ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ ຈັດການແຂ່ງຂັນຕອບຄຳຖາມຄວາມຮູ້ທາງດ້ານພາສາຫວຽດນາມ ແລະ ພາສາອັງກິດ (ວິທະຍາສາດ ຄັ້ງທີ XI) ສົກຮຽນ 2020-2021 ໃນວັນທີ 19 ມີນາ 2021 ທີ່ໂຮງຮຽນດັ່ງກ່າວ ເປັນກຽດເຂົ້າຮ່ວມຂອງທ່ານ ພອນປະເສີດ ເສດຖາທິຣາດ ຜູ້ອຳນວຍການໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ພ້ອມດ້ວນຄູ-ອາຈານ ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ.

ໃນພິທີ່ທ່ານນາງ ສໍພຸດທະວົງ ໄຊວົງສາ ຫົວໜ້າໜ່ວຍງານວິຊາການ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ໄດ້ກ່າວຈຸດປະສົງຂອງງານຄັ້ງນີ້ວ່າ: ເພື່ອຈັດຕັ້ງປະຕິບັດແຜນການເຄື່ອນໄຫວການຮຽນ-ການສອນໃຫ້ບັນລຸຕາມຈຸດປະສົງ ແລະ ປະຕິບັດຕາມ 3 ຂໍ້ແຂ່ງຂັນ ແລະ 5 ຫຼັກມູນການສຶກສາແຫ່ງຊາດ ຂອງກະຊວງສຶກສາທິການ ແລະ ກີລາວາງອອກໃຫ້ປາກົດຜົນເປັນຈິງ ເປັນຕົ້ນແມ່ນການຮຽນຮູ້ພາກທິດສະດີ ໄປຄຽງຄູ່ກັບພາກປະຕິບັດຕົວຈິງ ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທາງດ້ານການພັດທະນາຈິນຕະນາການ ຄວາມຮູ້ທາງດ້ານພາສາຕ່າງປະເທດ ແລະ ເປັນການສົ່ງເສີມຕາມແຜນພັດທະນາຂອງຂະແໜງການສຶກສານະຄອນຫຼວງວຽງຈັນໄລຍະໃໝ່ ເຊິ່ງການຈັດການແຂ່ງຂັນຕອບຄຳຖາມຄວາມຮູ້ທາງດ້ານພາສາຫວຽດນາມ ແລະ ພາສາອັງກິດ ແມ່ນໄດ້ກຳນົດເອົາເດືອນມີນາຂອງທຸກໆປີ.

ສຳລັບສົກຮຽນນີ້ ມີ 5 ທີມເຂົ້າແຂ່ງຂັນ ທີມລະ 9 ນ້ອງ ລວມມີນັກຮຽນແຕ່ ມ 1 ຫາ ມ 7 ໂດຍໄດ້ກຳນົດເອົາ 40 ຄຳຖາມ ແຕ່ລະຄຳຖາມໃຊ້ເວລາຕອບ 1 ນາທີ ການແຂ່ງຂັນຈັດເປັນ 2 ຮອບ ແຕ່ລະຮອບໃຊ້ຄຳຖາມ 20 ຂໍ້ ຜ່ານການແຂ່ງຂັນທີມ Rosed ໄດ້ລາງວັນທີ 1 ລາງວັນທີ 2 ທີມ Lotues ແລະ ລາງວັນທີ 3 ທີມ Marigoids.
# ຂ່າວ & ພາບ: ອົ່ນ ໄຟສົມທອງ