ເຊັນສັນຍາສະໜັບສະໜູນດ້ານວິຊາການ ສໍາລັບເຂດໂລຈິສຕິກນະຄອນຫຼວງວຽງຈັນ

    ອີງຕາມຄວາມພະຍາຍາມໃນການປັບປຸງພື້ນຖານໂຄງລ່າງດ້ານການບໍລິການໂລຈິສຕິກ ແລະ ສົ່ງເສີມການຄ້າຂ້າມແດນຢູ່ລາວ ອົງການເງິນສາກົນ IFC ເຊິ່ງແມ່ນສະມາຊິກໜຶ່ງຂອງກຸ່ມທະນາຄານໂລກ ຈະສະໜັບສະໜູນບໍລິສັດ ໂລຈິສຕິກ ລາວ ຈໍາກັດ ໃນການພັດທະນາລະບົບການບໍລິການໂລຈິສຕິກແບບຄົບວົງຈອນ ຢູ່ນະຄອນຫຼວງວຽງຈັນ.

    ພີທີເຊັນສັນຍາວ່າດ້ວຍການສະໜັບສະໜູນດ້ານວິຊາການ ສໍາລັບເຂດໂລຈິສຕິກນະຄອນຫຼວງວຽງຈັນ ລະຫວ່າງບໍລິສັດ ສິດທິ ໂລຈິສຕິກ ລາວ ຈໍາກັດ ແລະ IFC ໄດ້ມີຂຶ້ນວັນທີ 15 ມີນາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານ ຈັນທອນ ສິດທິໄຊ ປະທານບໍລິຫານສູງສຸດຂອງບໍລິສັດ ສິດທິ ໂລຈິສຕິກ ລາວ ຈໍາກັດ ແລະ ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການ IFC ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!