HICC ມອບອຸປະກອນປ້ອງກັນພະຍາດໂຄວິດ-19 ໃຫ້ສູນກາງຊາວໜຸ່ມ

    ວັນທີ 17 ພຶດສະພາ 2021 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກຸ່ມບໍລິສັດອຸດສາຫະກຳກໍ່ສ້າງແຂວງຫູເປີຍ ຈຳກັດ (HICC) ໄດ້ນຳເອົາເຄື່ອງອຸປະກອນປ້ອງກັນພະຍາດໂຄວິດ-19 ເປັນຕົ້ນ ນໍ້າຢາຂ້າເຊື້ອ ເຈວລ້າງມື ໜ້າກາກອະນາໄມ ຜ້າປິດປາກ ແລະ ອື່ນໆທີ່ຈຳເປັນ ລວມມູນຄ່າ 30 ລ້ານກີບ ມາມອບໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອນຳໄປຕ້ານ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງກ່າວມອບໂດຍ ທ່ານ ຈາງຢາງ ຕາງໜ້າກຸ່ມບໍລິສັດອຸດສາຫະກຳກໍ່ສ້າງແຂວງຫູເປີຍ ຈຳກັດ (HICC) ທັງເປັນຄະນະຮັບຜິດຊອບໂຄງການກໍ່ສ້າງສູນກິດຈະກຳຄົບວົງຈອນ ຊາວໜຸ່ມ-ເຍົາວະຊົນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຮັບໂດຍທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

# ຂ່າວ & ພາບ :  ລັດເວລາ 

error: Content is protected !!