ວັນທີ 14 ພຶດສະພາ 2021 ທີ່ສະໂມສອນປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ມີພິທີຮັບເຄື່ອງຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ລວມມູນຄ່າທັງໝົດ 7.335.000 ກີບຈາກບໍລິສັດ 5N Plus Lao Interdustrial Resorts ຈຳກັດຜູ້ດຽວ ກ່າວມອບໂດຍທ່ານ ລິດທິເດດ ຫຼວງພັກດີ ຜູ້ຈັດການຝ່າຍພົວພັນລັດຖະການ ແລະ ຂົນສົ່ງບໍລິສັດດັ່ງກ່າວ ແລະ ກ່າວຮັບໂດຍທ່ານ ສຸກສະຫວັນ ບຸດຕະວົງ ຮອງເລຂາພັກເມືອງຫາດຊາຍຟອງ ມີບັນດາຮອງເຈົ້າເມືອງ ຫົວໜ້າຫ້ອງການ ຄະນະສະເພາະກິດໂຄວິດຂັ້ນເມືອງ ອຳນາດການປົກຄອງບ້ານດົງໂພນແຮ່ ແລະ ພະນັກງານບໍລິສັດທີ່ມາມອບເຄື່ອງເຂົ້າຮ່ວມ.


ສຳລັບເຄື່ອງຊ່ວຍຫຼືອທີ່ນຳມາມອບຄັ້ງນີ້ ໄດ້ມອບໃຫ້ສອງພາກສ່ວນຄື:
- ມອບໃຫ້ອົງການປົກຄອງເມືອງຫາດຊາຍຟອງ ປະກອບມີຜ້າອັດປາກ 40 ກ່ອງ ເຈວລ້າງມມື 175 ຫຼອດ ແລະ ເຄື່ອງວັດແທກອຸນຫະພູມ 1 ເຄື່ອງ ລວມມູນຄ່າ 4.155.000 ກີບ
- ມອບໃຫ້ຫ້ອງການປົກຄອງບ້ານດົງໂພນແຮ່ ປະກອບມີຜ້າອັດປາກ 20 ກ່ອງ ເຈວລ້າງມື 75 ຫຼອດ ເຄື່ອງວັດແທກອຸນຫະພູມ 1 ເຄື່ອງ ແລະ ເຄື່ອງດື່ມ 5 ແກັດ ລວມມູນຄ່າ 3.180.000 ກີບ.

.
# ຂ່າວ & ພາບ : ສົມສະຫວັນ