​ລົງກວດກາການຊົມໃຊ້ໄຟຟ້າໃນຄົວເຮືອນ

        ວັນທີ 18-19 ມີນາ 2021 ທີມງານວິຊາການ ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ( ພບ ນວ ) ສົມທົບກັບທີມງານວິຊາການ ຫ້ອງການ ພບ ເມືອງ ແລະ ອຳນາດການປົກຄອງບ້ານ ໄດ້ສືບຕໍ່ລົງກວດກາການຊົມໃຊ້ໄຟຟ້າໃນຄົວເຮືອນຢູ່ບ້ານດົງປ່າລານທົ່ງ ບ້ານດົງປ່າລານທ່າ ເມືອງສີສັດຕະນາກ ບ້ານໂພນເຄັງ ບ້ານທາດຫຼວງເໜືອ ເມືອງໄຊເສດຖາ ແລະ ບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນຳໂດຍທ່ານ ສິນໄຊ ບາຣາມີ ຫົວໜ້າຂະແໜງຄຸ້ມຄອງພະລັງງານ ແລະ ສົ່ງເສີມພະລັງງານທົດແທນ ພະແນກພະລັງງານ ແລະ ບໍ່ແຮ່ ນວ.

     ທ່ານ ກອງແກ້ວ ອຸໄລຈັກ ຮອງຫົວໜ້າຂະແໜງຄຸ້ມຄອງພະລັງງານ ແລະ ສົ່ງເສີມພະລັງງານທົດແທນ ໄດ້ໃຫ້ຮູ້ວ່າ: ໂຄງການລົງກວດກາການຊົມໃຊ້ໄຟຟ້າໃນຄົວເຮືອນໃນຂອບເຂດທົ່ວ ນວ ໄດ້ເລີ່ມປະຕິບັດປີ 2015 ຂະແໜງ ພບ ສົມທົບລັດວິສາຫະກິດໄຟຟ້າລາວ ສາຂາ ນວ ອຳນາດການປົກຄອງເມືອງ ແລະ ບ້ານ ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ມີຫຼາຍບັນຫາທີ່ແກ້ໄຂບໍ່ໄດ້ ແຕ່ຍ້ອນເງື່ອນໄຂບໍ່ພຽງພໍ ເປັນຕົ້ນ ຂາດບຸຄະລາກອນ ອຸປະກອນ ແລະ ງົບປະມານ ມາຮອດທ້າຍປີ 2016 ໂດຍໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ໂດຍສະເພາະບໍລິສັດທີ່ໄດ້ຮັບອະນຸຍາດດຳເນີນກິດຈະການດ້ານໄຟຟ້າເຂົ້າມາມີສ່ວນຮ່ວມ ເນື່ອງຈາກມີຄວາມພ້ອມດ້ານບຸຄະລາກອນ ແລະ ອຸປະກອນໄຟຟ້າ ຈຶ່ງເຮັດໃຫ້ໂຄງການໄດ້ລີ່ມຈັດຕັ້ງປະຕິບັດທົດລອງຢູ່ເມືອງນາຊາຍທອງ ແລ້ວຂະຫຍາຍໄປທົ່ວ ນວ ປີ 2017 ແລະ ການຈັດຕັ້ງປະຕິບັດວຽກດັ່ງກ່າວ ປະຊາຊົນໃຫ້ຄວາມຕອບຮັບເປັນຢ່າງດີ ໂດຍສະເພາະ ການຫຼຸດຜ່ອນການເກີດອຸບັດເຫດດ້ານໄຟຟ້າ ການເກີດອັກຄີໄພ ຄຽງຄູ່ກັນນັ້ນ ຍັງເຮັດໃຫ້ປະຊາຊົນຜູ້ຊົມໃຊ້ໄຟຟ້າມີຄວາມເຂົ້າໃຈຄວາມສຳຄັນ ແລະ ຜົນຮ້າຍຂອງການນຳໃຊ້ໄຟຟ້າຂຶ້ນຕື່ມ.

​                           # ຂ່າວ & ພາບ: ສົມສະຫວັນ

error: Content is protected !!