ອົງການ​ປົກຄອງ​ນະຄອນຫຼວງ ​ພິຈາລະນາຫຼາຍ​ບັນຫາ​ສຳຄັນ

    ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 19 ມີນາ 2021 ທີ່ຫ້ອງປະຊຸມ​ຫ້ອງວ່າການ ນວ ເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາທ່ານຮອງເຈົ້າຄອງ ຫົວໜ້າພະແນກ ຫົວໜ້າຫ້ອງການ ອົງການທຽບເທົ່າ ແລະ ເຈົ້າເມືອງ 9 ເມືອງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກຢູ່ແຕ່ລະເມືອງ.

    ກອງປະຊຸມໄດ້ຮັບການລາຍງານ ແລະ ພິຈາລະນາຫຼາຍວຽກງານສໍາຄັນຂອງອົງການປົກຄອງ ນວ ເປັນຕົ້ນ ຮັບຟັງການລາຍງານ ແລະ ພິຈາລະນາກ່ຽວກັບຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2021 ແລະ ການຈັດຕັ້ງງົບປະມານແຜນລົງທຶນຂອງລັດ ສະເໜີໂດຍທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນ ທ່ານຫົວໜ້າພະແນກການເງິນ ທ່ານຫົວໜ້າສ່ວຍສາອາກອນ ທ່ານຫົວໜ້າກອງຄຸ້ມຄອງພາສີ V ​ແລະ ທ່ານ​ຫົວໜ້າ​ຄັງ​ເງິນ​ປະຈຳ ນວ ຮັບ​ຟັງ​ການ​ລາຍ​ງານ ​ແລະ ພິຈາລະນາ​ກ່ຽວ​ກັບ​ເນື້ອ​ໃນ​ທີ່​ຈະ​ນຳ​ເອົາ​ພິຈາລະນາ​ໃນ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ​ຂອງ​ສະພາ​ປະຊາຊົນ ນວ ຊຸດ​ທີ II ​ເປັນ​ຕົ້ນ ​ຮ່າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ 5 ປີ ຄັ້ງ​ທີ IX ຂອງ ນວ ສະ​ເໜີ​ໂດຍ​ທ່ານ​ຫົວໜ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ທ່ານ​ຫົວໜ້າ​ພະ​ແນ​ກການ​ເງິນ ທ່ານ​ຫົວໜ້າ​ສ່ວຍ​ສາ​ອາກອນ  ທ່ານຫົວໜ້າກອງຄຸ້ມຄອງພາສີ V ​ແລະ ທ່ານ​ຫົວໜ້າ​ຄັງ​ເງິນ​ປະຈຳ ນວ ​ໂຄງ​ປະກອບ​ກົງຈັກ​ການຈັດ​ຕັ້ງ​ຂອງ​ອົງການ​ປົກຄອງ ນວ ສະ​ເໜີ​ໂດຍ​ທ່ານ​ຫົວໜ້າ​ຄະນະ​ຈັດ​ຕັ້ງ ​ແລະ ທ່ານ​ຫົວໜ້າ​ພະ​ແນ​ກພາຍ​ໃນ ນວ ຮ່າງ​ຂໍ້​ຕົກລົງ​ຂອງ​ທ່ານ​ເຈົ້າ​ຄອງ ນວ ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ຂອບ​ເຂດ​ພື້ນ​ທີ່ ​ແລະ ຊື່​ເມືອງ​ໃໝ່ ສະ​ເໜີ​ໂດຍ​ທ່ານ​ຫົວ​ໜ້າ​ຄະນະ​ຮັບ​ຜິດ​ຊອບ​ຄົ້ນຄວ້າ​ສ້າງ​ຕັ້ງ​ເມືອງ​ໃໝ່ ຮັບ​ຟັງ​ການ​ລາຍ​ງານ ​ແລະ ພິຈາລະນາ​ກ່ຽວ​ກັບ​ການ​ນຳ​ໃຊ້​ເງິນ 10 ຕື້​ກີບ (ຍັງ​ເຫຼືອ 8 ຕື້​ກີບ ​ແລະ 2 ຕື້ ​ກີບ​ນຳ​ໃຊ້​ເຂົ້າ​ໃນ​​ໂຄງການ​ໄຟຟ້າ​ແສງ​ສະຫວ່າງ) ​ທີ່​ລັດຖະບານ​ອະນຸມັດ​ເພີ່ມ​ປີ 2020 ສະ​ເໜີ​ໂດຍ​ທ່ານ​ຫົວ​ໜ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ​ແລະ ທ່ານ​ຫົວໜ້າ​ພະ​ແນ​ການ​ເງິນ ນວ ພິຈາລະນາ ​ແລະ ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ການ​ຂໍ​ອະນຸມັດ​ແຜນຜັງສັບຊ້ອນ​ພື້ນ​ທີ່​ເຂດ​ມໍລະດົກ​ພະທາດ​ຫຼວງ ​ແລະ ກ່ຽວ​ກັບ​ການ​ກະກຽມ​ບຸນປີ​ໃໝ່​ລາວ ພສ 2564 ສະ​ເໜີ​ໂດຍ​ທ່ານ​ຫົວໜ້າ​ພະ​ແນ​ກຖະ​ແຫຼ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ນວ ພິຈາລະນາ ​ແລະ ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ການ​ຂຶ້ນ​ລາຄາ​ຊີ້ນ​ໝູ​ຢູ່ ນວ ສະ​ເໜີ​ໂດຍ​ທ່ານ​ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນວ.

​                           # ຂ່າວ & ພາບ: ສົມສະຫວັນ

error: Content is protected !!