ໃນວັນທີ 13 ພຶດສະພາ 2021 ທີ່ນະຄອນຫຼວງວຽງຈັນ ເພື່ອເປັນການສະໜັບສະໜູນການຮ່ວມມືກັນລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການ UNFPA ໃນການຕອບໂຕ້ພະຍາດໂຄວິດ-19 ອົງການ UNFPA ພ້ອມດ້ວຍຄູ່ຮ່ວມພັດທະນາ ຄື ໂຮງແຮມ ຄຣາວ ພລາຊາ ແລະ ອົງການຮ່ວມມື ເພື່ອການພັດທະນາສະວິດ (SDC) ໄດ້ສະໜອງອຸປະກອນທີ່ຈໍາເປັນໃຫ້ແກ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂອງສູນກາງສະຫະພັນແມ່ຍິງລາວ ເພື່ອນໍາໄປແຈກຢາຍໃຫ້ແກ່ແມ່ຍິງ ແລະ ເດັກທີ່ພັກເຊົາຢູ່ສູນຈໍາກັດບໍລິເວນເພື່ອກວດຫາເຊື້ອພະຍາໂຄວິດ-19 ທີ່ສະຖານທີ່ແຍກປ່ຽວ ແລະ ສະຖານທີ່ເປັນມິດສຳລັບແມ່ຍິງ (WFS) ທີ່ນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດ ແລະ ແຂວງອັດຕະປື ຊຶ່ງອຸປະກອນປ້ອງກັນພະຍາດໂຄວິດ-19 ທີ່ນໍາໄປມອບໃນຄັ້ງນີ້ ປະກອບມີ ຜ້າອັດປາກ 6.000 ອັນ ແລະ ຜ້າອະນາໄມ 8.825 ແຜ່ນ ສະບູ 1.000 ກ້ອນ ເຄື່ອງວັດແທກອຸນນະພູມຮ່າງກາຍລະບົບດິຈິຕອນ ພ້ອມດ້ວຍນໍ້າຢາຂ້າເຊື້ອ ເພື່ອເຮັດໃຫ້ສຸຂະອະນາໄມດີຂຶ້ນ ແລະ ປ້ອງກັນການຕິດພະຍາດໂຄວິດ-19 ໃນໄລຍະເວລານີ້ ເປັນໄລຍະເວລາທີ່ສຳຄັນ ໃນການໃຫ້ບໍລິການທີ່ຄວາມຈໍາເປັນມີຄວາມຕໍ່ເນື່ອງແກ່ແມ່ຍິງ ແລະ ເດັກນ້ອຍ ລວມທັງການບໍລິການການປຶກສາດ້ານສຸຂະພາບຈິດ ເພດ ສຸຂະພາບໄວຈະເລີນພັນ ແລະ ການປ້ອງກັນຕ່າງໆສຳລັບແມ່ຍິງ ແລະ ເດັກນ້ອຍ.

ໃຫ້ກຽດມອບອຸປະກອນໂດຍທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າຂອງອົງການ UNFPA ປະຈຳ ສປປ ລາວ ຕາງໜ້າຮັບໂດຍທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
.
# ຂ່າວ & ພາບ : ເພັດສະໝອນ