ທີມແພດໂຮງໝໍແຂວງອຸດົມໄຊ ໄດ້ເສຍສະຫຼະເຫື່ອແຮງ ພ້ອມທຸ່ມເທຄວາມຮູ້ຄວາມສາມາດທາງດ້ານວິຊາການ ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ-19 ສືບຕໍ່ຫາຍດີ ແລະ ໄດ້ອະນຸຍາດໃຫ້ໄປຈຳກັດບໍລິເວນຢູ່ເຮືອນຕາມທີ່ແພດໝໍກຳນົດໃຫ້ຢ່າງເຄັ່ງຄັດ ລວມມີ 3 ຄົນຄື :

ກໍລະນີທີ 6 ເປັນເພດຍິງ ອາຍຸ 76, ກໍລະນີທີ 7 ເພດຍິງ ອາຍຸ 51 ປີ ແລະ ກໍລະນີທີ 8 ເປັນເພດຊາຍອາຍຸ 29 ປີ ທັງ 3 ຢູ່ບ້ານ ປາກແບງ,ເມືອງປາກແບງ,ແຂວງອຸດົມໄຊ.
ປັດຈຸບັນ ຍັງມີຜູ້ຕິດເຊື້ອໂຄວິດພວມຮັບການປິ່ນປົວຢູ່ໂຮງໝໍແຂວງອຸດົມໄຊ ສຳລັບຄົນແຂວງອຸດົມໄຊຍັງເຫຼືອພຽງ 1 ກໍລະນີ ແລະ ອີກ 1 ກໍລະນີເປັນຄົນແຂວງຜົ້ງສາລີ.
ຂໍໃຫ້ຊາວແຂວງອຸດົມໄຊຈົ່ງເອົາໃຈຊ່ວຍ ແລະ ໃຫ້ກຳລັງໃຈແກ່ແພດໝໍທີ່ພວມປະຕິບັດໜ້າທີ່ປີ່ນປົວຢ່າງບໍ່ຮູ້ອິດເມື່ອຍ ເພື່ອພໍ່ແມ່ພີ່ນ້ອງຊາວແຂວງອຸດົມໄຊທຸກຄົນ ໃຫ້ປອດໄພຈາກພະຍາດດັ່ງກ່າວ.
# ແຫຼ່ງຂ່າວຈາກ: ນັກຂ່າວແຂວງອຸດົມໄຊ