ເຜີຍແຜ່ຜົນສໍາເລັດວຽກງານກວດກາທົ່ວປະເທດ

    ກົມກວດກາ ກະຊວງພະລັງງານ ແລະ ບໍ່ແຮ່ (ກະຊວງ ພບ) ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດວຽກງານກວດກາທົ່ວປະເທດ ປະຈໍາປີ 2020 ແລະ 5 ປີ (2016-2020) ຂອງຄະນະກວດກາສູນກາງພັກ ແລະ ສະຫຼຸບວຽກງານກວດກາປະຈໍາປີ 2020 ແລະ 5 ປີ (2016-2020) ຂອງກະຊວງພະລັງງານ ແລະ ບໍ່ແຮ່ ຂຶ້ນໃນວັນທີ 18-19 ມີນາ 2021 ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ເປັນປະທານຂອງທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີທ່ານ ສີໃນ ມຽງລາວັນ ຮອງປະທານກວດກາສູນກາງພັກ ຮອງປະທານກວດກາລັດຖະ ບານ ແລະ ອົງການຕ້ານການສໍ້ລາດບັງຫຼວງ ບັນດາຮອງລັດຖະມົນຕີ ຫົວໜ້າກົມ-ຮອງກົມ ເລຂາຄະນະພັກຮາກຖານ ເລຂາໜ່ວຍພັກ ພ້ອມດ້ວຍພະນັກງານວິຊາການ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ກອງປະຊຸ ມໄດ້ຮັບຟັງເຜີຍແຜ່ບົດໂອ້ລົມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ເຜີຍແຜ່ວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 39 ປີ (16/1982-16/2/2021) ທັງນີ້ ເພື່ອແນໃສ່ເຮັດໃຫ້ບັນດາຂະແໜງການຮັບຮູ້ ເຂົ້າໃຈ ແລະ ຜັນຂະຫຍາຍເປັນແຜນງານໂຄງການລະອຽດ ພ້ອມທັງນໍາພາຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ ແນໃສ່ສ້າງຄວາມຮັບຮູ້-ເຂົ້າໃຈຖືກຕ້ອງ ແລະ ເຂົ້າຮ່ວມເຮັດວຽກກວດກາ ສະກັດກັ້ນ ຕ້ານການສໍ້ລາດບັງຫຼວງຢ່າງກ້ວາງຂວາງກວ່າເກົ່າ.

    ພ້ອມນີ້ ຍັງໄດ້ຮັບຟັງສະຫຼຸບວຽກງານກວດກາປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ບົດສະຫຼຸບວຽກງານກວດກາ 5 ປີ (2016-2021) ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 (2021-2025) ນອກຈາກນັ້ນ ກອງປະຊຸມຍັງໄດ້ເປີດໂອກາດໃຫ້ຄະນະພັກຮາກຖານ ແລະ ໜ່ວຍພັກ ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນ ແລະ ມື້ທີ່ສອງ ກອງປະຊຸມໄດ້ຮັບຟັງໂອ້ລົມຂອງທ່ານຮອງປະທານກວດກາສູນກາງພັກ ຮອງປະທານກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດບັງຫຼວງ ຕື່ມອີກ.

​                              # ຂ່າວ & ພາບ: ວຽງມາ

error: Content is protected !!