ບົດບາດ ຄວາມສຳຄັນ ໃນການເຕີບໃຫຍ່ຂະຫຍາຍຕົວຂອງກາແດງສາກົນ ຊົມເຊີຍວັນສ້າງຕັ້ງກາແດງສາກົນຄົບຮອບ 158ປີ ຢ່າງສຸດໃຈ 8/5/ 1863-8/5/ 2021
ກາແດງສາກົນ ແມ່ນອົງກອນໜຶ່ງທີ່ມີໜ້າທີ່ເຄືຶ່ອນໄຫວດ້ານມະນຸດສະທຳທີ່ຊ່ວຍເຫຼືອຄົນທຸກຍາກໃນເວລາເກິດໄພພິບັດສຸກເສີນ. ຂະບວນການກາແດງສາກົນ: ແມ່ນການຮ່ວມສຳພັນບັນດາການຈັດຕັ້ງຂອງມວນມະນຸດທົ່ວໂລກ ທີ່ມີນ້ຳໃຈມະນຸດສະທຳ ເມດຕາອາລີ ເອື້ອເຟື້ອເຜື່ອແຜ່ ອຸທິດຕົນເພື່ອຊ່ວຍເຫຼືອຜູ້ອື່ນເວລາປະສົບໄພພິບັດ ທຸກທໍລະມານ ລຳບາກກາກກຳ ຕົກທຸກໄດ້ຍາກ ອານາຖາ ປ່ຽວພອຍດ້ອຍໂອກາດ…
ນັກຮຽນຫໍພັກ ໂຮງຮຽນ ມສ ວຽງຈັນ ໄດ້ຮັບການຊ່ວຍເຫຼືອ
ວັນທີ 6 ພຶດສະພາ 2021 ທ່ານ ທຳປັນຍາ ພອນແກ້ວ ຮອງປະທານບໍລິສັດ ອິມະອິ-ລາວ ໂອໂຕເຊີວີສ ສິດເກົ່າ ສົກຮຽນ 1979-1980 ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ)…
ຕະຫຼາດທ່າດິນແດງ ສາມາດຕອບສະໜອງເຄື່ອງອຸປະໂພກ-ບໍລິໂພກພຽງພໍຕໍ່ຄວາມຕ້ອງການຂອງລູກຄ້າ
ຕະຫຼາດທ່າດິນແດງ ຫຼື ຕະຫຼາດບ້ານໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຕະຫຼາດຊຸມຊົນທີ່ສະໜອງເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ປະຊາຊົນທີ່ດໍາລົງຊີວິດຢູ່ບໍລິເວນເຂດບ້ານໃກ້ຄຽງ ເຊິ່ງໃນໄລຍະທີ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຕະຫຼາດແຫ່ງນີ້ໄດ້ເປີດໃຫ້ບໍລິການເປັນປົກກະຕິ ສາມາດຕອບສະໜອງພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ ພ້ອມນັ້ນ ປະຊາຊົນທີ່ມາຈັບຈ່າຍຊື້ຂາຍໃນຕະຫຼາດ ຕະຫຼອດຮອດພໍ່ຄ້າ-ຊາວຂາຍ ແມ່ນໄດ້ເອົາໃຈໃສ່ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. …
ບ້ານໜອງສອງຫ້ອງ ປະຕິບັດມາດຕະການປ້ອງກັນໂຄວິດຕາມຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ
ບ້ານໜອງສອງຫ້ອງ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງໄຊທານີ ນະຄອນຫຼວງວຽງຈັນ ເຖິງວ່າປະຊາຊົນພາຍໃນບ້ານບໍ່ມີຜູ້ຕິດເຊື້ອໂຄວິດ-19 ກໍຕາມ ອໍານາດການປົກຄອງບ້ານກໍໄດ້ເອົາໃຈໃສ່ປະຕິບັດຄໍາສັ່ງເລກທີ 15/ນຍ ແຈ້ງການຂອງນະຄອນຫຼວງວຽງຈັນ ແລະ ແຈ້ງການຂອງເມືອງໄຊທານີ ກໍຄືບັນດາມາດຕະການຕ່າງໆໃນການປ້ອງກັນພະຍາດໂຄວິດ-19 ທີ່ມີການລະບາດໃນຮອບໃໝ່ນີ້ຢ່າງເຂັ້ມງວດ ເນື່ອງຈາກວ່າບ້ານດັ່ງກ່າວເປັນບ້ານທີ່ມີຕະຫຼາດຊຸມຊົນ ສະໜອງເຄື່ອງອຸປະໂພກ ແລະ…
ປະຕິບັດມາດຕະການປ້ອງກັນໂຄວິດ-19 ໄປພ້ອມກັບການປຸກລະດົມປະຊາຊົນທໍາລາຍແຫຼ່ງເພາະພັນໜອນນໍ້າຍູງລາຍ
ທ່ານ ມຸກດາ ກາລຸນາ ນາຍບ້ານໜອງແຕ່ງເໜືອ ໃຫ້ສໍາພາດວັນທີ 6 ພຶດສະພາ 2021 ວ່າ: ນັບແຕ່ເກີດມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຮອບໃໝ່ຢູ່ໃນຊຸມຊົນນະຄອນຫຼວງວຽງຈັນ ກໍຄືບັນດາແຂວງຕ່າງໆໃນທົ່ວປະເທດ ເຊິ່ງພາຍຫຼັງທີ່ໄດ້ຮັບຄໍາສັ່ງເລກທີ 15/ນຍ ແຈ້ງການຂອງນະຄອນຫຼວງວຽງຈັນ…
ຊົມເຊີຍແພດໝໍສູນກາງ 103 ທີ່ທຸ່ມເທເຫື່ອແຮງປິ່ນປົວຄົນເຈັບໂຄວິດ-19 ຫາຍດີແລ້ວ 22 ຄົນ
ປັດຈຸບັນ ໂຮງໝໍສູນກາງ 103 ກອງທັບ ສາມາດປິ່ນປົວຄົນເຈັບພະຍາດໂຄວິດ-19 ຫາຍດີ 22 ຄົນ ແລະ ຍັງສືບຕໍ່ປິ່ນປົວ 38 ຄົນ ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດຕັ້ງປະຕິບັດບັນດາມາດຕະການສະກັດກັ້ນ…
ນະຄອນຫຼວງ ມີ 15 ຄົນຕິດເຊື້ອພະຍາດໂຄວິດ-19 ເປັນຜູ້ສໍາຜັດກັບກໍລະນີ 59
ອີງຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດໂຄວິດ-19 ໃຫ້ຮູ້ວັນທີ 6 ພຶດສະພາ 2021 ນີ້ວ່າ: ໃນວັນທີ 5 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.596 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 105…
ຊົມເຊີຍຄະນະຊ່ຽວຊານແພດຈີນ ໄດ້ເລີ່ມເຄື່ອນໄຫວເຮັດວຽກຢ່າງຕັ້ງໜ້າ ຕ້ານການລະບາດໂຄວິດ-19
ວັນທີ 5 ພຶດສະພາ 2021 ຄະນະຊ່ຽວຊານການແພດຈີນ ໄດ້ເລີ່ມເຄື່ອນໄຫວເຮັດວຽກຮ່ວມກັບຝ່າຍລາວເປັນມື້ທໍາອິດ ຫຼັງຈາກທີ່ໄດ້ເດີນທາງມາຮອດໃນຕອນແລງຂອງວັນທີ 4 ພຶດສະພາ ເຊິ່ງຄະນະຊ່ຽວຊານໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງໂຄວິດ-19 ໂດຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການແຜ່ລະບາດຂອງພະຍາດຮອບໃໝ່ ກໍຄືບັນຫາຕ່າງໆທີ່ສໍາຄັນກັບຂະແໜງສາທາລະນະສຸກ ກໍຄືພາກສ່ວນທີ່ກ່ຽວຂ້ອງຂອງລາວ. …
ກຸ່ມບໍລິສັດພົງຊັບ ສະໜັບສະໜູນ 2 ຕື້ກວ່າກີບ ເພື່ອຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ໄດ້ຈັດຂຶ້ນວັນທີ 5 ພຶດສະພາ 2021 ຢູ່ກະຊວງສາທາລະນະສຸກ ເຊິ່ງມອບໂດຍທ່ານ ສົມລັດ ເມກອາກາດ ອໍານວຍການກຸ່ມບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ ແລະ ຮັບໂດຍ ປອ ດຣ…