ພິທີຖະແຫຼງຂ່າວການສະເຫຼີມສະຫຼອງ ລາວ ແລນໂຣເວີ ຄົບຮອບ 12 ປີ ຈັດຂຶ້ນວັນທີ 18 ມີນາ 2021 ທີ່ບໍລິສັດດັ່ງກ່າວ ມີທ່ານ ເວັນ ແມັກອິນທອສ໌ ກຳມະການຜູ້ຈັດການທຸລະກິດຍານຍົນຂອງກຸ່ມບໍລິສັດອາເອັມເອ ລາວ ທ່ານນາງ ອຸທິດ ສີພັນດອນ ຜູ້ຈັດການຝ່າຍການຂາຍ ບໍລິສັດ Jaguar Land Rover ລາວ ພ້ອມດ້ວຍຜູ້ຖືຮຸ້ນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ເພື່ອເປັນການຄືນກຳໄລໃຫ້ແກ່ລູກຄ້າ ແລະ ສະເຫຼີມສະຫຼອງ ລາວ ແລນໂຣເວີ (Land Rover) ຄົບຮອບ 12 ປີ ດັ່ງນັ້ນ ບໍລິສັດ ລາວ ຈາກົວ ແລນໂຣເວີລາວ ຈຶ່ງໄດ້ຈັດໂປຣໂມຊັນສຳລັບລູກຄ້າທີ່ຈອງລົດທີ່ມີຢູ່ໃນຮ້ານນັບແຕ່ວັນທີ 18 ມີນາ ເຖິງວັນທີ 30 ມິຖຸນາ 2021 ຈະມີສິດລຸ້ນຮັບລາງວັນຫຼາຍຢ່າງລວມມູນຄ່າ 700 ລ້ານກີບ ໃນນັ້ນລາງວັນທີ 1 ຈະໄດ້ຮັບລົດໃຫຍ່ຍີ່ຫໍ້ຈາກົວ (jaguar) 1 ຄັນ ລາງວັນທີ 2 ໂທລະສັບໄອໂຟນ ນອກຈາກນີ້ ຍັງມີເຄື່ອງທີ່ລະນຶກຕ່າງໆອີກດ້ວຍ.