ຫວຍພັດທະນາຊຸກຍູ້ແຂ່ງຂັນກີລາ-ສິລະປະນັກຮຽນ
ບໍລິສັດລັດວິສາຫະກິດຫວຍພັດທະນາ ໄດ້ຊຸກຍູ້ເງິນ 2 ລ້ານກີບ ປະກອບສ່ວນເຂົ້າໃນພິທີປິດການແຂ່ງຂັນກີລາ-ສິລະປະ ຄັ້ງທີ 11 ຂອງໂຮງຮຽນ ມສ ລາວ-ຫວຽດນາມ ເຊິ່ງເປັນກິດຈະກຳໜຶ່ງເພື່ອປູກຈິດສຳນຶກໃຫ້ນັກຮຽນໄດ້ຮຽນຮູ້ກ່ຽວກັບຄວາມສຳຄັນຂອງການຫຼິ້ນກີລາ-ສິລະປະ ການອອກກຳລັງກາຍ ແລະ ເປີດໂອກາດໃຫ້ນັກຮຽນໄດ້ສະແດງຄວາມສາມາດຂອງຕົນ. …
ຜູ້ລົງສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 1 ນວ ສືບຫາສຽງຢູ່ເມືອງໄຊທານີ
ວັນທີ 16 ກຸມພາ 2021 ທີ່ສະໂມສອນເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຄະນະຜູ້ລົງສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ເຂດເລືອກຕັ້ງທີ 1 ນວ ໜ່ວຍທີ…
ສຳເລັດການວິໄຈຜົນການສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III
ກອງປະຊຸມເຜີຍແຜ່ຜົນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ຈັດຂຶ້ນວັນທີ 16 ກຸມພາ 2021 ຢູ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ…
ຄລຊ ຕິດຕາມຊຸກຍູ້ວຽກງານປຸກລະດົມຂະບວນການຢູ່ອຸດົມໄຊ ແລະ ຜົ້ງສາລີ
ທ່ານ ປ້ານ ນ້ອຍມະນີ ກໍາມະການຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ) ກຳມະການອະນຸກຳມະການໂຄສະນາ ປຸກລະດົມຂະບວນການ ພ້ອມຄະນະ ເຄື່ອນໄຫວຕິດຕາມ ຊຸກຍູ້ວຽກງານເລືອກຕັ້ງຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເພື່ອຕິດຕາມກວດກາ ເກັບກຳສະພາບການກ່ຽວກັບການໂຄສະນາ ແລະ…
ອົງການເກັບກູ້ລະເບີດແມັກ ທໍາລາຍລະເບີດໃຫຍ່ 3 ໜ່ວຍຢູ່ແຂວງຄໍາມ່ວນ
ທີມກວດກູ້ ຂອງອົງການເກັບກູ້ລະເບີດແມັກ ໄດ້ພົບ ແລະ ທໍາລາຍລະເບີດໃຫຍ່ 3 ລູກ ຢູ່ເມືອງບົວລະພາ ແລະ ເມືອງຍົມມະລາດ ແຂວງຄໍາມ່ວນ ໃນອາທິດຜ່ານມາ ເຊິ່ງລູກທໍາອິດແມ່ນລະເບີດໃຫຍ່ ໜັກ 500 ປອນ ຫຼື 227 ກິໂລກຣາມ ຖືກພົບເຫັນໃນລະຫວ່າງການກວດກູ້ທົ່ງນາຢູ່ບ້ານນາຮ້ອມ…
ໄຂນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງ ຍາວ 43,5 ກິໂລແມັດ
ພິທີເປີດການນໍາໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງ ເຊິ່ງມີຄວາມຍາວທັງໝົດ 43,5 ກິໂລແມັດ ຢູ່ເມືອງໂຂງ ແຂວງຈຳປາສັກ ຈັດຂຶ້ນວັນທີ 15 ກຸມພາ 2021 ພາຍຫຼັງສໍາເລັດການກໍ່ສ້າງ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ມູນຄ່າ 12 ລ້ານກວ່າໂດລາສະຫະລັດ…
ສສນວ ສືບຕໍ່ລົງພົບປະຜູ້ມີສິດເລືອກຕັ້ງ
ວັນທີ 15 ກຸມພາ 2021 ທີ່ວັດນາຂ່າ ເມືອງນາຊາຍທອງ ຄະນະຜູ້ແທນທີ່ລົງຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ເຂດເລືອກຕັ້ງເມືອງນາຊາຍທອງ ລົງໂຄສະນາຫາສຽງ ແລະ ພົບປະຜູ້ມີສິດເລືອກຕັ້ງ ນຳໂດຍທ່ານ…
ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ໄດ້ຮັບອຸປະກອນປ້ອງກັນໂຄວິດ-19
ອົງການໄຈກາ ປະຈໍາລາວ ໄດ້ມອບອຸປະກອນການແພດປ້ອງກັນເຊື້ອພະຍາດໂຄວິດ-19 ເຂົ້າໃນການຂົນສົ່ງຜູ້ໂດຍສານ ໃຫ້ແກ່ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ວັນທີ 15 ກຸມພາ 2021 ທີ່ສະໜາມບິນສາກົນວັດໄຕ ຕາງໜ້າມອບຂອງທ່ານນາງ ອາກິໂກະ ຊານາດະ ຮອງຜູ້ຕາງໜ້າອົງການໄຈກາປະຈໍາລາວ ແລະ ຕາງໜ້າຮັບຂອງທ່ານ…
ຫຼຸດການໃຊ້ປລາສຕິກ ຫັນມາໃຊ້ພາຊະນະຫຸ້ມຫໍ່ທີ່ເປັນມິດຕໍ່ສິ່ງແວດລ້ອມ
ວັນທີ 12 ກຸມພາ 2021 ທີ່ສູນການຄ້າວຽງຈັນເຊັນເຕີ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຮ່ວມມືກັບບໍລິສັດຂົນສົ່ງອາຫານ GoTeddy ຈັດກິດຈະກຳຈັດການເພື່ອແກ້ບັນຫາການນຳໃຊ້ປລາສຕິກທີ່ເປັນມົນລະພິດ ໂດຍຜ່ານການເລືອກນຳໃຊ້ພາຊະນະການຫຸ້ມຫໍ່ໃຫ້ເປັນມິດຕໍ່ສິ່ງແວດລ້ອມ ສຳລັບການບໍລິການຈັດສົ່ງອາຫານຂຶ້ນ ມີທ່ານ ນາງ ຣີຄາດາ ຣີເກີ…