2 ເດືອນຕົ້ນປີ 2021 ທົ່ວປະເທດມີຄົນເສຍຊີວິດຈາກອຸບັດເຫດທາງຖະໜົນ 200 ກວ່າຄົນ

    ຈາກຂໍ້ມູນຂອງກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ຮູ້ວ່າ: ເດືອນກຸມພາ 2021 ຜ່ານມາ ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 683 ກໍລະນີ ມີຜູ້ເສຍຊີວິດຈຳນວນ 103 ຄົນ ຖ້າທຽບໃສ່ເດືອນມັງກອນຈຳນວນການເກີດອຸບັດເຫດແມ່ນຫຼຸດລົງ 30 ກໍລະນີ ແລະ ຜູ້ເສຍຊີວິດກໍຫຼຸດລົງ 3 ຄົນ ເຊິ່ງນະຄອນຫຼວງວຽງຈັນຍັງຄອງອັນດັບໜຶ່ງຂອງການເກີດອຸບັດເຫດ ແລະ ຄົນເສຍຊີວິດ ລວມມູນຄ່າຄວາມເສຍຫາຍທັງໝົດປະມານ 9 ຕື້ກວ່າກີບ.

    ການເກີດອຸບັດເຫດໃນແຕ່ລະຄັ້ງ ເຮັດໃຫ້ມີພາຫະນະເປ່ເພທັງໝົດ 1.223 ຄັນ ໃນນີ້ ເປ່ເພເລັກໜ້ອຍ 528 ຄັນ ສົມຄວນ 651 ຄັນ ໃຊ້ການບໍ່ໄດ້ 44 ຄັນ ມີຄົນໄດ້ຮັບບາດເຈັບທັງໝົດ 1.059 ຄົນ ໃນນີ້ ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 453 ຄົນ ສົມຄວນ 460 ຄົນ ສາຫັດ 146 ຄົນ ແລະ ມີຄົນເສຍຊີວິດທັງໝົດ 103 ຄົນ ຍິງ 29 ຄົນ ການເກີດອຸບັດເຫດສ່ວນໃຫຍ່ແມ່ນເກີດມາຈາກນັກຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບ 265 ກໍລະນີ ແລະ ໃຊ້ຄວາມໄວເກີນກວ່າກົດໝາຍກຳນົດ 100 ກໍລະນີ ປ່ຽນທິດທາງ 67 ກໍລະນີ ແລະ ອື່ນໆ.

     ລວມການເກີດອຸບັດເຫດທາງຖະໜົນສອງເດືອນຕົ້ນປີ 2021 (ມັງກອນ-ກຸມພາ) ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 1.396 ກໍລະນີ ແລະ ຄົນເສຍຊີວິດຈຳນວນ 209 ຄົນ.

​                              # ຂ່າວ & ພາບ: ຊິລິການດາ

error: Content is protected !!