີ່ແຜນການ 660 ເຮັກຕາ ເກັບກ່ຽວເຂົ້າດ້ວຍກົນຈັກໄດ້ 4.911 ເຮັກຕາ ສາມາດຫຼຸດຜ່ອນແຮງງານໄດ້ 3.162 ຄົນ ເທົ່າກັບ 39% ຂອງແຜນການ 8.085 ຄົນ ແຜນການຜະລິດເຂົ້າລະດູຝົນປີ 2020 ເນື້ອທີ່ແຜນການ 52.080 ເຮັກຕາ ຄາດຄະເນຜົນຜະລິດ 235.862 ໂຕນ ສະເພາະນາຊາຍທອງເນື້ອທີ່ແຜນການ 7.994 ເຮັກຕາ ຜົນຜະລິດ 35.014 ໂຕນ.