ພິທີເຊັນສັນຍາລະຫວ່າງກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າໂດຍກົມປູກຝັງ ແລະ ອົງການຮ່ວມມືເຢຍລະມັນ ວ່າດ້ວຍການຮ່ວມມືຈັດຕັ້ງປະຕິບັດໂຄງການສະໜັບສະໜູນຕ່ອງໂສ້ການຜະລິດກະສິກໍາແບບຍືນຍົງໃນອາຊຽນຢູ່ ສປປ ລາວ ຈັດຂຶ້ນວັນທີ 18 ມີນາ 2021 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ລົງນາມຂອງທ່ານ ສິລິພົນ ພິທັກສູນ ຮອງຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ແຝຣງ ທິບິທັນ ຜູ້ປະສານງານລະດັບຊາດຂອງໂຄງການອາຊຽນຢູ່ລາວ ມີທ່ານ ບົວຈັນ ສີຫາວົງ ຮອງຫົວໜ້າຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການສະໜັບສະໜູນຕ່ອງໂສ້ມູນຄ່າການຜະລິດກະສິກຳແບບຍືນຍົງໃນອາຊຽນ ມີເປົ້າໝາຍໂຄງການ 4 ປະເທດຄື: ກຳປູເຈຍ ລາວ ມຽນມ່າ ແລະ ຫວຽດນາມ ມີກຳນົດເວລາ 3 ປີ ເລີ່ມແຕ່ເດືອນມັງກອນ 2020 ຫາ ເດືອນທັນວາ 2022 ມີມູນຄ່າ 3 ລ້ານເອີໂຣ ມີຈຸດປະສົງສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການກະສິກຳ ເປັນຕົ້ນ ຍົກລະດັບການຜະລິດທີ່ມີຄຸນນະພາບ ແລະ ມາດຕະຖານໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ ຢູ່ບັນດາປະເທດເປົ້າໝາຍໂຄງການ ໃຫ້ສາມາດສົ່ງອອກສິນຄ້າພືດ ແລະ ຜະລິດຕະພັນພືດທີ່ມີຄຸນນະພາບເຂົ້າສູ່ຕະຫຼາດອາຊຽນ ແລະ ຕະຫຼາດສາກົນເພີ່ມຂຶ້ນ.

ສໍາລັບຢູ່ ລາວ ການສະໜັບສະໜູນແມ່ນເນັ້ນໃສ່ການພັດທະນາວຽກງານກະສິກໍາສະອາດ ໂດຍສະເພາະແມ່ນການປັບປຸງມາດຕະຖານກະສິກໍາທີ່ດີ ກະສິກໍາອິນຊີ ບັນດາມາດຕະຖານທີ່ກ່ຽວຂ້ອງ ການປັບປຸງວຽກງານລະບົບກວດກາ ແລະ ຢັ້ງຢືນໃຫ້ສອດຄ່ອງກັບອາຊຽນ ໂດຍເລີ່ມສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການຂັ້ນສູນກາງ ແລະ ທ້ອງຖິ່ນ.

# ຂ່າວ & ພາບ: ຂັນທະວີ