ສະເຫຼີມສະຫຼອງວັນຊາດສາທາລະນະລັດ ຕວັກກີ ຄົບຮອບ 103 ປີ

ພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ຕວັກກີ ແລະ ກໍເປັນວັນສະຖາປະນາ ສາທາ ລະນະລັດ ຄົບຮອບ 103 ປີ ຈັດຂຶ້ນວັນທີ 29 ຕຸລາ 2026 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຕວັກກີ ທ່ານ ດຣ.ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ໄມທອງ ທຳມະວົງ ຮອງລັດຖະມັນຕີກະຊວງການຕ່າງປະເທດ ພ້ອມບັນດາທູດ-ທຸຕານຸທູດ ຕາງໜ້າອົງການຈັດຕັ້ງສາກົນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ໂອຢ່າ ຢ່າຊາຣ ກ່າວວ່າ: ໃນມື້ນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ສາ ທາລະນະລັດ ຕວັກກີ ເທົ່ານັ້ນ ແຕ່ຍັງຄົງເປັນການລະນຶກເຖິງການເດີນທາງທີ່ໜ້າຈົດຈຳຂອງປະເທດ ເຊິ່ງເລີ່ມຈາກການຕໍ່ສູ້ໃນທົ່ວປະເທດເພື່ອຮັກສາເອກະລາດ ແລະ ໄດ້ພັດທະນາຕໍ່ເນື່ອງຫຼາຍທົດສະວັດຈົນກາຍມາເປັນຊາດທີ່ທັນສະໄໝຄືດັ່ງທີ່ເປັນໃນປັດຈຸບັນນີ້ ຫຼັກແນວຄິດ ແລະ ຄຳຂວັນຂອງບິດາຜູ້ສ້າງຕັ້ງທ່ານ ມຸສຕາຟາ ເຄມາຍ ອາຕາເຕີກ ຈະຍັງຄົງສືບຕໍ່ເປັນແນວທາງນຳພາພວກຂ້າພະເຈົ້າຕໍ່ໄປ.

ປັດຈຸບັນນີ້ ຕວັກກີ ເປັນປະເທດທີ່ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ ມີເສດຖະກິດທີ່ເຂັ້ມແຂງ ແລະ ຫຼາກຫຼາຍ ເຕັມໄປດ້ວຍປະຊາກອນໄວໜຸ່ມທີ່ມີຄວາມສາມາດ ມີມໍລະດົກທາງດ້ານວັດທະນະທຳທີ່ອຸດົມສົມບູນ ສັງຄົມມີຊີວິດຊີວາ ແລະ ເປັນທີ່ຕັ້ງຍຸດທະສາດເຊື່ອມຕໍ່ເອີຣົບ ອາຊີ ແລະ ສ່ວນອື່ນໆຂອງໂລກຢ່າງກວ້າງຂວາງ ຈຸດແຂງຂອງຕວັກກີ ບໍ່ພຽງແຕ່ຢູ່ບົນພື້ນຖານທີ່ຕັ້ງທາງດ້ານພູມສາດ ຫຼື ຄວາມອາດສາມາດທາງດ້ານເສດຖະກິດເທົ່ານັ້ນ ແຕ່ຍັງລວມມີບຸກຄະລາກອນ ສະຖາບັນຕ່າງໆ ວັດທະນະທຳດ້ານນະວັດຕະກຳ ຈົນໄປເຖິງຄວາມອາດສາມາດໃນການມີສ່ວນ ຮ່ວມກັບບັນດາພາກພື້ນ ແລະ ວັດທະ ນະທຳທີ່ແຕກຕ່າງອີກດ້ວຍ.

ຕວັກກີ ກໍຍັງປະກອບສ່ວນຢ່າງຕັ້ງໜ້າໃນວຽກງານການສົ່ງເສີມສັນຕິພາບສາກົນ ການເຈລະຈາ ການພັດທະນາແບບຍືນຍົງ ວຽກງານດ້ານມະນຸດສະທຳ ແລະ ການໄກ່ເກ່ຍ ພວກຂ້າພະເຈົ້າມຸ່ງໝັ້ນທີ່ຈະແກ້ໄຂສິ່ງທ້າທາຍຕ່າງໆ ທີ່ບັນດາປະເທດດ້ອຍພັດທະນາຜະເຊີນຢູ່ ພ້ອມທັງໃຫ້ການສະໜັບສະໜູນຢ່າງ ໜັກແໜ້ນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມື ໃຕ້-ໃຕ້.

ການເປັນສ່ວນໜຶ່ງຂອງອາຊີ ແລະ ເອີຣົບ ການເພີ່ມທະວີການມີສ່ວນຮ່ວມກັບອາຊີ ແມ່ນສ່ວນໜຶ່ງທີ່ສຳຄັນຂອງວິໄສທັດອັນກວ້າງໄກຂອງຕວັກກີ ນະໂຍບາຍຕ່າງປະເທດຂອງຕວັກກີ “Asia Anew Initiative” ສະທ້ອນໃຫ້ເຫັນເຖິງຄວາມເຂົ້າໃຈຂອງພວກຂ້າພະເຈົ້າທີ່ວ່າ ການເຊື່ອມໂຍງທົ່ວພາກພື້ນທີ່ ແໜ້ນແຟ້ນຂຶ້ນຈະຊ່ວຍໃຫ້ການຮ່ວມມືເຂັ້ມແຂງກວ່າເກົ່າ ແລະ ມີຄວາມວັດທະນະຖາວອນຮ່ວມກັນ.

ຄວາມເຊື່ອໝັ້ນນີ້ປຽບເໝືອນເປັນຂົວຕໍ່ ທີ່ມີຄວາມໝາຍເຊື່ອມໂຍງລະຫວ່າງ ຕວັກກີ ແລະ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕວັກກີຢູ່ຂອບຕາເວັນຕົກຂອງອາຊີ ແລະ ສປປ ລາວ ຢູ່ຈຸດຍຸດທະສາດສຳຄັນເທິງແຜ່ນດິນໃຫຍ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ສອງປະເທດມີຄວາມເຊື່ອມໂຍງກັນຜ່ານຄ່ານິຍົມ ແລະ ຄວາມມຸ່ງຫວັງທີ່ມີຄືກັນ.

ຕວັກກີ ແລະ ລາວ ມີສາຍພົວພັນການທູດທີ່ດີຕະຫຼອດມາເປັນເວລາ 68 ປີ ສອງປະເທດພວກເຮົາເສີມຂະຫຍາຍສາຍພົວພັນຮ່ວມມືກັນມາຢ່າງຕໍ່ເນື່ອງ ບົນພື້ນຖານການເຄົາລົບເຊິ່ງກັນ ແລະ ກັນ ແລະ ດ້ວຍຄວາມປາດຖະໜາທີ່ຈະຮ່ວມມືແໜ້ນແຟ້ນຍິ່ງຂຶ້ນ ໃນຫຼາຍປີທີ່ຜ່ານມາ ການປຶກສາຫາລືທາງດ້ານການເມືອງ ແລະ ການຕິດຕໍ່ພົວພັນເຊິ່ງກັນ ແລະ ກັນເພີ່ມຂຶ້ນ ໃນຂະນະທີ່ຂອບການຮ່ວມມືທີ່ເປັນຮູບປະທຳລະຫວ່າງສອງປະເທດກໍກວ້າງຂວາງຂຶ້ນ.

ການຮ່ວມມືເພື່ອການພັດທະນາ ແມ່ນເປັນໜຶ່ງໃນຮູບ ແບບທີ່ເຫັນໄດ້ຊັດເຈນທີ່ສຸດຂອງມິດຕະພາບພວກເຮົາ ຜ່ານອົງການຕິກາ (TİKA) ແລະ ສະຖາບັນອື່ນໆຂອງຕວັກກີ ປະເທດຕວັກກີໄດ້ໃຫ້ການສະ ໜັບສະໜູນໂຄງການຕ່າງໆ ຢູ່ປະເທດລາວ ໃນຫຼາຍຂົງເຂດວຽກງານ ລວມມີການສຶກສາ ສາທາລະນະສຸກ ກະສິກຳ ການທ່ອງທ່ຽວ ແລະ ມໍລະດົກວັດທະນະທຳ ການຄຸ້ມຄອງໄພພິບັດ ການສ້າງຄວາມອາດສາມາດ ແລະ ການສົ່ງເສີມຊຸມຊົນ ຄວາມພະຍາຍາມເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງແນວທາງການຮ່ວມມືເພື່ອການພັດທະນາທີ່ໃຫ້ຄວາມສຳຄັນກັບການຖືເອົາ “ປະຊາຊົນ” ເປັນໃຈກາງ. ການຮ່ວມມືກັບ ສປປ ລາວ ບໍ່ໄດ້ຈຳກັດພຽງການຮ່ວມມືສອງຝ່າຍ ແຕ່ຍັງລວມເຖິງການສະໜັບສະ ໜູນ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ໃນລະດັບພາກພື້ນ ແລະ ສາກົນນຳດ້ວຍ ດັ່ງທີີ່ ຕວັກກີ ກາຍເປັນຄູ່ຮ່ວມເຈລະຈາຂອງອາຊຽນໃນຊ່ວງເດືອນກໍລະ ກົດ ທີ່ຜ່ານມານີ້ ການສະໜັບສະໜູນຢ່າງຕໍ່ເນື່ອງຈາກ ສປປ ລາວ ຕະຫຼອດຂະບວນການດັ່ງກ່າວແມ່ນມີຄຸນຄ່າຢ່າງສູງສຳລັບພວກຂ້າພະເຈົ້າ ພວກຂ້າພະເຈົ້າ ຫວັງວ່າຈະມີການຮ່ວມມືຢ່າງເລິກເຊິ່ງກັບ ສປປ ລາວ ພາຍໃຕ້ຂອບຂອງອາຊຽນ ຄຽງຄູ່ກັບການຍົກລະ ດັບການມີສ່ວນຮ່ວມກັບພາກພື້ນ.

ຕວັກກີ ຈະຍັງຄົງເປັນຄູ່ຮ່ວມທີ່ໜ້າເຊື່ອຖືຂອງປະເທດລາວ ພວກຂ້າພະເຈົ້າ ມີຄວາມມຸງໝັ້ນຢ່າງເຕັມທີ່ ທີ່ຈະມີສ່ວນຮ່ວມໃນການສ້າງອະນາຄົດທີ່ຍືນຍົງ ແລະ ເພິ່ງພາຕົນເອງໄດ້ຫຼາຍຂຶ້ນສຳລັບ “ດິນ ແດນລ້ານຊ້າງ” ທີ່ສວຍງາມແຫ່ງນີ້ ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າຍຸກສະໄໝໃໝ່ ທີ່ຈະເລີ່ມຕົ້ນຂຶ້ນເມື່ອ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາ ຈະນຳມາເຊິ່ງຫຼາກຫຼາຍໂອກາດໃນການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ທີ່ເປັນປະໂຫຍດຮ່ວມກັນລະຫວ່າງສອງປະເທດ.

error: Content is protected !!