ຊ່ວຍຫຼຸດຜ່ອນຄວາມສ່ຽງຈາກພະຍາດໂຄວິດ-19

     ພິທີລົງນາມບົດບັນທຶກຄວາມເຂົ້າໃຈ “ໂຄງການປະກອບສ່ວນຂອງອົງການຈັດຕັ້ງສັງຄົມ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກພະຍາດໂຄວິດ-19″ (CiSAC-19) ຢູ່ລາວ ຮ່ວມກັບອົງການແພລນສາກົນ ປະຈໍາລາວ ເພື່ອຈັດຕັ້ງປະຕິບັດໂຄງການທີ່ຈະສະໜັບສະໜູນແຜນການໂຕ້ຕອບລະດັບຊາດຂອງລັດຖະບານ ກ່ຽວກັບພະຍາດໂຄວິດ-19 ຈັດຂຶ້ນວັນທີ 19  ມີນາ 2021 ຢູ່ໂຮງແຮມຄຣາວ ພລາຊາ ລະຫວ່າງ ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ຊູໂມ ບຣາຕາ ກຸຮາ ຜູ້ອຳນວຍການອົງການແພລນສາກົນ ປະຈຳລາວ ໂດຍມີທ່ານ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ໂຄງການ CiSAC-19 ເປັນໂຄງການຮ່ວມມືທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ເພື່ອປະກອບສ່ວນເຂົ້າໃນການໂຕ້ຕອບ ພະຍາດໂຄວິດ-19 ຂອງລັດຖະບານລາວ ໂດຍໂຄງການຈະຈັດຕັ້ງປະຕິບັດໃນ 10 ແຂວງເປົ້າໝາຍແຕ່ນີ້ຈົນຮອດເດືອນສິງຫາ 2023 ດ້ວຍງົບປະມານສະໜັບສະໜູນທັງໝົດ 2,5 ລ້ານເອີໂຣ ຫຼື ປະມານ 27,92 ຕື້ກີບ ເພື່ອເພີ່ມທະວີການກຽມຄວາມພ້ອມ ແລະ ຕອບໂຕ້ຂອງການລະບາດພະຍາດດັ່ງກ່າວໃນຂັ້ນຊຸມຊົນ ເພື່ອຫຼຸດຜ່ອນຜົນກະທົບທາງລົບ ຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ ຈາກການລະບາດໃນຂອບເຂດທົ່ວໂລກ ທີ່ໄດ້ລະບຸໄວ້ໃນບົດບັນທຶກຄວາມເຂົ້າໃຈຂອງໂຄງການ.

    ການດຳເນີນໂຄງການນີ້ ອົງການແພລນສາກົນປະຈໍາລາວ ຈະຮ່ວມມືກັບອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລ 2 ອົງກອນຄື: ສະມາຄົມພັດທະນາກະສິກໍາ ແລະ ສິ່ງແວດລ້ອມແບບຍືນຍົງ ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ຈະນໍາພາຈັດຕັ້ງປະຕິບັດໃຫ້ສຳເລັດຕາມລະດັບຄາດໝາຍ ເຊິ່ງ 3 ພາກສ່ວນ ຈະຕິດຕາມຊຸກຍູ້ສະໜັບສະໜູນອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ  20 ອົງກອນ  ໂດຍການສະໜອງທຶນຂະໜາດນ້ອຍ ເພື່ອເຄື່ອນໄຫວຈັດຕັ້ງປະຕິບັດການຫຼຸດຜ່ອນຄວາມສ່ຽງ ລວມທັງການເພີ່ມຄວາມຮູ້ ການເຂົ້າເຖິງຂໍ້ມູນຂ່າວສານ  ການປັບປຸງວຽກງານສຸຂານາໄມ ແລະ ການວາງແຜນການໂຕ້ຕອບພະຍາດ ຕະຫຼອດທັງການສະໜັບສະໜູນແຜນງານການສັກຢາວັກແຊັງ ແລະ ອື່ນໆ.

    ໂຄງການນີ້ ຈະເປັນປະໂຫຍດຕໍ່ປະຊາຊົນ 40.000 ຄົນ ລວມທັງແຮງງານລາວທີ່ເດີນທາງກັບຄືນສູ່ປະເທດ ແລະ ຊຸມຊົນທີ່ຢູ່ໃນບ້ານຕ່າງໆທີ່ມີຄວາມສ່ຽງສູງໃນ 10 ແຂວງເປົ້າໝາຍຄື: ນະຄອນຫຼວງວຽງຈັນ ແຂວງບໍ່ແກ້ວ ຫຼວງນ້ຳທາ ໄຊຍະບູລີ ຫຼວງພະບາງ ວຽງຈັນ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ແລະ ແຂວງຈໍາປາສັກ  ໂດຍການເຄື່ອນໄຫວທຸກກິດຈະກຳ ຈະມີປະສານສົມທົບກັບຄະນະສະເພາະກິດເພື່ອປ້ອງກັນພະຍາດໂຄວິດ-19 ຢູ່ຂັ້ນສູນກາງ ຂັ້ນແຂວງ ແລະ ເມືອງຕາມລໍາດັບ.

       ທ່ານ ລັດຕະນະໄຊ ເພັດສຸວັນ ກ່າວຕື່ມວ່າ: ໂຄງການນີ້ຈະສະໜັບສະໜູນຄວາມພະຍາຍາມຂອງລັດຖະບານທີ່ກໍາລັງດໍາເນີນການຢູ່ ເພື່ອປ້ອງກັນປະຊາຊົນລາວບັນດາເຜົ່າຈາກພະຍາດໂຄວິດ-19 ເຊິ່ງລັດຖະບານໄດ້ເຮັດວຽກຢ່າງໜັກໜ່ວງຕະຫຼອດໄລຍະ 12 ເດືອນທີ່ຜ່ານມາ ແລະ ມີຜົນສໍາເລັດໃນການຢຸດຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວຢູ່ໃນຊຸມຊົນໄດ້ໂດຍຟື້ນຖານ.

     ສຳລັບແຜນງານການສັກຢາວັກແຊັງ ອາດຈະໃຊ້ເວລາດຳເນີນການຫຼາຍພໍສົມຄວນ ຈົນກວ່າຈະສຳເລັດຄວາມພະຍາຍາມຂອງອົງ ການຈັດຕັ້ງສັງຄົມ ໂດຍໂຄງການ CiSAC-19  ນີ້ ຍັງຈະຊ່ວຍໃຫ້ພວກເຮົາຮັບປະກັນວ່າ ຊຸມຊົນຈະສືບຕໍ່ປະຕິບັດບັນດາກິດຈະກຳປ້ອງກັນໂຄວິດ-19 ທີ່ປອດໄພໄດ້.

     ທ່ານ ຊູໂມ ບຣາຕາ ກຸຮາ ໄດ້ກ່າວວ່າ: ໂຄງການດັ່ງກ່າວຈະເນັ້ນຢໍ້າວຽກງານທີ່ເປັນຜົນສຳເລັດຂອງລັດຖະບານລາວ ກໍຄືຄະນະສະເພາະກິດເພື່ອປ້ອງກັນພະຍາດໂຄວິດ-19 ທີ່ໄດ້ເຮັດສໍາເລັດໃນໄລຍະຜ່ານມາ. “ອົງການແພລນສາກົນ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນອົງການຈັດຕັ້ງສັງຄົມ 20 ອົງກອນທີ່ກຳລັງຈະເຮັດວຽກເພື່ອຫຼຸດຜ່ອນຜົນກະທົບດັ່ງກ່າວ ແລະ ຂອບໃຈມາຍັງພາກລັດຖະບານ ທີ່ເຮັດວຽກຢ່າງຫ້າວຫັນ ເພື່ອບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງໃນຂັ້ນຊຸມຊົນ  ເຖິງຢ່າງໃດກໍຕາມ ປາສະຈາກບໍ່ໄດ້ ທີ່ມັນຍັງມີຜົນກະທົບດ້ານລົບຈາກການລະບາດ ລວມໄປເຖິງຂໍ້ຈຳກັດໃນການເດີນທາງ ການເຂົ້າເຖິງການບໍລິການຕ່າງໆໄດ້ຫຼຸດລົງ ແລະ ຊີວິດການເປັນຢູ່ກໍຫຼຸດຜ່ອນລົງເຊັ່ນດຽວກັນ. ມີຫຼາຍສິ່ງຫຼາຍຢ່າງທີ່ຊຸມຊົນສາມາດເຮັດໄດ້ ເພື່ອປ້ອງກັນຕົວພວກເຂົາເຈົ້າ ທີ່ອາດຈະເກີດຂຶ້ນໄດ້ອີກ ແລະ ໂຄງການນີ້ຈະຊ່ວຍໃຫ້ພວກເຂົາເຈົ້າ ດຳເນີນບັນດາກິດຈະກໍາທີ່ຫຼຸດຜ່ອນຄວາມຮ້າຍແຮງເຫຼົ່ານີ້ໄດ້.

​                           # ຂ່າວ & ພາບ: ລັດເວລາ

error: Content is protected !!